ຂໍຂອບໃຈນຳຜູ້ສະໜັບສະໜູນ

3R Avengers ແມ່ນກຸ່ມນັກສຶກສາທີ່ໄດ້ຮັບທຶນຈາກໂຄງການ SCG Sharing The Dream ໃນລະດັບມະຫາວິທະຍາໄລ  ທີ່ໄດ້ລວມໂຕກັນເປັນກຸ່ມນ້ອຍໆ ເພຶ່ອເຜີຍແຜ່ບັນຫາດ້ານສິ່ງແວດລ້ອມ ໂດຍສະເພາະແມ່ນຂີ້ເຫຍື້ອທີ່ຍັງເປັນບັນຫາຕົກຄ້າງໃນປັດຈຸບັນ.

ນາງ ນ້ອຍນ່າ ມະນີວັນ ນັກສຶກສາປີ 3 ຈາກ ຄະນະນິຕິສາດ-ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ ໄດ້ໃຫ້ສຳພາດກັບອິນໄຊລາວວ່າ: ຈຸດເລີ່ມຕົ້ນຂອງກຸ່ມ 3R Avengers ແມ່ນເກີດມາຈາກການມີໂອກາດໄປຮ່ວມກິດຈະກໍາແລກປ່ຽນກັບໂຄງການ SCG Sharing The Dream ASEAN Camp ທີ່ໄດ້ລວມເອົານັກສຶກສາທຶນ SCG ຈາກ 7 ປະເທດໃນອາຊຽນ ມາເຮັດກິດຈະກໍາຮ່ວມກັນ ໂດຍໃຫ້ແຕ່ລະປະເທດເຮັດໂຄງການກ່ຽວກັບສິ່ງແວດລ້ອມ ຂຶ້ນມາປະເທດລະ 1 ໂຄງການ. ເຊິ່ງກຸ່ມຂອງພວກນ້ອງແມ່ນໄດ້ເລືອກເອົາບັນຫາຂີ້ເຫຍື້ອ ທີ່ຍັງເປັນບັນຫາເລື່ອງສິ່ງແວດລ້ອມໃນບ້ານເຮົາ ແລ້ວເກີດເປັນກຸ່ມ 3R ທີ່ໄດ້ມາຈາກ:

Reduce ການຫຼຸດຜ່ອນການບໍລິໂພກຊັບພະຍາກອນທີ່ບໍ່ຈໍາເປັນເຊັ່ນ: ອຸປະກອນ ຫຼື ພາຊະນະປະເພດໃຊ້ໄດ້ຄັ້ງດຽວ ເປັນຕົ້ນແມ່ນ: ຖົງພລາສຕິກ ກ່ອງໂຟມ ຫຼອດ ແລະ ອຶ່ນໆ  

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

Reuse ການນໍາເອົາສິ່ງຂອງທີ່ໃຊ້ແລ້ວ ນໍາກັບມາໃຊ້ຊໍ້າ ເປັນຕົ້ນແມ່ນ: ຕຸກນໍ້າ ໜັງສືພິມ ວາລະສານ ແລະ ອຶ່ນໆ

Recycle ການນໍາເອົາວັດສະດຸທີ່ບໍ່ສາມາດໃຊ້ຊໍ້າໄດ້ ນໍາໄປຜ່ານຂະບວນການແປຮູບ ເຊັ່ນ ການນໍາເອົາເຈ້ຍທີ່ໃຊ້ແລ້ວ ໄປບົດໃຫ້ລະອຽດ ແລ້ວນໍາມາເຮັດເປັນເຈ້ຍອິກຄັ້ງ

ນອກຈາກນີ້, ນ້ອຍນ່າ ຍັງໄດ້ກ່າວຕື່ມວ່າ: ກິດຈະກໍາທີ່ພວກເຮົາເຮັດຜ່ານມາ ກໍຈະມີການລົງເຜິຍແຜ່ກ່ຽວກັບການຮັກສາສິ່ງແວດລ້ອມ ຢູ່ທີ່ໂຮງຮຽນມັດທະຍົມສົມບູນໜອງດ້ວງ ແລະ ຍັງໄດ້ມີການຈັດການປະກວດ ສິ່ງປະດິດຈາກສິ່ງເສດເຫຼືອ ເພື່ອໃຫ້ນ້ອງໆນັກຮຽນໄດ້ຮູ້ຈັກການແຍກຂີ້ເຫຍື້ອ ແລະ ຮູ້ຈັກການນໍາເອົາສິ່ງເສດເຫຼືອມາປະດິດເປັນສິ່ງຂອງທີ່ສາມາດໃຊ້ໄດ້ແທ້ ໃນຊິວີດປະຈໍາວັນ ເຊິ່ງໄດ້ຮັບການຕອບຮັບທີ່ດີຫຼາຍ.

ທ້າວ ທະນາກອນ ວົງພະຈັນ ນັກສຶກສາປີ 4 ຈາກຄະນະອັກສອນສາດ ມະຫາວິທະຍາໄລແຫ່ງຊາດ ໄດ້ໃຫ້ສຳພາດຕື່ມອິກວ່າ: ໃນອະນາຄົດ ພວກເຮົາທັງໝົດໃນທີມຈະມີການທົບທວນ ຂໍ້ຜິດພາດ ແລະ ສິ່ງທີ່ຕ້ອງປັບປຸງ ໃນກິດຈະກໍາທີ່ຜ່ານມາ ເພື່ອຈະສຶບຕໍ່ໃນການລົງເຜີຍແຜ່ບັນຫາສິ່ງແວດລ້ອມ ພ້ອມກັບການເຊີນຊວນໃຫ້ນ້ອງໆນັກຮຽນໃຫ້ມີຈິດສໍານຶກໃນການປົກປັກຮັກສິ່ງແວດລ້ອມຫຼາຍຂຶ້ນ ແລະ ຖ້າເປັນໄປໄດ້ ແມ່ນເຮົາຈະມີການຈັກຝຶກອົບຮົມໃຫ້ນ້ອງໆທີ່ສົນໃຈເລື່ອງນີ້ ເພື່ອໃຫ້ພວກເຂົາມີຄວາມຮູ້ ແລະ ຄວາມເຂົ້າໃຈຫຼາຍຂຶ້ນກ່ວາເກົ່າ. ໃນນີ້, ພວກເຮົາເອງກໍ່ໄດ້ມີການເຂົ້າຮ່ວມກັບຫຼາຍພາກສ່ວນທີ່ເປັນກຸ່ມຮັກສາສິ່ງແວດລ້ອມ ເພື່ອເປັນປຶກສາຫາລື ແລະ ຫາວິທີແກ້ໄຂບັນຫາສິ່ງແວດລ້ອມຮ່ວມກັນ

ທະນາກອນ ຍັງບອກອີກວ່າ: ໃນອະນາຄົດ, ພວກເຮົາຮຽນຈົບໄປ ກໍ່ຈະຍັງມີການສຶບຕໍ່ໂຄງການໄປເລື້ອຍໆ ໂດຍການຮັບສະມາຊິກໃໝ່ເຂົ້າມາເປັນຜູ້ສຶບທອດ. ບໍ່ວ່າຈະເປັນນັກສຶກສາທືນ SCG ຫຼື ນັກຮຽນ ນັກສຶກສາ ທົ່ວໄປທີ່ມີຄວາມສົນໃຈໃນດ້ານນີ້. ເຊິ່ງໃນປະຈຸບັນ ສະມາຊິກໃນກຸ່ມເຮົາແມ່ນນັກສຶກສາທຶນຂອງໂຄງການ SCG Sharing the Dream ປີ 2018 ມີທັງໝົດ 7 ຄົນ ແລະ ພວມຮັບເອົານ້ອງໆນັກສຶກສາທຶນປະຈຳປີ 2019 ຈຳນວນ 10 ຄົນ ເຂົ້າຮ່ວມໂຄງການ ແລະ ເຮັດກິດຈະກຳດີໆແບບນີ້ນຳກັນຕໍ່ໄປໃນອະນາຄົດ

Hits: 19

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້