ຂໍຂອບໃຈນຳຜູ້ສະໜັບສະໜູນ

ທ້າວ ມີໂດ່ ຂຸນລະດົມ ມີພູມລໍາເນົາເດີມຢູ່ ບ້ານ ນາຊໍາ ເມືອງ ຫີນເຫີບ ແຂວງວຽງຈັນ ປະຈຸບັນ ເປັນນັກສຶກສາປີ 3 ຄະນະກະເສດສາດ ມະຫາວິທະຍາໄລແຫ່ງຊາດ.​ ເຊິ່ງໃນວັນທີ 17 ທັນວາ 2019 ທີ່ຜ່ານມາ ມີໂດ່ ແມ່ນໄດ້ຮັບທຶນການສຶກສາ ໃນລະດັບປະລິນຍາຕີ ຈາກໂຄງການ SCG Sharing the Dream

ມີໂດ່ ຂຸນລະດົມ ໄດ້ເລົ່າໃຫ້ທີມຂ່າວອິນໄຊລາວຟັງວ່າ: ກ່ອນທີ່ຈະໄດ້ຮັບທຶນ ນ້ອງເອງກໍ່ໄດ້ສູ້ຊີວິດມາພໍສົມຄວນ ໄດ້ອອກຈາກບ້ານເພື່ອມາຊອກວຽກເຮັດ ຫາເງິນເປັນທຶນໃຫ້ໂຕເອງໄດ້ສຶກສາຕໍ່ໃນລະດັບປະລິນຍາຕີ ແຕ່ທັງນີ້ທັງນັ້ນ, ເງິນທີ່ຫາມາໄດ້ ກໍ່ຍັງບໍ່ພຽງພໍກັບຄ່າໃຊ້ຈ່າຍ ເລີຍໄດ້ໄປອາໄສຢູ່ທີ່ວັດໂພນພະເນົາ ໂດຍມີຄູບາເປັນຜູ້ຊ່ວຍເຫຼືອຊຸກຍູ້ເລື່ອງຂອງທຶນການສຶກສາສ່ວນໜຶ່ງ ໃຫ້ຕົນເອງສາມາດໄດ້ເຂົ້າສຶກສາ ທີ່ຄະນະກະເສດສາດ ມະຫາວິທະຍາໄລແຫ່ງຊາດ. ຫຼັງຈາກໄດ້ເຂົ້າສຶກສາແລ້ວ, ນ້ອງເອງກໍ່ໄດ້ຊອກວຽກເຮັດອີກຄັ້ງໜຶ່ງ ເພາະວ່າຕົນເອງໄດ້ຍ້າຍມາພັກທີ່ຫໍພັກຂອງຄະນະ ແຕ່ກໍ່ບໍ່ສາມາດຊອກວຽກໄດ້ ຈື່ງໄປຂໍພື້ນທີ່ດິນຂອງຄະນະນໍາອາຈານ ເພື່ອມາປູກຜັກຂາຍ ແລ້ວນໍາເງິນມາຊຸກຍູ້ໂຕເອງ

ມີໂດ່ ໄດ້ບອກຕື່ມວ່າ: ກ່ອນທີ່ຈະໄດ້ມາຮູ້ຈັກກັບທຶນ SCG Sharing the Dream ແມ່ນໄດ້ພະຍາຍາມຊອກຫາແຫຼ່ງທຶນຕ່າງໆທີ່ເພີ່ນມາຊ່ວຍເຫຼືອຜູ້ທີ່ຂາດທຶນການສຶກສາ ໂດຍການຊອກຕາມໂຊຊ້ຽວ ຖາມໝູ່ ຖາມຜູ້ໃຫ່ຍຫຼາຍຄົນໆ ແລ້ວມື້ໜຶ່ງມີໝູ່ທີ່ເປັນອາສາສະໝັກນໍາກັນ ໄດ້ສົ່ງ ຂ່າວປະກາດຮັບນັກສຶກສາທຶນຂອງໂຄງການ  SCG Sharing the Dream ແລ້ວ ນ້ອງກໍ່ໄດ້ລອງສະໝັກທຶນນີ້ ຫຼັງຈາກນັ້ນກໍ່ໄດ້ຖຶກຄັດເລືອກ ໃຫ້ເຂົ້າມາສໍາພາດ ຈາກການສໍາພາດຂອງຜູ້ໃຫ່ຍ ເຫັນວ່າ ນ້ອງມີຄວາມຕັ້ງໃຈ ທີ່ຈະສຶກສາຮໍ່າຮຽນ ມີເປົ້າໝາຍໃນຊີວິດ ແລະ ຍັງເປັນຄົນທີ່ຂາດເຂີນທຶນການສຶກສາຢ່າງແທ້ຈີງ ທັງນີ້, ຜູ້ໃຫ່ຍກໍ່ໄດ້ໃຫ້ໂອກາດນ້ອງໄດ້ຮັບທຶນ ແລະ ທຶນດັ່ງກ່າວທີ່ນ້ອງໄດ້ຮັບ ແມ່ນຈະໃຊ້ເຂົ້າໃນການຈ່າຍຄ່າເທີມ ແລະ ຄ່າໃຊ້ຈ່າຍອື່ນໆທີ່ຈໍາເປັນໃນການສຶກສາ

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ນ້ອງຮູ້ສຶກຊາບຊື້ງ ແລະ ຕື່ນຕັນໃຈຫຼາຍທີ່ທາງ SCG ໄດ້ມອບທຶນການສຶກສາໃຫ້ນ້ອງ ແລະ ນ້ອງສັນຍາວ່າ ຈະປະຕິບັດຕົນເອງ ໃຫ້ເປັນຄົນດີຂອງສັງຄົມ ແລະ ປະເທດຊາດຕໍ່ໄປ ຂໍຂອບໃຈ

ສຳລັບ​ທຶນ​ SCG ດຳເນີນໂຄງການນີ້ ເປັນເວລາ 8 ປີ ແລະ ໃນປີນີ້ແມ່ນໄດ້ມອບທຶນການສຶກສາລະດັບມັດທະຍົມຕອນປາຍລວມ 300 ທຶນ ສຳລັບນະຄອນຫຼວງວຽງຈັນຈຳນວນ 160 ທຶນ ແລະ ສຳລັບແຂວງ ຄຳມ່ວນຈຳນວນ 140 ທຶນ ແລະ ທຶນການສຶກສາລະດັບປະລິນຍາຕີເພີ່ມຈໍານວນ 10 ທຶນ ຫຼັງຈາກທີ່ໄດ້ມອບທຶນລະດັບປະລິນຍາຕີໄປໃນປີທີ່ແລ້ວເປັນປີທໍາອິດຈໍານວນ 10 ທຶນ ແລະ ທ້າວ ມີໂດ່ ຂຸນລະດົມ ແມ່ນໄດ້ຮັບທຶນນີ້ເປັນປີທໍາອິດໃນລະດັບປະລິນຍາຕີ

Hits: 371

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້