ຊົມເຊີຍ! ໂຮງໝໍຂອງລາວ ນຳໃຊ້ອຸປະກອນການແພດ ທີ່ທັນສະໄໝ ບໍລິການປິ່ນປົວປ່ຽນວາວຫົວໃຈ

ໂຮງໝໍສູນກາງ ຢູ່ ສປປ ລາວ ມີຄວາມສາມາດ ໃຫ້ບໍລິການປິ່ນປົວທົ່ວໄປ ແລະ ປິ່ນປົວລົງເລິກສະເພາະທາງ ດ້ວຍການນຳໃຊ້ອຸປະກອນການແພດ ທີ່ທັນສະໄໝ ເປັນຕົ້ນການຜ່າຕັດປ່ຽນວາວຫົວໃຈ, ແຍ່ເສັ້ນເລືອດຫົວໃຈ, ໃສ່ຈັກກະຕຸ້ນຫົວໃຈ, ຜ່າຕັດສະໝອງ, ຜ່າຕັດກະດູກສັນຫລັງ, ຜ່າຕັດປ່ຽນກະດູກຫົວກົກຂາ, ຜ່າຕັດຄໍ່ ແລະ ເອັນຫົວເຂົ່າ, ຜ່າຕັດຜ່ານທໍ່ລະບົບຕ່າງໆ, ຟອກໝາກໄຂ່ຫລັງ, ຟອກຕັບ ແລະ ມີອຸປະກອນດ້ານວິເຄາະ-ລັງສີ, ປິ່ນປົວມະເຮັງດ້ວຍການສາຍແສງ ແລະ ປິ່ນປົວດ້ວຍການແພດພື້ນເມືອງ, ທ່ານ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງ ສາທາລະນະສຸກ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ເມື່ອບໍ່ດົນມານີ້.

ທ່ານ ບຸນກອງ ສີຫາວົງ ກ່າວຕື່ມວ່າ:

ບັນດາໂຮງໝໍຂັ້ນແຂວງ ກໍມີຄວາມສາມາດໃຫ້ບໍລິການປິ່ນປົວພະຍາດໃນ 5 ຂະແໜງ ເຊັ່ນ: ພະຍາດພາຍໃນ-ພາຍນອກ, ເດັກນ້ອຍ, ປະສູດພະຍາດຍິງ ແລະ ປິ່ນປົວສຸກເສີນຟື້ນຟູຊີບ, ສາມາດໃຫ້ບໍລິການຊ່ຽວຊານ ລົງເລິກສະເພາະ ໃກ້ຄຽງກັບໂຮງໝໍສູນກາງ ເຊັ່ນ: ຜ່າຕັດໃຫຍ່, ຜ່າຕັດຜ່ານທໍ່, ຜ່າຕັດກະດູກ, ຟອກໝາກໄຂ່ຫລັງ ແລະ ອື່ນໆ.

ຄຽງຄູ່ກັບການເອົາໃຈໃສ່ ດ້ານການປິ່ນປົວຢູ່ໂຮງໝໍຂັ້ນສູນກາງ ແລະ ຂັ້ນແຂວງແລ້ວ, ກະຊວງສາທາ ລະນະສຸກ ຍັງໄດ້ເອົາໃຈໃສ່ ຄຸ້ມຄອງຫ້ອງກວດສຸຂະພາບເອກະຊົນ ລວມທັງຄຣິນິກເສີມຄວາມງາມ, ເຊິ່ງໄດ້ແບ່ງຂັ້ນຄຸ້ມຄອງກວດກາ, ຂັ້ນມະຫາພາກລົງກວດກາ 1 ຄັ້ງ, ຂັ້ນຈຸລະພາກ ລົງກວດກາ 2 ຄັ້ງຕໍ່ປີ,  

ພ້ອມຈັດກອງປະຊຸມທົບທວນການຈັດຕັ້ງປະຕິບັດລະບຽບ ກ່ຽວກັບການຄຸ້ມຄອງບໍລິການຂອງພາກເອ ກະຊົນ ເພື່ອກວດຄືນດ້ານດີ, ຂໍ້ຄົງຄ້າງ ແລະ ວິທີທາງໃນການແກ້ໄຂ ຮ່ວມກັບພະແນກສາທາລະ ນະສຸກ, ວິຊາການ, ຂະແໜງການການປິ່ນປົວ ທີ່ຮັບຜິດຊອບວຽກງານຄຸ້ມຄອງ ບໍລິການຂະແໜງພາກເອກະຊົນ.

ນັບແຕ່ປີ 2012 ກະຊວງສາທາລະນະສຸກ ໄດ້ອອກໃບອະນຸຍາດ ໃຫ້ສ້າງຕັ້ງຫ້ອງກວດພະຍາດເອກະ ຊົນ 1.050 ແຫ່ງ, ແຕ່ຜ່ານການລົງຕິດຕາມເຫັນວ່າ ມີຫ້ອງກວດພະຍາດເຄື່ອນໄຫວຖືກ ຕ້ອງພຽງ 802 ແຫ່ງ ແລະ ໄດ້ປະຕິບັດລະບຽບຕໍ່ຜູ້ລະເມີດຂໍ້ຫ້າມ ບໍ່ຕໍ່ໃບອະນຸຍາດ 248 ແຫ່ງ ທີ່ເອົາໃບອະນຸຍາດຂອງຕົນ ໃຫ້ບຸກ ຄົນອື່ນດຳເນີນກິດຈະການ, ສ່ວນອີກ 296 ແຫ່ງ ເປັນຄຣິນິກ ຂອງທ່ານໝໍລາວ ກໍາລັງຍື່ນຄໍາຮ້ອງຂໍເປິດດໍາເນີນກິດຈະການ.

ແຫຼ່ງຂໍ້ມູນ: Medialaos

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...