ຈີນຫຼຸດປະລິມານການລະບາຍນໍ້າ ເພື່ອທົດລອງການເດີນເຄື່ອງຈັກຜະລິດໄຟຟ້າ ໃນເຂື່ອນ ຈິງຫົງ ລະດັບນໍ້າທີ່ຫຼຸດລົງ ອາດສົ່ງຜົນກະທົບຕໍ່ກັບປະຊາຊົນສອງຝັ່ງແມ່ນໍ້າຂອງ ໂດຍສະເພາະ:ລາວ, ໄທ, ມຽນມາ, ກໍາປູເຈຍ ແລະ ຫວຽດນາມ
ດຣ ສົມກຽດ ປະຈໍາວົງ ເລຂາທິການສໍານັກງານຊັບພະຍາກອນນໍ້າແຫ່ງປະເທດໄທ ເປີດເຜີຍວ່າ ກະຊວງຊັບພະຍາກອນນໍ້າ ສປ ຈີນ ມີໜັງສືເຖິງສໍານັກງານຊັບພະຍາກອນນໍ້າແຫ່ງປະເທດໄທ ລົງວັນທີ 27 ທັນວາ 2019
ເລື່ອງ: ແຈ້ງຂໍ້ມູນການດໍາເນີນຂອງເຂື່ອນໄຟຟ້າຈິງຫົງ ທີ່ຈະເລີ່ມປັບລະດັບການລະບາຍນໍ້າ ຫຼຸດລົງ ເພື່ອທົດສອບອຸປະກອນຂອງເຂື່ອນໄຟຟ້າ ໃນວັນທີ 27-30 ທັນວາ 2019 ອັດຕາລະບາຍຢູ່ທີ່ 1200 ແມັດກ້ອນ/ວິນາທີ, ໃນວັນທີ 1-3 ມັງກອນ 2020 ຈະຄ່ອຍໆຫຼຸດລົງເປັນ 800-1000 ແມັດກ້ອນ/ວິນາທີ ແລະ ຕໍ່າສຸດໃນວັນທີ 4 ມັງກອນ 2020 ລະບາຍນໍ້າ 504-800 ແມັດກ້ອນ/ວິນາທີ ຫຼັງຈາກນັ້ນຈະເພີ່ມການລະບາຍນໍ້າຈົນກັບເຂົ້າສູ່ສະຖານະປົກກະຕິ
ຂໍ້ມູນ: ເວັບໄຊ: News.mthai.com
ລິ້້ງຂ່າວຕົ້ນສະບັບ: https://news.mthai.com/general-news/785765.html
Hits: 5