ວັນທີ 3 ມັງກອນ 2020, ເຟສບຸກ Australia in Laos ໄດ້ແບ່ງປັນເລື່ອງລາວຂອງ ທ່ານໝໍ ເພັດສະໝອນ ອິນດາຣາ, ໝໍຕາຄົນທໍາອິດຂອງ ສປປ ລາວ ທີ່ໄດ້ຖືກຄັດເລືອກໃຫ້ເປັນວິລະບູລຸດດ້ານສຸຂະພາບຕາ. ທ່ານໝໍ ເພັດສະໝອນ ມີປະສົບການເຮັດວຽກໃນຂະແໜງການຫຼາຍກວ່າ 16 ປີ ແລະ ໃນໄລຍະ 5 ປີທໍາອິດ, ທ່ານໝໍ ໄດ້ອຸທິດຕົນເອງໃນການກວດວັດແທກສາຍຕາໃຫ້ຄົນເຈັບ 35,325 ຄົນ ແລະ ຜ່າຕັດ 3,069 ກໍລະນີ.

ນອກນັ້ນ, ທ່ານໝໍຍັງໄດ້ແບ່ງເວລາຢ່າງໜ້ອຍສອງເດືອນຕໍ່ປີ ເພື່ອໄປຢ້ຽມຢາມບັນດາໝູ່ບ້ານຢູ່ເຂດຫ່າງໄກສອກຫຼີກເພື່ອໃຫ້ບໍລິການພໍ່ແມ່ພີ່ນ້ອງທີ່ບໍ່ສາມາດເຂົ້າເຖິງການບໍລິການໃນເມືອງໄດ້. ຕັ້ງແຕ່ປີ 2005, ທ່ານໝໍເພັດສະໝອນ ໄດ້ເລີ່ມຮັບໜ້າທີ່ເປັນຫົວໜ້າໜ່ວຍງານຕາຂອງໂຮງໝໍແຂວງອຸດົມໄຊ ເຊິ່ງຕັ້ງຢູ່ເຂດພາກເໜືອຂອງ ສປປ ລາວ.

ທ່ານໝໍ ເພັດສະໝອນ ໄດ້ເຮັດວຽກຮ່ວມກັບມູນນິທິເຟຼດໂຮໂລ ໂດຍຜ່ານໂຄງການຮ່ວມມືອົງການຈັດຕັ້ງສາກົນທີ່ບໍ່ຂຶ້ນກັບລັດຖະບານຂອງອົດສະຕຣາລີ (ANCP). ມູນນິທິເຟຼດໂຮໂລ ໄດ້ຊ່ວຍຄົນລາວ 106,000 ກວ່າຄົນໃຫ້ກັບມາ ເບິ່ງເຫັນໄດ້ອີກຄັ້ງ ເຊິ່ງເປັນຜົນມາຈາກການເຮັດວຽກຢ່າງບໍ່ຮູ້ອິດເມື່ອຍ ແລະ ນໍ້າໃຈຄວາມຮັບຜິດຊອບສູງຈາກວິລະບູລຸດໝໍຕາຄືທ່ານໝໍ ເພັດສະໝອນ. ພວກເຮົາເຊື່ອວ່າໂຄງການປ້ອງກັນພະຍາດດັ່ງກ່າວນີ້ຈະສືບຕໍ່ແກ້ໄຂບັນຫາພະຍາດຕາບອດທີ່ສາມາດປ້ອງກັນໄດ້ໃນ ສປປ ລາວ.

ຮູບພາບ ແລະ ຂໍ້ມູນ: Australia in Laos
Hits: 5