
ວັນທີ 3 ມັງກອນ 2020, ຄະນະປະຕິບັດງານພິເສດລັດຖະບານລາວຮ່ວມກັບຄະນະປະຕິບັດງານພິເສດຂັ້ນແຂວງເພື່ອຮ່ວມມືລາວ-ຫວຽດນາມໃນການຊອກຫາ,ຂຸດຄົ້ນແລະ ເຄື່ອນຍ້າຍອັດຖິຂອງທະຫານອາສາສະຫມັກ ແລະຊ່ຽວຊານ ສສ ຫວຽດນາມທີ່ເສຍສະຫລະຊີວິດໃນປາງສົງຄາມຢູ່ 6 ແຂວງພາກເຫນືອ ແລະ ກອງຂຸດຄົ້ນອັດຖິທະຫານເຂດສອງ ສສ ຫວຽດນາມ ປະຈຳແຂວງອຸດົມໄຊ ນຳໂດຍທ່ານ ພົນຈັດຕະວາ ສີທາ ຫລວງມາລາ ຫົວຫນ້າກົມນະໂຍບາຍ ກະຊວງປ້ອງກັນປະເທດ,ຮອງປະທານຄະນະປະຕິບັດງານພິເສດລັດຖະບານລາວ, ທ່ານ ພົນຈັດຕະວາ ຈັນທະວອນ ໄຊຍະຜົງ ກຳມະການປະຈຳພັກແຂວງ ຫົວຫນ້າກອງບັນຊາການທະຫານແຂວງອຸດົມໄຊ, ຫົວຫນ້າຄະນະປະຕິບັດງານພິເສດແຂວງອຸດົມໄຊ ພ້ອມດ້ວຍຄະນະຈຳນວນ 20 ກວ່າທ່ານ


ສຳເລັດການນຳສົ່ງອັກຖິ ທະຫານອາສາສະຫມັກ ແລະ ຊ່ຽວຊານຫວຽດນາມທີ່ເສຍສະລະຊີວິດໃນປາງສົງຄາມຢູ່ 6ແຂວງພາກເຫນືອລາວກັບຄືນປະເທດທີ່ແສນຮັກ ແລະ ບ້ານເກີດເມືອງນອນ ທີ່ແຂວງດຽນບຽນຟູ ສສ ຫວຽດນາມ ເພື່ອໃຫ້ຄອບຄົວ ແລະ ຍາດພີ່ນ້ອງນຳໄປປະກອບພີທີຕາມຮີດຄອງປະເພນີ.


ທີ່ມາ: Media Laos (ອຸດົມໄຊ)
Hits: 18