Sunday, November 9, 2025
Kbank Laos โอน รับ จ่าย

ກະຊວງວິທະຍາສາດ ກຳນົດປະຕິບັດ 6 ແຜນງານ ຮອງຮັບຍຸກອຸດສາຫະກໍາ 4.0

ພາບປະກອບ

ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ( ກວຕ ) ໄດ້ວາງແຜນຍຸດທະສາດການພັດທະນາວິທະຍາສາດ ແລະ ເຕັກໂນໂລຊີຂອງປະເທດເຮົາ ຮອດປີ 2025 ແລະ ວິໄສທັດ ເຖິງປີ 2030 ເຊິ່ງໃນນັ້ນຈະຕ້ອງປະຕິບັດ 6 ແຜນງານທີ່ຈໍາເປັນ ເພື່ອຮອງຮັບຍຸກສະໄໝອຸດສາຫະກໍາ 4.0.

ທ່ານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໃຫ້ສໍາພາດຕໍ່ໜັງສືພິມ ເສດຖະກິດ – ການຄ້າ ເມື່ອບໍ່ດົນນີ້ວ່າ:

ພາບປະກອບ

ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ເຫັນວ່າການປະຕິວັດອຸດສາຫະກໍາ ຄັ້ງທີ 4 ເປັນກະແສຟອງຄື້ນໃໝ່ທີ່ຈະພັດຜ່ານໄປທົ່ວໂລກ ແລະ ສປປ ລາວ ບໍ່ອາດຈະຫຼີກລ່ຽງໄດ້.

ສະນັ້ນ, ເພື່ອຮອງຮັບຍຸກອຸດສາຫະກໍາ 4.0 ຢ່າງເປັນເຈົ້າການນັ້ນ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ວາງແຜນຍຸດທະສາດການພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ ຂອງປະເທດເຮົາຮອດປີ 2025 ແລະ ວິໄສທັດເຖິງປີ 2030 ເຊິ່ງໃນນັ້ນເຫັນວ່າຈະຕ້ອງປະຕິບັດ 6 ແຜນງານທີ່ຈໍາເປັນ ດັ່ງລຸ່ມນີ້:

ພາບປະກອບ

ແຜນງານທີ 1:

ຕ້ອງໄດ້ເອົາໃຈໃສ່ໂຄສະນາເຜີຍແຜ່ໃຫ້ທົ່ວສັງຄົມຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງເຖິງທາດແທ້ຂອງການປະຕິວັດອຸດສາຫະກໍາ ຄັ້ງທີ 4 ແລະ ຜົນສໍາເລັດຂອງວິທະຍາສາດ ແລະ ເຕັກໂນໂລຊີໃນໂລກປັດຈຸບັນ ທີ່ກໍາລັງສົ່ງຜົນສະທ້ອນເຖິງການພັດທະນາເສດຖະກິດ – ສັງຄົມຂອງໂລກ ແລະ ຂອງປະເທດເຮົາ ເພື່ອເປັນເຈົ້າການກະກຽມຮອງຮັບຢ່າງພາວະວິໄສ.

ແຜນງານທີ 2:

ສ້າງ ແລະ ປັບປຸງບັນດາກົດໝາຍ, ນິຕິກໍາລຸ່ມກົດໝາຍ, ກົນໄກການປະສານງານ ແລະ ຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ – ສັງຄົມ ຕາມແນວທາງນະໂຍບາຍຂອງພັກ – ລັດ ໃນຍຸກອຸດສາຫະກໍາ 4.0 ເພື່ອຮອງຮັບການພັດທະນາເສດຖະກິດແຫ່ງພູມປັນຍາ ແລະ ສັງຄົມແຫ່ງໂລກດິຈິຕອລ.

ພາບປະກອບ

ແຜນງານທີ 3:

ບຸກທະລຸໃນການພັດທະນາຊັບພະຍາກອນມະນຸດໃຫ້ມີບາດກ້າວກະໂດດໃໝ່ ເປັນຕົ້ນແມ່ນຕ້ອງປະຕິຮູບລະບົບການສຶກສາ ແລະ ການກໍ່ສ້າງນັກວິຊາການໃນຂະແໜງການໃໝ່ຂອງຍຸກອຸດສາຫະກໍາ 4.0 ເຊັ່ນ: ວິສະວະກໍາເຕັກໂນໂລຊີຂໍ້ມູນ – ຂ່າວສານ, ອິນເຕີເນັດແຫ່ງສັບພະສິ່ງ, ວິສະວະກໍາການຜະລິດແບບສາມມິຕິ, ວິສະວະກໍາຫຸ່ນຍົນ ແລະ ການຜະລິດອັດສະລິຍະ, ວິສະວະກໍາການສ້າງພາບເໝືອນຈິງ ແລະ ປັນຍາປະດິດ, ວິສະວະກໍານາໂນເຕັກໂນໂລຊີ ແລະ ພັນທຸກໍາ.

ແຜນງານທີ 4:

ຄົ້ນຄວ້ານໍາໃຊ້ວິທະຍາສາດ ແລະ ເຕັກໂນໂລຊີໃໝ່ທີ່ທັນສະໄໝ ເພື່ອລຶບລ້າງຄວາມທຸກຍາກຂອງປະຊາຊົນ ແລະ ຜະລິດສິນຄ້າທີ່ມີຄຸນນະພາບໄດ້ມາດຕະຖານສາກົນ ເພື່ອສາມາດສົ່ງອອກແຂ່ງຂັນໃນຕະຫຼາດສາກົນ; ເລືອກເຟັ້ນຂະແໜງອຸດສາຫະກໍາ 4.0 ທີ່ປະເທດເຮົາມີທ່າແຮງໄດ້ປຽບ ເພື່ອພັດທະນາໃຫ້ມີປະສິດທິຜົນໃນການແຂ່ງຂັນ ແລະ ເຊື່ອມໂຍງກັບສາກົນຢ່າງເປັນເຈົ້າການ.

ພາບປະກອບ

ແຜນງານທີ 5:

ເອົາໃຈໃສ່ເປີດກວ້າງການບໍລິການວິທະຍາສາດ ແລະ ເຕັກໂນໂລຊີໃຫ້ແກ່ສັງຄົມ ເພື່ອຊຸກຍູ້ສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ ( SME ) ໃຫ້ຂະຫຍາຍຕົວ ແລະ ສາມາດສ້າງຜູ້ປະກອບການທາງດ້ານນະວັດຕະກໍາໃໝ່ ( Start up ) ໃຫ້ເກີດຂຶ້ນ ເປັນຕົ້ນແມ່ນໃນການບໍລິການນະວັດຕະກໍາໃໝ່, ຖ່າຍທອດເຕັກໂນໂລຊີໃໝ່ທີ່ທັນສະໄໝ, ບໍລິການດ້ານຊັບສິນທາງປັນຍາ, ກວດກາຄຸນນະພາບ ແລະ ຢັ້ງຢືນມາດຕະຖານສິນຄ້າ ແລະ ການບໍລິການ.

ແຜນງານທີ 6:

ເປີດກວ້າງການຮ່ວມມືກັບຕ່າງປະເທດ, ຕາມແນວທາງນະໂຍບາຍການຕ່າງປະເທດຂອງພັກເຮົາ ເປັນຕົ້ນແມ່ນການຮ່ວມມືທາງດ້ານວິທະຍາສາດ ແລະ ເຕັກໂນໂລຊີ ເພາະວ່າລະດັບວິທະຍາສາດ ແລະ ເຕັກໂນໂລຊີຂອງປະເທດເຮົາຍັງຕໍ່າ.

ພາບປະກອບ

ສະນັ້ນ, ການຮ່ວມມືເພື່ອສຶກສາຮຽນຮູ້, ຖ່າຍທອດບົດຮຽນ ແລະ ດຶງດູດການຊ່ວຍເຫຼືອທາງດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາຈາກບັນດາປະເທດທີ່ພັດທະນາແລ້ວ ຈຶ່ງແມ່ນຄວາມຈໍາເປັນພາວະວິໄສ.

ແຫຼ່ງຂໍ້ມູນ: ເສດຖະກິດ-ການຄ້າ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ສາຍການບິນ Vietjet ບັນລຸ 97% ຂອງແຜນການປະຈຳປີ ດ້ວຍຜົນງານທີ່ເຂັ້ມແຂງໃນໄຕມາດທີ 3 ປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 5 ພະຈິກ 2025) - ສາຍການບິນ Vietjet ໄດ້ລາຍງານຜົນງານທຸລະກິດທີ່ດີເລີດສຳລັບໄຕມາດທີ 3 ຂອງປີ 2025 (3Q2025), ໂດຍບັນລຸເຖິງ 97% ຂອງແຜນການປະຈຳປີໃນຂະນະທີ່ຍັງສືບຕໍ່ຮັກສາຈັງຫວະການເຕີບໂຕທີ່ໝັ້ນຄົງ. ຜົນງານໃນທາງບວກນີ້ຢືນຢັນເຖິງຖານະຂອງ Vietjet ໃນຖານະສາຍການບິນຊັ້ນນຳໃນພາກພື້ນອາຊີ, ສືບຕໍ່ສະເໜີທາງເລືອກການເດີນທາງທີ່ລາຄາຖືກແລະສະດວກໃຫ້ແກ່ຜູ້ໂດຍສານໃນທົ່ວພາກພື້ນ.

ສາຍການບິນ Vietjet ແລະ ມະຫາວິທະຍາໄລ Oxford ປະກາດຜົນການຄົ້ນຄວ້າເບື້ອງຕົ້ນ ກ່ຽວກັບການບິນທົ່ວໂລກສູ່ເປົ້າໝາຍ Net Zero

ນະຄອນຫຼວງວຽງຈັນ, ວັນທີ 30 ຕຸລາ 2025 – ໃນຖານະເປັນສ່ວນໜຶ່ງຂອງຄໍາໝັ້ນສັນຍາຕໍ່ການພັດທະນາແບບຍືນຍົງ ແລະ ນະວັດຕະກໍາ, Vietjet ໄດ້ປະກາດຜົນການຄົ້ນຄວ້າເບື້ອງຕົ້ນຂອງໂຄງການຄົ້ນຄວ້າອັນສຳຄັນກ່ຽວກັບການແກ້ໄຂບັນຫາ Net Zero ສໍາລັບການບິນທົ່ວໂລກ, ໂດຍການຮ່ວມມືກັບມະຫາວິທະຍາໄລ Oxford. ມະຫາວິທະຍາໄລທີ່ມີຊື່ສຽງລະດັບໂລກຍັງໄດ້ເປີດຕົວ ໂຄງການທຶນການສຶກສາ Oxford Pioneer Scholarship Scheme ເຊິ່ງເປັນໂຄງການດ້ານການສຶກສາທີ່ສໍາຄັນ, ຮ່ວມກໍ່ຕັ້ງໂດຍ ດຣ. ຫງວຽນ ຖິ ເຟືອງ ທ້າວ (Dr Nguyen Thi Phuong Thao), ປະທານສະພາບໍລິຫານຂອງ Sovico Group ແລະ Vietjet, ເພື່ອສະໜັບສະໜູນການພັດທະນາພອນສະຫວັນ.

ລະວັງ! 5 ພະຍາດ ທີ່ມາກັບລະດູໜາວ

ເຖິງວ່າເດືອນພະຈິກ (ເດືອນ 11) ຈະເຂົ້າສູ່ລະດູໜາວຢ່າງເຕັມໂຕ ແຕ່ບາງເຂດໃນປະເທດລາວກໍຍັງບໍ່ທັນມີອາກາດໜາວເຢັນຕາມຊື່ລະດູໜາວເລີຍ, ແຕ່ສິ່ງທີ່ມັກຈະມາພ້ອມກັບລະດູໜາວນັ້ນແມ່ນພະຍາດ, ເຊື້ອໄວຣັສ ແລະ ແບັກທິເຣຍ; ເຊິ່ງມື້ນີ້ ອິນໄຊລາວຈະພາມາຮູ້ຈັກກັບ 5 ພະຍາດທີ່ມັກມາພ້ອມກັບລະດູໜາວ ເພື່ອໃຫ້ເຮົາໄດ້ກຽມຄວາມພ້ອມຮັບມື ເຊິ່ງມີພະຍາດຫຍັງແດ່ນັ້ນ ໄປເບິ່ງນຳກັນເລີຍ.