Monday, February 10, 2025

ປີນີ້! ລັດຖະບານ ວາງຄາດໝາຍໃຫ້ເສດຖະກິດເຕີບໂຕ ບໍ່ຫຼຸດ 6,5%

ປີ 2019 ທີ່ຫາກໍຜ່ານພົ້ນໄປ ເສດຖະກິດແຫ່ງຊາດຂະຫຍາຍຕົວພຽງ 6,4% ( ຄາດໝາຍແມ່ນ 6,7% ) ແລະ ສະເລ່ຍຕໍ່ຫົວຄົນບັນລຸ 2.677 ໂດລາສະຫະລັດ ( ຄາດໝາຍແມ່ນ 2.726 ) ເຊິ່ງສາເຫດສໍາຄັນສ່ວນໜຶ່ງແມ່ນຍ້ອນເກີດໄພພິບັດທໍາມະຊາດ, ພະຍາດລະບາດ ແລະ ໄພແຫ້ງແລ້ງ.

ແຕ່ພ້ອມກັນນັ້ນ, ຂະແໜງການຜະລິດທີ່ເປັນພື້ນຖານໃນການສ້າງຖານລາຍຮັບທີ່ຍືນຍົງ ກໍຍັງບໍ່ທັນຫຼາກຫຼາຍ ແລະ ຍັງບໍ່ປະກອບສ່ວນຢ່າງແຂງແຮງເຂົ້າໃນການພັດທະນາ ຈຶ່ງເຮັດໃຫ້ການເຕີບໂຕຂອງເສດຖະກິດຢູ່ໃນຈັງຫວະທີ່ຊ້າລົງກວ່າປີຜ່ານມາ.

ສຳລັບປີ 2020 ລັດຖະບານໄດ້ວາງຄາດໝາຍພັດທະນາເສດຖະກິດໃຫ້ຂະຫຍາຍຕົວ ບໍ່ຫຼຸດ 6,5% ຄິດເປັນມູນຄ່າ GDP ປະມານ 177.780 ຕື້ກີບ ສະເລ່ຍຕໍ່ຫົວຄົນ 2.733 ໂດລາສະຫະລັດ, ລາຍໄດ້ແຫ່ງຊາດຕໍ່ຫົວຄົນ ໃຫ້ໄດ້ 2.161 ໂດລາສະຫະລັດ.

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ກ່າວຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ VIII ເມື່ອວັນທີ 7 ພະຈິກ 2019 ຜ່ານມາວ່າ:

ວຽກງານພົ້ນເດັ່ນ ແລະ ຄວາມພະຍາຍາມຂອງລັດຖະບານໃນໄລຍະຜ່ານມາແມ່ນສືບຕໍ່ການຄຸ້ມຄອງບໍລິຫານລັດຢ່າງຮັດກຸມ, ປະຕິບັດກົດໝາຍຢ່າງເຄັ່ງຄັດ, ຈຳກັດການຄ້າຂາຍເຖື່ອນ, ປາບປາມຢາເສບຕິດ, ພະຍາຍາມສະກັດກັ້ນ ແລະ ແກ້ໄຂສິ່ງທີ່ຜິດເຂວ, ສະໜັບສະໜູນໂນ້ມນ້າວໄປສູ່ສິ່ງທີ່ຖືກຕ້ອງ ແລະ ສົ່ງເສີມປົກປ້ອງສິ່ງທີ່ເປັນທຳດ້ວຍການກ້າເບິ່ງໃຫ້ຊັດເຈນຂອງຄວາມເປັນຈິງ, ກ້າຕໍ່ສູ້ກັບສິ່ງທີ່ເປັນໄພຕໍ່ປະເທດຊາດ, ຕໍ່ປະຊາຊົນ.

ຕົວເລກການເຕີບໂຕຂອງເສດຖະກິດ ປີ 2019 ບັນລຸໄດ້ 6,4% ເຊິ່ງຫຼຸດຄາດໝາຍທີ່ສະພາຮັບຮອງ ແຕ່ກໍຍັງເປັນຕົວເລກການເຕີບໂຕໃນລະດັບດີຕໍ່ເນື່ອງ ທີ່ສຳຄັນການເຕີບໂຕດັ່ງກ່າວແມ່ນການເຕີບໂຕທີ່ຂ້ອນຂ້າງມີຄຸນນະພາບກວ່າເກົ່າ, ການດຸນດ່ຽງລາຍຮັບ – ລາຍຈ່າຍພາຍໃນມີທ່າຕັ້ງໜ້າ, ອັດຕາສ່ວນຂາດດຸນງົບປະມານຕໍ່ GDP ຫຼຸດລົງຈາກປະມານ 6% ໃນໄລຍະປີ 2015 – 2016 ມາເປັນປະມານ 4% ໃນປີ 2018, ລາຍຮັບພາຍໃນເພີ່ມຂຶ້ນຈາກປະມານ 21.000 ຕື້ກີບ ໃນປີ 2016 ມາເປັນ ປະມານ 26.200 ຕື້ກີບ ໃນປີ 2019.

ໄດ້ສືບຕໍ່ແກ້ໄຂບັນຫາໜີ້ສິນໂຄງການລົງທຶນຂອງລັດຢ່າງຕັ້ງໜ້າ ເຊິ່ງຮອດປັດຈຸບັນຊຳລະໄດ້ 2.214,7 ຕື້ກີບ ເທົ່າກັບ 50,8% ຂອງແຜນການປີ ຄຽງຄູ່ກັບການແກ້ໄຂດ້ວຍຮູບແບບອອກພັນທະບັດ ເພື່ອຊ່ວຍແກ້ໄຂສະພາບຄ່ອງທາງດ້ານການເງິນຊ່ວຍບໍລິສັດ.

ພ້ອມກັນນັ້ນ, ກໍໄດ້ແຕ່ງຕັ້ງຄະນະສະເພາະກິດ ເພື່ອກວດກາໂຄງການລົງທຶນຂອງລັດ, ເຈລະຈາຕໍ່ລອງ ຫຼື ແກ້ໄຂໜີ້ສິນແບບມີສ່ວນຫຼຸດຕາມຄວາມເໝາະສົມ ແລະ ມີ ຄວາມຍຸຕິທຳ.

ດຳເນີນ ແລະ ສຳເລັດການກວດກາໂຄງການເຊົ່າ ແລະ ສຳປະທານທີ່ດິນລັດທີ່ບໍ່ມີການເຄື່ອນໄຫວນຳໃຊ້ທີ່ຖືກຕ້ອງ, ຢຸດເຊົ່າກ່ອນສິ້ນສຸດສັນຍາ ແລະ ປະລະບໍ່ເອົາໃຈໃສ່ ຈຳນວນ 438 ໂຄງການ ແລະ ພົບເຫັນ 74 ໂຄງການ ບໍ່ມີຕົວຕົນ, 110 ໂຄງການ ທີ່ຖືກຍົກເລີກ, 170 ໂຄງການ ບໍ່ເຄື່ອນໄຫວ, ໝົດອາຍຸສັນຍາ ແລະ ສະເໜີຍົກເລີກ, 66 ໂຄງການ ທີ່ສະເໜີສືບຕໍ່ແຕ່ໃຫ້ມີການກວດກາຄືນດ້ານນິຕິກຳ ແລະ ພັນທະທາງດ້ານການເງິນ, 13 ໂຄງການ ບໍ່ແມ່ນໂຄງການເຊົ່າ – ສຳປະທານທີ່ດິນຂອງລັດ, 3 ໂຄງການ ມີຂໍ້ຂັດແຍ່ງ, 2 ໂຄງການ ໂອນເອົາທີ່ດິນລັດມາເປັນທີ່ດິນບຸກຄົນ ແລະ 9 ໂຄງການ ທີ່ບໍ່ນອນໃນບັນຊີ 438 ໂຄງການເຊົ່າ – ສຳປະທານທີ່ດິນຂອງລັດທີ່ແຂວງສະເໜີຍົກເລີກ; ປັດຈຸບັນລັດຖະບານຈະດຳເນີນການຕາມກົດໝາຍ ແລະ ລະບຽບການຢ່າງເຂັ້ມງວດຕໍ່ຜົນຂອງການກວດກາດັ່ງກ່າວ.

ໄດ້ສືບຕໍ່ຈັດຕັ້ງປະຕິບັດຄຳສັ່ງ ເລກທີ 15/ນຍ ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງ ແລະ ກວດກາການຂຸດຄົ້ນໄມ້, ເຄື່ອນຍ້າຍໄມ້ ແລະ ທຸລະກິດໄມ້ຢ່າງເຄັ່ງຄັດ ແລະ ສາມາດກວດເຫັນການບຸກລຸກເນື້ອທີ່ປ່າໄມ້ ທັງໝົດ 6.421,73 ເຮັກຕາ.

ພາຍຫຼັງລັດຖະບານໄດ້ອອກຄຳສັ່ງສະບັບດັ່ງກ່າວຈົນຮອດເດືອນມິຖຸນາ 2019 ຄະນະຮັບຜິດຊອບການປະມູນຂາຍໄມ້ຢຶດທົ່ວປະເທດໄດ້ຮັບໄມ້ຢຶດ ລວມທັງໝົດ 98.023,42 ແມັດກ້ອນ ແລະ 531,44 ໂຕນ.

ແຫຼ່ງຂໍ້ມູນ: ເສດຖະກິດ-ການຄ້າ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

VietJet ລາຍງານຜົນປະກອບການທຸລະກິດສູງສຸດນັບແຕ່ Covid-19 ໃນປີ 2024

(ນະຄອນຫຼວງວຽງຈັນ, ວັນທີ 07 ກຸມພາ 2025) – VietJet ສໍາເລັດການເຕີບໂຕທາງທຸລະກິດທີ່ໜ້າປະທັບໃຈໃນປີ 2024, ຂະຫຍາຍເຄື່ອຂ່າຍການບິນສາກົນ ແລະ ຝູງເຮືອບິນທີ່ທັນສະໄໝ ຂະນະດຽວກັນກໍ່ຍັງສ້າງລາຍໄດ້ ແລະ ກໍາໄລໃນລະດັບສູງສຸດເປັນປະຫວັດສາດ. ຄວາມສໍາເລັດຢ່າງຕໍ່ເນື່ອງຂອງສາຍການບິນແມ່ນ ບາດກ້າວອັນສໍາຄັນໃນການຟື້ນຕົວ ແລະ ຂະຫຍາຍໂຕຫຼັງຈາກໂລກລະບາດ Covid-19.

ເລີ່ມຕົ້ນປີດ້ວຍການປ່ຽນແປງຕົນເອງ ເພື່ອເປັນຄົນໃໝ່ທີ່ດີກວ່າ

ໃນຊ່ວງປີໃໝ່ແບບນີ້ຫຼາຍຄົນກໍມັກຈະຖືໂອກາດຕັ້ງເປົ້າໝາຍໃຫ້ຕົນເອງ ເພື່ອການປ່ຽນແປງທີ່ດີກວ່າປີທີ່ຜ່ານມາບໍ່ວ່າຈະເປັນດ້ານຄວາມຄິດ, ຄວາມສຳພັນ ແລະ ສັກກາຍະພາບ ຄວາມຮູ້ ຄວາມສາມດຂອງຕົນເອງ ຖ້າໃຜຍັງບໍ່ຮູ້ຈະຕັ້ງເປົ້າໝາຍໃຫ້ກັບຕົນເອງແນວໃດລອງມາເບິ່ງ 10 ວິທີງ່າຍໆໃນການພັດທະນາຕົນເອງທີ່ໃຜໆກໍເຮັດໄດ້:

ເປັນຫຍັງ? ຜົມຈຶ່ງຫງອກກ່ອນໄວ

ມັນເປັນເລື່ອງປົກກະຕິທີ່ເຮົາອາຍຸຫຼາຍຂຶ້ນຜົມຈະຫງອກຂາວໄປຕາມທຳມະຊາດຂອງການເຕີບໂຕ ແຕ່ຖ້າອາຍຸຍັງນ້ອຍແຕ່ຊ້ຳພັດມີຜົມຂາວແລ້ວ ມັນເປັນຍ້ອນຫຍັງແທ້? ປັດຈຸບັນ ໄວໜຸ່ມບາງຄົນອາຍຸຍັງບໍ່ຮອດເລກສາມເທື່ອ ແຕ່ມີຜົມຂາວເປັນຈຳນວນຫຼາຍ ລອງມາເບິ່ງສາເຫດທີ່ພົບເຫັນໄດ້ຫຼາຍນຳກັນ: