Sunday, May 25, 2025
Kbank Laos โอน รับ จ่าย

ເມືອງນາຊາຍທອງ ຈັດງານພົບປະເຍົາວະຊົນທັນວາ ປະຈຳປີ 2019

ຄະນະບໍລິຫານງານຊາວໜຸ່ມ ປປລ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ສົມທົບກັບຄະນະນໍາຫ້ອງການສຶກສາທິການ ແລະ ກິລາເມືອງ ຜູ້ອຳນວຍການໂຮງຮຽນຄູ-ອາຈານ ແລະ ເລຂາຊາວໜຸ່ມຫ້ອງການຕ່າງໆພາຍໃນເມືອງ ໄດ້ຈັດງານພົບປະເຍົາວະຊົນທັນວາ ຄັ້ງທີ 16 ປະຈໍາປີ 2019.

ຜ່ານມານີ້ ຢູ່ທີ່ໂຮງຮຽນມັດທະຍົມສົມບູນຟ້າສີຄາມ ໂດຍການເຂົ້າຮ່ວມຂອງສະຫາຍ ບຸນຊູ ພະວິເສດ ຮອງເລຂາພັກເມືອງ ປະທານກວດກາພັກ ຫົວໜ້າຫ້ອງການກວດກາລັດ (ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນ) ສະຫາຍ ໄຊຍະບັດ ຊຸ່ມມະນີວົງ ຮອງເລຂາຄະນະບໍລິຫານງານຊາວໜຸ່ມ ປປລ ນະຄອນຫຼວງວຽງຈັນ ມີບັນດາຄູ-ອາຈານ ເລຂາຊາວໜຸ່ມເມືອງ ແລະ ນ້ອງນ້ອຍເຍົາວະຊົນທັນວາ ເຂົ້າຮ່ວມຢ່າງພ້ອມພຽງ.

ສະຫາຍ ນາງ ປາວິນາ ສຸຂະບັນດິດ ເລຂາຄະນະບໍລິຫານງານຊາວໜຸ່ມ ປປລ ເມືອງນາຊາຍທອງກ່າວວ່າ: ຈຸດປະສົງໃນການຈັດງານພົບປະໃນຄັ້ງນີ້ ກໍ່ເພື່ອເປັນການສ້າງຂະບວນການ ຂໍ່ານັບຊົມເຊີຍກອງປະຊຸມໃຫຍ່ ຄັ້ງທີ IX ຂອງຜູ້ແທນຊາວໜຸ່ມທົ່ວເມືອງນາຊາຍທອງ ແລະ ຂໍ່ານັບຊົມເຊີຍວັນສໍາຄັນຂອງຊາດ ຂອງພັກ

ພິເສດແມ່ນສ້າງຂະບວນເພື່ອຂໍ່ານັບຮັບຕ້ອງກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກເມືອງນາຊາຍທອງ ແລະ ກອງປະຊຸມໃຫຍ່ ຄັ້ງທີ VIII ຂອງຜູ້ແທນຊາວໜຸ່ມ ທົ່ວນະຄອນຫຼວງວຽງຈັນ ພ້ອມທັງເປັນການກະຕຸກຊຸກຍູ້ໃຫ້ຄູ-ອາຈານຜູ້ທີ່ຮັບຜິດຊອບວຽກງານເຍົາວະຊົນ-ອະນຸຊົນ ໄດ້ເຂົ້າຮ່ວມພົບປະແລກປ່ຽນກັບໝູ່ເພື່ອໃຫ້ກວ້າງຂວາງ ແລະ ສາມັກຄີຮັກແພງຊ່ວຍເຫຼືອເຊີ່ງກັນ ແລະ ກັນ

ເວົ້າສະເພາະກໍ່ແມ່ນເພື່ອຍົກສູງພາລະບົດບາດຂອງຄະນະຊາວໜຸ່ມ ກໍ່ຄືການຈັດຄັ້ງຊາວໜຸ່ມໃຫ້ພົ້ນເດັ່ນ ເຮັດໃຫ້ນ້ອງນ້ອຍເຍົາວະຊົນ ຮູ້ໄດ້ຕໍ່ຄວາມສຳຄັນຂອງການຈັດຕັ້ງຊາວໜຸ່ມ ແລະ ມີຄວາມຕື່ນຕົວເຂົ້າຮ່ວມການເຄື່ອໄຫວນໍາການຈັດຕັ້ງຊາວໜຸ່ມ ສ້າງໄດ້ຄວາມສາມັກຄີຮັກແພງລະຫວ່າງສະມາຊິກເຍົາວະຊົນ-ອະນຸຊົນ ທັງພາກລັດ ແລະ ເອກຊົນແຕ່ລະໂຮງຮຽນທີ່ໄດ້ເຂົ້າຮ່ວມ ເຊິ່ງມີກິດຈະກໍາເຂົ້າຮ່ວມສະແດງ ແລະ ແຂ່ງຂັນທັງໝົດ 8 ກິດຈະກໍາຄື:

ກິດຈະກໍາຟ້ອນລວມໝູ່ຍິງ-ຊາຍ ກິດຈະກໍາຖາມ-ຕອບຄວາມຮູ້ຮອບຕົວ ກິດຈະກໍາເດີນແບບແຜນຂອງເຍົາວະ ຊົນທັນວາ ກິດຈະກໍາຮ່າຍນໍ້າໃສ່ແກ້ວ ກິດຈະກໍາວຽນອອ້ມຫຼັກ ກິດຈະກໍາເປົ່າປຸ້ມເປົ້າໃຫ້ແຕກ ແລະ ກິດຈະກໍາຮັກສາສິ່ງແວດລ້ອມ ການຈັດງານພົບປະໃນຄັ້ງນີ້ແມ່ນມີຄວາມເບີກບານມ່ວນຊື່ນ ສ້າງໄດ້ຄວາມສາມັກຄີຢ່າງໝັກແໜ້ນ ຮູ້ໄດ້ເກມແຂງຂັນ ແລະ ຮູ້ແພ້ຮູ້ຊະນະຮູ້ໃຫ້ອະໄພເຊິ່ງກັນ ແລະ ກັນ.

ແຫຼ່ງຂໍ້ມູນ: ຄະນະຊາວໜຸ່ມ ນະຄອນຫຼວງວຽງຈັນ Vientiane Capital Youth Union

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

“ຜ້າໄໝລາວ” ການອະນຸລັກ ແລະ ການປ່ຽນແປງ

ການອະນຸລັກ “ຜ້າໄໝລາວ” ມີຄວາມໝາຍວ່າ ລວດລາຍສີໄມ້ລາຍມືໃນຜືນຜ້າໃໝລາວ ຂອງບັນດາຊົນເຜົ່າຊາດລາວຕັ້ງແຕ່ເດີມມາເຖິງປັດຈຸບັນ ແມ່ນໄດ້ກາຍເປັນວັດທະນະທຳລາວມາແຕ່ບູຮານນະການ ຈຶ່ງຕ້ອງໄດ້ ອະນຸລັກ ແລະ ປົກປ້ອງຮັກສາໄວ້ໃຫ້ຄົງຢູ່ຢ່າງເປັນນິລັນດອນ ເຊິ່ງໄດ້ກາຍເປັນເອກະລັກຂອງຜ້າໄໝລາວ.

ພຣະທາດແມວສີ ເມືອງລອງ ແຂວງຫຼວງນ້ຳທາ

"ພະທາດແມວສີ" ທີ່ຕັ້ງຢູ່ບ້ານສະ, ເມືອງ ລອງ, ແຂວງຫຼວງນໍ້າທາ ຢູ່ຈອມພູສູງ ຫ່າງຈາກລະດັບນໍ້າທະເລ 1,000 ກວ່າແມັດ, ທິດເໜືອ ຕິດກັບປ່າໄມ້ ທິດໃຕ້ຕິດກັບ ທາງໄປບ້ານສະ, ທິດຕາເວັນອອກຕິດກັບປ່າໄມ້ ທິດຕາເວັນຕົກຕິດກັບ ແມ່ນໍ້າຂອງເຊິ່ງເປັນຊາຍແດນຂັ້ນລະຫວ່າງ ລາວ-ມຽນມາ

ວັດສຸວັນນະຄີລີ ນະຄອນຫຼວງພະບາງ

"ວັດສຸວັນນະຄີລີ" ທີ່ຕັ້ງຢູ່ ບ້ານຊຽງທອງ-ຄີລີ ຖະໜົນສັກກະລິນ, ຕິດກັບວັດປາກຄານ ຄໍາມຸງຄຸນ, ເປັນອີກວັດທີ່ຊາວໄທພວນ ຈາກຊຽງຂວາງ ເປັນຜູ້ສ້າງຂຶ້ນ ເພື່ອເປັນອະນຸສອນແກ່ກອງທັບຊາວພວນ ທີ່ສູ້ຮົບ ກັບກອງທັບຂອງພະມ້າ.