ຂໍຂອບໃຈນຳຜູ້ສະໜັບສະໜູນ

ໃນຕອນເຊົ້າຂອງວັນທີ 9 ມັງກອນ 2020, ທີ່ວັດອົງຕື້ມະຫາວິຫານ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໄດ້ມີພິທີຫຼໍ່ຍອດເກດພຣະເຈົ້າໃຫ່ຍອົງຫຼວງປະທານພອນ ເມືອງພວນ ແຂວງຊຽງຂວາງ, ໂດຍການຮ່ວມເປັນປະທານຂອງ  ທ່ານ ພັນຄໍາ ວິພາວັນ ຮອງປະທານປະເທດແຫ່ງ ສປປ ລາວ ແລະ ພຣະອາຈານໃຫ່ຍ ບຸນມາ ສິມມາພົມ ສູນກາງ ອພສ ເຈົ້າທິການວັດບ້ານຝ່າຍ. ນອກຈາກນີ້ ຍັງມີທ່ານເຈົ້ງແຂວງ ແຂວງຊຽງຂວາງ, ທ່ານເຈົ້າຄອງນະຄອນ ນະຄອນຫຼວງວຽງຈັນ,​ ການນໍາພັກ-ລັດ ແລະ ຄອບຄົວການນໍາ ເຂົ້າຮ່ວມ

ສໍາລັບພຣະເຈົ້າໃຫ່ຍອົງຫຼວງປະທານພອນ ແມ່ນໄດ້ເລີ່ມການກໍ່ສ້າງມາແຕ່ປີ 2014 ແລະ ໄດ້ວາງສີລາເລີກຢ່າງເປັນທາງການໃນວັນທີ 11 ທັນວາ 2015 ໂດຍການນໍາພາຂອງ ຄະນະພັກ-ຄະນະປົກຄອງແຂວງຊຽງຂວາງ ສົມທົບກັບສູນກາງ ອົງການພຸດທະສາສະໜາສໍາພັນລາວ ອົງການພຸດທະສາສະໜາສໍາພັນແຂວງຊຽງຂວາງ ແລະ ໄດ້ດໍາເນີນການກໍ່ສ້າງມາຮອດປະຈຸບັນ.

ການຫຼໍ່ຫຼອດຍອດເກດຄັ້ງນີ້, ຈະເປັນການຫຼອມຄັ້ງສຸດທ້າຍ ໃນການກໍ່ສ້າງພຣະເຈົ້າໃຫ່ຍອົງຫຼວງປາງປະທານພອນ, ຄໍາທີ່ນໍາມາຫຼອມໃນຄັ້ງນີ້ ແມ່ນມີປະມານ 3-4 ກິໂລ ທີ່ໄດ້ຈາກສັດທາຂອງພໍ່ແມ່ປະຊາຊົນທົ່ວປະເທດ

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ທ່ານ ບຸນຕົ້ນ ຈັນທະພອນ ເຈົ້າແຂວງ ແຂວງຊຽງຂວາງ ໄດ້ໃຫ້ສຳພາດວ່າ: ສໍາລັບພຣະເຈົ້າໃຫ່ຍອົງຫຼວງ ປາງປະທານພອນ ມີນໍ້າໜັກ 108 ໂຕນ ມີຄວາມສູງ 24 ແມັດ ແລະ ໜ້າຕັດກ້ວາງແມ່ນ 16 ​ແມັດ, ໃນສ່ວນຂອງແທນພຣະພຸດທະຮູບ ແມ່ນມີຄວາມສູງ 14 ແມັດ. ການສ້າງພຣະພຸດທະຮູບຄັ້ງນີ້ ແມ່ນເຮົາບໍ່ໄດ້ໃຊ້ງົບປະມານຂອງລັດ ແຕ່ເກີດຈາກສັດທາຂອງທຸກພາກສ່ວນ ທັງການນໍາ, ນັກທຸລະກິດ ແລະ ປະຊາຊົນລາວທົ່ວປະເທດ

ທ່ານຍັງໄດ້ກ່າວຕື່ມວ່າ: ຈຸດປະສົງຂອງການສ້າງພຣະເຈົ້າໃຫ່ຍອົງຫຼວງປາງປະທານພອນ ແມ່ນເພື່ອໃຫ້ເປັນມໍລະດົກທາງດ້ານວັດທະນາທໍາຂອງແຂວງ ແລະ ປະເທດຊາດ ພ້ອມທັງເປັນສູນລວມຈິດໃຈຂອງປ່ວງຊົນພາຍໃນຊາດ ໂດຍສະເພາະກໍ່ແມ່ນປະຊາຊົນແຂວງຊຽງຂວາງ.  

Hits: 5

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້