ແຈ້ງຍົກເລີກແລ້ວ! ໂຄງການພັດທະນາແຫຼ່ງທ່ອງທ່ຽວນໍ້າຕົກຕາດຄອນພະເພັງ ແລະ ນໍ້າຕົກຕາດສົມພະມິດ

ພາບປະກອບ

ອີງຕາມ ຂໍ້ຕົກລົງຂອງທ່ານເຈົ້າແຂວງ ສະບັບເລກທີ 1386/ຈຂ.ຈສ, ລົງວັນທີ 28 ພະຈິກ 2019 ວ່າດ້ວຍການຮັບຮອງມູນຄ່າຊົດເຊີຍ ໃຫ້ແກ່ໂຄງການ ແລະ ປະຊາຊົນທີ່ຖືກກະທົບຈາກໂຄງການພັດທະນາເຂດພັດທະ ນາໃໝ່ສີທັນດອນ ເມືອງໂຂງ, ແຂວງຈໍາປາສັກ ແລະ ອີງຕາມ ໜັງສືສະເໜີ ຂອງເມືອງໂຂງ ສະບັບເລກທີ 012 ຈມຂ, ລົງວັນທີ 14 ພະຈິກ 2019

ເລື່ອງການລົບລ້າງສັນຍາວ່າດ້ວຍການປະຕິບັດໂຄງການພັດທະນາອຸດທະຍານແຫຼ່ງທ່ອງທ່ຽວນໍ້າຕົກຕາດຄອນພະເພັງ ແລະ ໂຄງການພັດທະນາອຸດທະຍານ ແຫຼ່ງທ່ອງທ່ຽວນໍ້າຕົກຕາດສົມພະມິດ ແລະ ອີງຕາມ ຜົນກອງປະຊຸມເຈົ້າແຂວງ-ຮອງເຈົ້າແຂວງ ຄັ້ງວັນທີ 27 ທັນວາ 2019.

ພາບປະກອບ

ແຂວງຈໍາປາສັກ ຈຶ່ງໄດ້ອອກຂໍ້ຕົກລົງ ສະບັບເລກທີ 1604/ຈຂ.ຈສ ລົງວັນທີ 30 ທັນວາ 2019 ວ່າດ້ວຍການຍົກເລີກ ອະນຸຍາດລົງທຶນພາຍໃນ.

ເຊິ່ງເຈົ້າແຂວງໆຈໍາປາສັກ ໄດ້ຕົກລົງ:

ເຫັນດີຍົກເລີກ (ລົບລ້າງ) ໃບອະນຸຍາດລົງທຶນພາຍໃນ ສະບັບເລກທີ 015-11 ແລະ ສະບັບເລກທີ 016-11, ລົງວັນທີ 22 ມິຖຸນາ 2011 ທີ່ໄດ້ອະນຸຍາດໃຫ້ ທ່ານນາງ ສົມເລັດ ໂພສາລາດ ສ້າງຕັ້ງໂຄງການພັດທະນາແຫຼ່ງທ່ອງທ່ຽວນໍ້າຕົກຕາດຄອນພະເພັງ ແລະ ນໍ້າຕົກຕາດສົມພະມິດ ເມືອງໂຂງ;

ພາບປະກອບ

ຂໍ້ຕົກລົງ ສະບັບເລກທີ 1119/ຈຂຈ ລົງວັນທີ 31 ພຶດສະພາ 2011 ວ່າດ້ວຍການສໍາປະທານເນື້ອທີ່ດິນບໍລິເວນນໍ້າຕົກຕາດຄອນພະເພັງ ຈໍານວນ 51 ເຮັກຕາ ແລະ ຂໍ້ຕົກລົງ ສະບັບເລກທີ 557/ຈຂ.ຈສ ລົງວັນທີ 26 ເມສາ 2012 ວ່າດ້ວຍການອະນຸມັດໃຫ້ ກຸ່ມບໍລິສັດຍິ່ງໂຊກໄຊ ຮັບເໝົາການຈັດເກັບລາຍຮັບຈາກຄ່າທໍານຽມເຂົ້າຊົມແຫຼ່ງທ່ອງ ທ່ຽວນໍ້າຕົກຕາດຄອນພະເພັງ.

ພາບປະກອບ

ເຫັນດີໃຫ້ ອົງການປົກຄອງເມືອງໂຂງ ຍົກເລີກສັນຍາ ວ່າດ້ວຍການປະຕິບັັັດໂຄງການພັດທະນາອຸດທະຍານແຫຼ່ງທ່ອງທ່ຽວນໍ້າຕົກຕາດຄອນພະເພັງ ແລະ ນໍ້າຕົກຕາດສົມພະມິດ ສະບັບ ເລກທີ 002/ຈມຂ ລົງວັນທີ 21 ທັນວາ 2012 ກັບກຸ່ມບໍລິສັດຍິ່ງໂຊກໄຊ.

ສະນັ້ນ, ຈຶ່ງມອບໃຫ້ພະແນກແຜນການ ແລະ ການລົງທຶນແຂວງ, ຄະນະຄຸ້ມຄອງເຂດເສດຖະກິດພິເສດແຂວງ, ພະແນກການເງິນແຂວງ, ພະແນກຊັບພະຍາກອນທໍາມະຊາດ, ຫ້ອງວ່າການແຂວງ, ອົງການປົກຄອງເມືອງໂຂງ ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງຈັດຕັ້ງປະຕິບັດ ຢ່າງເຂັ້ມງວດ.

ແຫຼ່ງຂໍ້ມູນ: ໜັງສືພິມເສດຖະກິດການຄ້າ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...