Sunday, May 25, 2025
Kbank Laos โอน รับ จ่าย

ລ້ຳຄ່າຫາຍາກ! ເງິນຕາຂອງອານາຈັກລ້ານຊ້າງ

ມື້ນີ້, ທາງເວບໄຊອິນໄຊລາວ ຂໍນຳສະເໜີ ເງິນຕາຂອງອານາຈັກລ້ານຊ້າງ ທີ່ນຳໃຊ້ຢູ່ໃນສະໄໝບູຮານ.

ເງິນຕາຂອງອານາຈັກລ້ານຊ້າງ ມີຫຼາຍຊະນິດ ຄື ເງິນຮ້ອຍ, ເງິນລາດ ແລະເງິນເຮືອ.

  1. ເງິນຮ້ອຍ ເຮັດດ້ວຍເນື້ອເງິນປະສົມ ມີຮູບຮ່າງຄ້າຍຄືເຮືອຊະລ່າ ຫຼື ກະສວຍທໍຫູກ ຫົວທ້າຍເລັກນ້ອຍ ດ້ານເທິງມີຕຸ່ມທົ່ວ ໄປ ຄ້າຍຄືໂຕບົ້ງ ມີລາຄາຕ່າງກັນຕາມເນື້ອ ຄຳວ່າ “ຮ້ອຍ” ແມ່ນມາດຕາຊັ່ງປະຊາຊົນຊາວສີສັດຕະນາຄະນະຫຸດ ເຊິ່ງກຳນົດເອີ້ນນ້ຳໜັກສິບບາດ ວ່າ “ຮ້ອຍໜຶ່ງ”.

2. ເງິນລາດ ຫຼືທອງລາດ ມີລັກສະນະຄ້າຍຄືເງິນຮ້ອຍ ແຕ່ລຽວນ້ອຍກວ່າ ຫຼໍ່ດ້ວຍທອງແດງປະສົມທອງເຫຼືອງ ແລະມັກຊຸບດ້ວຍເງິນ ມີຂະໜາດແຕກຕ່າງກັນ ມີຕຣາປະທັບຢ່າງນ້ອຍ 3 ຕຣາ ເຊັ່ນ ຕຣາຊ້າງ, ຫອຍກາບ, ແມງກະເບື້ອ, ເຕົ່າ, ຈັກ, ປາ, ດອກຈັນ ໆລໆ ນອກຈາກນີ້, ຍັງພົບເງິນລາດ ມີລັກສະນະເປັນຮູບກະສວຍ ແລະມີຮ່ອງທາງກາງ ແຕ່ບໍ່ມີກາປະທັບ.

3. ເງິນເຮືອ ມີລັກສະນະຄ້າຍຄືເຮືອ ສ່ວນຫຼາຍເຮັດມາຈາກທອງແດງ, ທອງເຫຼືອງ, ທອງແດງ ມີຫຼາຍຂະໜາດ ໃຊ້ເປັນເງິນປີກໃນສະໄໝລ້ານຊ້າງ ຖືເປັນເງິນທີ່ມີຄ່ານ້ອຍທີ່ສຸດ.

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

“ຜ້າໄໝລາວ” ການອະນຸລັກ ແລະ ການປ່ຽນແປງ

ການອະນຸລັກ “ຜ້າໄໝລາວ” ມີຄວາມໝາຍວ່າ ລວດລາຍສີໄມ້ລາຍມືໃນຜືນຜ້າໃໝລາວ ຂອງບັນດາຊົນເຜົ່າຊາດລາວຕັ້ງແຕ່ເດີມມາເຖິງປັດຈຸບັນ ແມ່ນໄດ້ກາຍເປັນວັດທະນະທຳລາວມາແຕ່ບູຮານນະການ ຈຶ່ງຕ້ອງໄດ້ ອະນຸລັກ ແລະ ປົກປ້ອງຮັກສາໄວ້ໃຫ້ຄົງຢູ່ຢ່າງເປັນນິລັນດອນ ເຊິ່ງໄດ້ກາຍເປັນເອກະລັກຂອງຜ້າໄໝລາວ.

ພຣະທາດແມວສີ ເມືອງລອງ ແຂວງຫຼວງນ້ຳທາ

"ພະທາດແມວສີ" ທີ່ຕັ້ງຢູ່ບ້ານສະ, ເມືອງ ລອງ, ແຂວງຫຼວງນໍ້າທາ ຢູ່ຈອມພູສູງ ຫ່າງຈາກລະດັບນໍ້າທະເລ 1,000 ກວ່າແມັດ, ທິດເໜືອ ຕິດກັບປ່າໄມ້ ທິດໃຕ້ຕິດກັບ ທາງໄປບ້ານສະ, ທິດຕາເວັນອອກຕິດກັບປ່າໄມ້ ທິດຕາເວັນຕົກຕິດກັບ ແມ່ນໍ້າຂອງເຊິ່ງເປັນຊາຍແດນຂັ້ນລະຫວ່າງ ລາວ-ມຽນມາ

ວັດສຸວັນນະຄີລີ ນະຄອນຫຼວງພະບາງ

"ວັດສຸວັນນະຄີລີ" ທີ່ຕັ້ງຢູ່ ບ້ານຊຽງທອງ-ຄີລີ ຖະໜົນສັກກະລິນ, ຕິດກັບວັດປາກຄານ ຄໍາມຸງຄຸນ, ເປັນອີກວັດທີ່ຊາວໄທພວນ ຈາກຊຽງຂວາງ ເປັນຜູ້ສ້າງຂຶ້ນ ເພື່ອເປັນອະນຸສອນແກ່ກອງທັບຊາວພວນ ທີ່ສູ້ຮົບ ກັບກອງທັບຂອງພະມ້າ.