ລັດຖະບານ ຕັ້ງເປົ້າຈັດເກັບລາຍຮັບເຂົ້າງົບປະມານ 28 ພັນກວ່າຕື້ກີບ!

ໃນປີ 2020 ລັດຖະບານຕັ້ງເປົ້າຈັດເກັບລາຍຮັບງົບປະມານ 28.997 ຕື້ກີບ ເທົ່າກັບ 16,31% ຂອງ GDP ເພີ່ມຂຶ້ນ 9,41% ຂອງແຜນປີ 2019, ຂະນະທີ່ການຈັດເກັບລາຍຮັບ 11 ເດືອນ ໃນປີ 2019 ປະຕິບັດໄດ້ພຽງ 77,89% ຂອງແຜນການປີ.

ທ່ານ ບຸນໂຈມ ອຸບົນປະເສີດ ຮອງລັດຖະມົນຕີກະຊວງການເງິນ ລາຍງານກ່ຽວກັບການປະຕິບັດແຜນງົບປະມານ 11 ເດືອນ, ຄາດຄະເນໝົດປີ 2019 ແລະ ທິດທາງແຜນງົບປະມານ 2020 ຕໍ່ກອງປະຊຸມການເງິນທົ່ວປະເທດໃນກາງເດືອນທັນວາ 2019 ຜ່ານມາວ່າ:

ແຜນງົບປະມານແຫ່ງລັດທີ່ສະພາແຫ່ງຊາດຮັບຮອງແຜນລາຍຮັບທັງໝົດ 26.502 ຕື້ກີບ. ໃນນີ້, ລາຍຮັບພາຍໃນ 24.240 ຕື້ກີບ, ລາຍຮັບຈາກການຊ່ວຍເຫຼືອລ້າ 2.065 ຕື້ກີບ ແລະ ລາຍຮັບຈາກການປະກອບສ່ວນຂອງສັງຄົມ 197 ຕື້ກີບ ເຊິ່ງຄາດຄະເນໝົດປີ 2019 ການຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດ ຄາດວ່າຈະປະຕິບັດໄດ້ພຽງແຕ່ 25.665 ຕື້ກີບ ເທົ່າກັບ 96,84% ຂອງແຜນການປີ.

ໃນນັ້ນ, ລາຍຮັບພາຍໃນຈະປະຕິບັດໄດ້ 23.474 ຕື້ກີບ ເທົ່າກັບ 96,84% ຂອງແຜນການ, ລາຍຮັບຈາກການຊ່ວຍເຫຼືອລ້າປະມານ 1.993 ຕື້ກີບ ແລະ ລາຍຮັບຈາກການປະກອບສ່ວນສັງຄົມ 197 ຕື້ກີບ.

ທ່ານ ບຸນໂຈມ ອຸບົນປະເສີດ ກ່າວຕື່ມວ່າ:

ສຳລັບການຈັດຕັ້ງປະຕິບັດງົບປະມານ 11 ເດືອນປີ 2019 ປະຕິບັດໄດ້ 20.641 ຕື້ກີບ ເທົ່າກັບ 77,89% ຂອງແຜນການປີ.

ໃນນັ້ນ, ລາຍຮັບພາຍໃນປະຕິບັດໄດ້ 20.061 ຕື້ກີບ ເທົ່າກັບ 82,76% ຂອງແຜນການປີທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ( 2018 ) ເພີ່ມຂຶ້ນ 3% ແລະ ລາຍຮັບການຊ່ວຍເຫຼືອລ້າ 580,88 ຕື້ກີບ ເທົ່າກັບ 28,13% ຂອງແຜນການປີ, ສະເພາະລາຍຮັບສູນກາງຄຸ້ມຄອງປະຕິບັດໄດ້ 16.520 ຕື້ກີບ ເທົ່າກັບ 77,89% ຂອງແຜນການ, ລາຍຮັບທ້ອງຖິ່ນປະຕິບັດໄດ້ 4.120 ຕື້ກີບ ເທົ່າກັບ 81,64% ຂອງແຜນການປີ.

ໃນນີ້, ລາຍຮັບສ່ວຍສາອາກອນ 9.513 ຕື້ກີບ ເທົ່າກັບ 77,22% ທຽບໃສ່ໄລຍະດຽວກັນຂອງປີ 2018 ເພີ່ມຂຶ້ນ 5,34%, ລາຍຮັບພາສີ 6.107 ຕື້ກີບ ເທົ່າກັບ 81,22% ທຽບໃສ່ໄລຍະດຽວກັນເພີ່ມຂຶ້ນ 3,5%, ລາຍຮັບຄຸ້ມຄອງການເງິນລັດວິສາຫະກິດ 2.486 ຕື້ກີບ ເທົ່າກັບ 105% ທຽບໃສ່ໄລຍະດຽວກັນຫຼຸດລົງ 3%, ລາຍຮັບຊັບສິນຂອງລັດ 1.944 ຕື້ກີບ ເທົ່າກັບ 94,85% ທຽບໃສ່ໄລຍະດຽວກັນ ເພີ່ມຂຶ້ນ 4,65%, ລາຍຮັບອື່ນໆ 8.38 ຕື້ກີບ ຂອງແຜນການປີ.

ສ່ວນການຈັດຕັ້ງປະຕິບັດລາຍຮັບຂອງທ້ອງຖິ່ນໃນ 11 ເດືອນຜ່ານມາ ມີ 3 ແຂວງທີ່ສາມາດປະຕິບັດໄດ້ເກີນແຜນ ທີ່ສະພາແຫ່ງຊາດຮັບຮອງ.

ໃນນັ້ນ, ມີ: ແຂວງຜົ້ງສາລີ, ແຂວງຫຼວງນ້ຳທາ ແລະ ແຂວງບໍ່ແກ້ວ; ສ່ວນແຂວງທີ່ປະຕິບັດລາຍຮັບໄດ້ເກີນ 85% ຂອງແຜນການປີ ຂຶ້ນໄປມີ 6 ແຂວງ ຄື: ແຂວງອຸດົມໄຊ, ແຂວງຫຼວງພະບາງ, ແຂວງຫົວພັນ, ແຂວງໄຊສົມບູນ, ແຂວງບໍລິຄຳໄຊ ແລະ ແຂວງວຽງຈັນ.

ນອກນັ້ນ, ແມ່ນປະຕິບັດລາຍຮັບຫຼຸດ 85% ຂອງແຜນການປີ.

ທ່ານ ບຸນໂຈມ ອຸບົນປະເສີດ ກ່າວຕື່ມວ່າ:

ສຳລັບຄາດໝາຍແຜນງົບປະມານແຫ່ງລັດປີ 2020 ລາຍຮັບປະມານ 28.997 ຕື້ກີບ ເທົ່າກັບ 16,31% ຂອງ GDP ເພີ່ມຂຶ້ນ 9,41% ທຽບໃສ່ແຜນປີ 2019.

ໃນນີ້, ລາຍຮັບຈາກຂະແໜງພາສີ ແລະ ສ່ວຍສາອາກອນ 22.133 ຕື້ກີບ, ລາຍຮັບທີ່ບໍ່ແມ່ນພາສີ ແລະ ສ່ວຍ ສາອາກອນ 4.576 ຕື້ກີບ ແລະ ລາຍຮັບການຊ່ວຍເຫຼືອລ້າ 2.287 ຕື້ກີບ. ພ້ອມດຽວກັນ, ກໍວາງຄາດໝາຍລາຍຈ່າຍທັງໝົດຢູ່ໃນລະດັບ 35.693 ຕື້ກີບ ເທົ່າກັບ 20,08% ຂອງ GDP ເພີ່ມຂຶ້ນ 5,8% ທຽບໃສ່ແຜນການປີ 2019

ເຊິ່ງການເພີ່ມຂຶ້ນດັ່ງກ່າວເຫັນວ່າຍັງຫຼຸດຄາດໝາຍລາຍຈ່າຍທີ່ກຳນົດໄວ້ໃນແຜນດັດແກ້ 4 ປີ ທີ່ໄດ້ກຳນົດລະຫວ່າງ 22 – 24% ຂອງ GDP ແລະ ການຄາດດຸນງົບປະມານ 6.696 ຕື້ກີບ ຫຼື ເທົ່າກັບ 3,77% ຂອງ GDP.

ສ່ວນມາດຕະການດ້ານລາຍຮັບ ຕ້ອງບຸກທະລຸໃນການປະຕິຮູບຂົງເຂດລາຍຮັບດ້ວຍການຫັນເຂົ້າສູ່ການເກັບລາຍຮັບ ໂດຍລະບົບເຄື່ອງມືທີ່ທັນສະໄໝ ແລະ ຊໍາລະພັນທະງົບປະມານຜ່ານລະບົບທະນາຄານໃຫ້ຫຼາຍຂຶ້ນໃນເຂດທີ່ມີເງື່ອນໄຂ ເພື່ອເຮັດໃຫ້ສາມາດຈັດເກັບລາຍຮັບຄົບຖ້ວນ ແລະ ສົມຄູ່ກັບການຂະຫຍາຍຕົວຂອງເສດຖະກິດ.

ພ້ອມນັ້ນ, ກໍຕ້ອງປັບປຸງການແບ່ງປັນຄວາມຮັບຜິດຊອບໃນການຄຸ້ມຄອງການເກັບລາຍຮັບລະຫວ່າງສູນກາງ ແລະ ທ້ອງຖິ່ນຕາມຈຸດພິເສດ ແລະ ທ່າແຮງຂອງແຕ່ລະທ້ອງຖິ່ນ ເພື່ອເປັນການສ້າງຄວາມເຂັ້ມແຂງໃຫ້ທ້ອງຖິ່ນ ແລະ ຫຼຸດຜ່ອນການຂາດດຸນຂອງທ້ອງຖິ່ນລົງເປັນກ້າວໆ.

ພ້ອມນັ້ນ, ກໍຫັນການສ້າງແຜນ ແລະ ການຄຸ້ມຄອງ ແລະ ປະຕິບັດແຜນງົບປະມານໄປຕາມມາດຕາ 15 ຂອງກົດໝາຍວ່າດ້ວຍງົບປະມານແຫ່ງລັດ ໂດຍແຍກລາຍຮັບອອກເປັນ 4 ແຫຼ່ງໃຫຍ່ ຄື:

1). ລາຍຮັບຈາກພາສີ ແລະ ສ່ວຍສາອາກອນ,

2). ລາຍຮັບທີ່ບໍ່ແມ່ນພາສີ ແລະ ສ່ວຍສາອາກອນ,

3). ລາຍຮັບຈາກການຊ່ວຍເຫຼືອລ້າ ແລະ

4). ລາຍຮັບຈາກການປະກອບສ່ວນຂອງສັງຄົມ.

ແຫຼ່ງຂໍ້ມູນ: ເສດຖະກິດການຄ້າ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...