ລັດຖະບານຕັ້ງເປົ້າ!!! ຂາດດຸນງົບປະມານໃຫ້ຢູ່ໃນລະດັບ 3,77% ຂອງ ຈີດີພີ

ໃນປີ 2020 ລັດຖະບານໄດ້ວາງຄາດໝາຍສູ້ຊົນໃຫ້ເສດຖະກິດຂະຫຍາຍຕົວລະດັບ 6,5%, ມູນຄ່າສົ່ງອອກ ແລະ ນໍາເຂົ້າໃຫ້ໄດ້ 13.037 ລ້ານໂດລາສະຫະລັດ. ຂະນະທີ່ການເກັບລາຍຮັບໃຫ້ບັນລຸ 28.997 ຕື້ກີບ ການຂາດດຸນງົບປະມານໃຫ້ຢູ່ໃນລະດັບ 3,77% ຂອງ ຈີດີພີ.

ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ລາຍງານຕໍ່ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ 8 ເມື່ອວັນທີ 7 ພະຈິກ 2019 ຜ່ານມາວ່າ: ໃນປີ2020 ໄດ້ວາງຄາດໝາຍສູ້ຊົນພັດທະນາເສດຖະກິດໃຫ້ຂະຫຍາຍຕົວໃນລະດັບ 6,5% ຄິດເປັນມູນຄ່າລວມຍອດຜະລິດຕະພັນພາຍໃນ ( ຈີດີພີ ຫຼື GDP )ປະມານ 177.780 ຕື້ກີບ, GDP ຕໍ່ຫົວຄົນ ເທົ່າກັບ 2.733 ໂດລາສະຫະລັດ, ລາຍໄດ້ແຫ່ງຊາດ ( GNI ) ຕໍ່ຫົວຄົນ ເທົ່າກັບ 2.161 ໂດລາສະຫະລັດ.

ໃນນັ້ນ, ຂະແໜງກະສິກໍາ ເພີ່ມຂຶ້ນ 2,7% ກວມເອົາປະມານ 15,20%, ຂະແໜງອຸດສາຫະກໍາ ເພີ່ມຂຶ້ນ 7,3% ກວມເອົາປະມານ 32,03%; ຂະແໜງການບໍລິການ ເພີ່ມຂຶ້ນ 6,9% ກວມເອົາປະມານ 41,47% ແລະ ພາສີຈາກການນໍາເຂົ້າ ເພີ່ມຂຶ້ນ 7,5% ກວມເອົາປະມານ 11,31% ຂອງ GDP.

ຮັບປະກັນສະຖຽນລະພາບເງິນຕາແຫ່ງຊາດໃຫ້ໝັ້ນທ່ຽງ, ອັດຕາເງິນເຟີ້ຕໍ່າກວ່າອັດຕາການຂະຫຍາຍຕົວຂອງເສດຖະກິດ; ຄວບຄຸມປະລິມານເງິນ ( M2 ) ໃຫ້ເພີ່ມຂຶ້ນຢູ່ໃນລະດັບບໍ່ເກີນ 20% ທຽບໃສ່ປີຜ່ານມາ; ຮັບປະກັນໃຫ້ຄັງສໍາຮອງເງິນຕາຕ່າງປະເທດສາມາດກຸ້ມການນໍາເຂົ້າບໍ່ໃຫ້ຫຼຸດ 3 ເດືອນ.

ອີງຕາມດຳລັດວ່າດ້ວຍການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ – ສັງຄົມແຫ່ງຊາດ ແລະ ແຜນງົບປະມານແຫ່ງລັດ ປະຈຳປີ 2020 ສຳລັບເລກທີ 473/ນຍ ລົງວັນທີ 30 ທັນວາ 2019 ໄດ້ຄາດໝາຍສູ້ຊົນໃນແຕ່ລະຂົງເຂດ ດັ່ງນີ້:

1 ຄາດໝາຍຕົ້ນຕໍດ້ານເສດຖະກິດ

ສູ້ຊົນຜະລິດເຂົ້າເປືອກໃຫ້ໄດ້ 3,5 ລ້ານໂຕນ, ກາເຟ 160.000 ໂຕນ, ສາລີແຂງ 1,3 ລ້ານໂຕນ; ມູນຄ່າການຜະລິດອຸດສາຫະກໍາປຸງແຕ່ງ ແລະ ຫັດຖະກໍາໃຫ້ບັນລຸ 14.919 ຕື້ກີບ; ມູນຄ່າການຄ້າ ( ມູນຄ່າສົ່ງອອກ ແລະ ນໍາເຂົ້າ ) ໃຫ້ບັນລຸໄດ້ 13.037 ລ້ານໂດລາ ຂາດດຸນການຄ້າ 193 ລ້ານໂດລາ; ການຜະລິດກະແສໄຟຟ້າໃຫ້ໄດ້ 44.500 ລ້ານກິໂລວັດໂມງ ແລະ ຜະລິດແຮ່ທາດໃຫ້ໄດ້ 9.588 ຕື້ກີບ.

2 ຄາດໝາຍດ້ານການລົງທຶນ

ເພື່ອເຮັດໃຫ້ເສດຖະກິດເຕີບໂຕ ເພີ່ມຂຶ້ນ 6,5% ຂຶ້ນໄປໃນປີ 2020 ຄາດຄະເນ ຄວາມຕ້ອງການການລົງທຶນລວມທັງໝົດ 46.500 ຕື້ກີບ ເທົ່າກັບ 26,15% ຂອງ GDP.

ໃນນັ້ນ, ງົບປະມານການລົງທຶນພາຍໃນແມ່ນ 4.750 ຕື້ກີບ ເທົ່າກັບ 10,21% ຂອງທຶນລວມທັງໝົດ ( ບ້ວງປົກກະຕິ 2.600 ຕື້ກີບ ແລະ ບ້ວງອື່ນໆ 2.150 ຕື້ກີບ ); ທຶນຊ່ວຍເຫຼືອທາງການ ເພື່ອການພັດທະນາປະມານ 8.125 ຕື້ກີບ ( ກວມ 17,47% ຂອງທຶນລວມທັງໝົດ ); ການລົງທຶນເອກະຊົນພາຍໃນ ແລະ ຕ່າງປະເທດ ປະມານ 23.125 ຕື້ກີບ ( ກວມ 49,73% ຂອງທຶນລວມທັງໝົດ ); ການລົງທຶນຈາກລະບົບການເງິນ, ເງິນຕາ 10.500 ຕື້ກີບ ( ກວມ 22,58% ຂອງທຶນລວມທັງໝົດ ).

3 ຄາດໝາຍແຜນງົບປະມານແຫ່ງລັດ

ຄາດຄະເນລາຍຮັບ 28.997 ຕື້ກີບ ເທົ່າກັບ 16,31% ຂອງ GDP ເພີ່ມຂຶ້ນ 9,41% ຂອງແຜນປີ 2019; ລາຍຈ່າຍທັງໝົດ 35.693 ຕື້ກີບ ເທົ່າກັບ 20,08% ຂອງ GDP; ຂາດດຸນປະມານ 6.696 ຕື້ກີບ ຫຼື ປະມານ 3,77% ຂອງ GDP.

4 ຄາດໝາຍດ້ານການສຶກສາ ແລະ ສາທາລະນະສຸກ

ອັດຕາການເຂົ້າຮຽນສຸດທິຊັ້ນປະຖົມສຶກສາ ໃຫ້ໄດ້ສູງກວ່າ 99%, ອັດຕາລອດເຫຼືອຮອດ ປ 5 ໃຫ້ບັນລຸ 83%.

ຫຼຸດຜ່ອນອັດຕາເດັກນ້ອຍລຸ່ມ 5 ປີ ທີ່ມີນ້ຳໜັກຕ່ຳກວ່າມາດຕະຖານ ໃຫ້ຍັງເຫຼືອ 20%; ຫຼຸດຜ່ອນອັດຕາເດັກນ້ອຍລຸ່ມ 5 ປີ ທີ່ມີລວງສູງຕໍ່າກວ່າມາດຕະຖານໃຫ້ຍັງເຫຼືອ 32%; ອັດຕາການຕາຍຂອງແມ່ຫຼຸດລົງຍັງເຫຼືອ 160/100.000 ຄົນຂອງເດັກເກີດມີຊີວິດ.

5 ຄາດດ້ານພັດທະນາຊົນນະບົດ ແລະ ລຶບລ້າງ ຄວາມທຸກຍາກ

ສູ້ຊົນລຶບລ້າງຄອບຄົວທຸກຍາກ ໃຫ້ໄດ້ 3.234 ຄອບຄົວ, ລຶບລ້າງບ້ານທຸກຍາກໃຫ້ໄດ້ 220 ບ້ານ, ສ້າງບ້ານພັດທະນາໃຫ້ໄດ້ 100 ບ້ານ.

ແຫຼ່ງຂໍ້ມູນ: ເສດຖະກິດ-ການຄ້າ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...