ເຟສບຸກ JoJo Miracle ເຊິ່ງເປັນເຟສບຸກສ່ວນຕົວຂອງ ນັກຮ້ອງໜຸ່ມ ໂຈໂຈ້ ໄດ້ເຜີຍແຜ່ເລື່ອງລາວດີໆຂອງຕົນເອງ ທີ່ໄດ້ຮັບລາງວັນ Maha naga Awards 2019 ທີ່ປະເທດໄທ ໃນມື້ວັນທີ 23 ພະຈິກ 2019 ທີ່ຜ່ານມາ. ໂດຍໃນໂພສມີເນື້ອໃນວ່າ:

ງານສະເດັດປະທານລາງວັນນາໆຊາດ Maha naga Awards 2019
ລາງວັນບຸກຄົນຕົ້ນແບບ ປະເພດສິລະປິນນັກຮ້ອງດີເດັ່ນ

ອີກຫນຶ່ງຄວາມພູມໃຈ ວັນທີ 23 ພະຈິກ 2019 ທີ່ຜ່ານມາໂຈໂຈ້ໄດ້ມີໂອກາດໄປຮັບລາງວັນ ແລະ ໃບປະກາດກຽດຕິຄຸນ ໃນງານ “ສະເດັດປະທານລາງວັນກຽດຕິຄຸນນານາຊາດ” ອັນຊົງກຽດນີ້ ທີ່ປະເທດໄທ ໃນຖານະນັກຮ້ອງລາວຄົນຫນຶ່ງ ທີ່ເພີ່ນໄດ້ເລືອກໂຈໂຈ້ເປັນຫນຶ່ງຄົນໃນວົງການບັນເທິງເພງລາວ ເປັນຕົ້ນແບບຂອງສິນລະປິນນັກຮ້ອງດີເດັ່ນ ເຊິ່ງງານນີ້ເອງເພີ່ນກໍ່ໄດ້ລວມເອົາສິນລະປິນຫລາຍໆປະເທດເຂົ້າຮ່ວມ ແລະ ຫນຶ່ງໃນນັ້ນກໍ່ແມ່ນປະເທດລາວ ໂຈໂຈ້ກໍ່ຖືໂອກາດນີ້ຂອບໃຈສຳລັບລາງວັນ ແລະ ຂອບໃຈງານນີ້ທີ່ໃຫ້ໂອກາດໂຈໂຈ້ໄດ້ຮັບລາງວັນອັນຊົງກຽດນີ້, ແລະ ຂອບໃຈທຸກຄົນທີ່ຕິດຕາມໃນຜົນງານຂອງໂຈໂຈ້ ຕໍ່ໄປຫວັງວ່າໂຈໂຈ້ກໍ່ຈະຜະລິດຜົນງານຕ່າງໆໃຫ້ທຸກຄົນໄດ້ເບິ່ງເລື້ອຍໆ ແລະ ມີຜົນງານທີ່ມີຄຸນະພາບໃຫ້ທຸກຄົນໄດ້ຕິດຕາມເຕັມທີ່ ???

ແນວໃດກໍ່ດີ, ທີມຂ່າວອິນໄຊລາວ ຂໍສະແດງຄວາມຍິນດີກັບໜຸ່ມໂຈໂຈ້ຫຼາຍໆ
ຂໍ້ມູນ ແລະ ຮູບພາບ: JoJo Miracle
Hits: 2