ວັນທີ 9 ມັງກອນ 2020 ນີ້, ກົມ 213 ຈັດຕັ້ງສະແດງຜ່ານ ລາຍການຊ້ອມຮົບຍິງລູກປືນແທ້ພາຍໃຕ້ລະຫັດ “ຄົມໃນພັກ-01 2019” ຂອງເຫຼົ່າຮົບສືບຂ່າວຢູ່ ທີ່ສະໜາມຫັດແອບວິທະຍາ ຄານກົມມະດຳ ໂດຍການເຂົ້າ ຮ່ວມສັງເກດການຂອງສະຫາຍ ພົນຕີ ສະຫວ່າງໄຊ ສິນນາວົງ ຫົວໜ້າຫ້ອງການ ຄະນະກຳມະ ການປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບສູນກາງ, ມີສະ ຫາຍ ພົນຕີ ທອງວັນ ຈັນທະວົງ ຫົວໜ້າກົມ 213, ມີຄະນະພັກ-ຄະນະບັນຊາກົມ, ກອງ, ຫ້ອງ ການ, ພະນັກງານ-ນັກຮົບວິຊາ ສະເພາະເຫຼົ່າຮົບສືບຂ່າວ
ສະຫາຍ ພັນໂທ ສີເພັງ ສຸລະ ເດດ ຫົວຫນ້າຫ້ອງເສນາທິການ ກົມ 213 ຜູ້ບັນຊາ ພາກສະໜາມ ໄດ້ໃຫ້ຮູ້ວ່າ: ພິທີຈັດຕັ້ງສະແດງຜ່ານລາຍການຊ້ອມຮົບຍິງລູກ ປືນແທ້ຂອງເຫຼົ່າຮົບ ໃນຄັ້ງນີ້ ແມ່ນເພື່ອຂ່ຳນັບຮັບຕ້ອນວັນສ້າງ ຕັ້ງກອງທັບປະຊາຊົນລາວຄົບ ຮອບ 71 ປີ ແລະ ວັນສ້າງຕັ້ງເຫຼົ່າຮົບ ສືບຂ່າວການທະຫານຄົບຮອບ 65 ປີໃຫ້ມີຄວາມໝາຍເລິກເຊິ່ງ ແລະ ເພື່ອປັບປຸງກໍ່ສ້າງກຳລັງ ເຫຼົ່າຮົບສືບຂ່າວ ໄດ້ຮັບການອົບ ຮົມຫັດແອບຢ່າງຕໍ່ເນື່ອງປະຕິ ບັດລະບຽບພາກສະໜາມ, ຊຳນິ ຊຳນານທາງດ້ານສິລະປະຍຸດ- ຍຸດທະວິທີ ສືບຂ່າວ, ເຕັກນິກການ ນໍາໃຊ້ອາວຸດ-ກະສູນ, ອຸປະກອນ ປະກອບສະເພາະສືບຂ່າວ ແລະ ຮູບແບບການປະຕິບັດໜ້າທີ່ສູ້ ຮົບປະສານກັບເຫຼົ່າຮົບທະຫານ ອາກາດກຽມພ້ອມປະຕິບັດໜ້າທີ່ ແກ້ໄຂສະພາບການຕ່າງໆ ຕາມ ຄໍາສັ່ງຂອງຂັ້ນເທິງ ໃນສະເພາະ ໜ້າ ແລະ ຍາວນານ. ການຈັດຕັ້ງ ຊ້ອມຮົບຍິງລູກປືນແທ້ ໃນຄັ້ງນີ້ ໄດ້ສັງລວມເອົາ 8 ເນື້ອໃນລາຍ ການມາສະແດງເປັນຕົ້ນແມ່ນ: ລາຍການສະແດງສິລະປະ-ວັນ ນະຄະດີຂອງເຫຼົ່າຮົບສືບຂ່າວ ກອງທັບປະຊາຊົນລາວ, ສະແດງ ມວຍສືບຂ່າວ ໃນນີ້ມີ: ມວຍຫັດ ກາຍຊາຍ, ມວຍສູ້ຮົບຊາຍ-ຍິງ, ສືບຂ່າວຂ້າມຜ່ານສິ່ງກີດຂວາງ ແລະ ມວຍສືບຂ່າວກຳລັງພາຍ ໃນ, ສະແດງກໍາລັງສືບຂ່າວ ໂດດ ຈ້ອງ, ບົດຍິງປືນອາກາ ( ເພດ ຍິງ ) ຍິງເປີດປ້າຍຄໍາຂວັນ, ບົດ ຍິງປືນອາຊຽນ ບົດຍິງປືນສັ້ນ ກາ-59 (ຊາຍ-ຍິງ), ສືບຂ່າວ ຍຸດທະວິທີຍິງປືນແອດສະແວ ແດ, ກາ-59, ອາກາ ແລະ ເບ41, ດັບສູນ-ເປົ້າໝາຍປິດລັບຢູ່ຕົວ ເມືອງ ແລະ ພູມີປະເທດຕົວຈິງ ແລະ ອື່ນໆ. ຕອນທ້າຍພີທິ ຄະນະຊີ້ນຳ, ຄະ ພັກ-ຄະນະບັນຊາ, ຄະນະຮັບຜິດ ຊອບ ແລະ ຜູ້ບັນຊາແຕ່ລະພາກ ສ່ວນກໍໄດ້ພ້ອມກັນປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາ ເພື່ອພ້ອມກັນປັບປຸງໃນບາງ ຂອດ, ບາງລາຍການໃຫ້ແທດ ເໝາະ, ໃຫ້ຈົບງາມ ແລະ ຮັບປະ ກັນມີຄວາມປອດໄພ 100%.
ທີ່ມາ: Lao People’s Army News
Hits: 45