ວັນທີ 09 ມັງກອນ 2020, ເຟສບຸກ Chitthavong Sengkeo ໄດ້ນໍາສະເໜີຮູບພາບງານບຸນນະມັດສະການພຣະທາດສາມປາງ ທີ່ຈັດຂື້ນຢູ່ ເມືອງ ສຸຂຸມາ ແຂວງຈໍາປາສັກ ໃນວັນທີ 09 ມັງກອນ 2020 ກົງກັບ ອອກໃໝ່ 15 ຄໍ່າ ເດືອນຍີ້ລາວ ພສ 2563, ໃນທຸກໆປີ ໃນມື້ຂຶ້ນ 15 ຄໍ່າ ເດືອນຍີ່ ຊາວບ້ານຊາວເມືອງຈະພາກັນຈັດພິທີບຸນນະມັດສະການສະເຫຼີມສະຫຼອງພຣະທາດສາມປາງຂຶ້ນ

ສໍາລັບ ພຣະທາດສາມປາງ ແມ່ນຕັ້ງຢູ່ບ້ານໂນນຍາງ (ຄຸ້ມບ້ານທາດ) ເມືອງສຸຂຸມາ ແຂວງຈຳປາສັກ ຫ່າງຈາກຕົວເມືອງສຸຂຸມາ ໄປທາງຕາເວັນຕົກສ່ຽງເໜືອ ປະມານ 13 ກິໂລແມັດ ແລະ ຫ່າງຈາກນະຄອນປາກເຊ ໄປທາງຕາເວັນຕົກສ່ຽງໃຕ້ ປະມານ 72 ກິໂລແມັດ,

ພຣະທາດສາມປາງ ເປັນຜາສາດຫີນສາມຍອດ ກໍ່ສ້າງຂຶ້ນໃນ ສັດຕະວັດທີ 12 ເຊິ່ງສ້າງບໍ່ສຳເລັດ ໂດຍຕັ້ງລຽງກັນເທິງແທ່ງຫີນ, ສັນນິຖານວ່າ: ສຸພາທາ ເປັນຜູ້ສ້າງຂຶ້ນ. ຜູ້ຊ່ຽວຊານທາງບູຮານຄະດີໄດ້ສັນນິຖານວ່າ: ສຸພາທາ ອາດແມ່ນບຸກຄົນດຽວກັນກັບ ທິວາກາ ຮາປັນດິຕາ ເຊິ່ງເປັນທີ່ປຶກສາຂອງເຈົ້າຊີວິດ ຫີນສີລາຈາຣຶກ ຢູ່ຕໍ່ໜ້າຫໍທີ່ມີໜັງສືຂຽນໄວ້ທັງ 4 ດ້ານ ສັນນິຖານວ່າ: ມານດາຂອງພຣະອົງເປັນຄົນງາມ ແລະ ເປັນຜູ້ເກັ່ງທາງດ້ານອັກສອນສາດ ກໍ່ຄື ທາງດ້ານກາບກອນ. ຫີນສີລາຈາຣຶກໄດ້ບັນທຶກເຫດການດັ່ງກ່າວນັ້ນໄວ້ ເຊິ່ງເປັນຂໍ້ມູນທີ່ສໍາຄັນ ສໍາລັບ ນັກຊ່ຽວຊານທາງດ້ານໜັງສືຈາຣຶກຫີນສີລາ ເຊິ່ງພົວພັນເຖິງປະຫວັດສາດຂະແມ ຫຼື ກຳປູເຈຍໃນປັດຈຸບັນ.



ຮູບໂດຍພຣະ : Chitthavong Sengkeo
Hits: 48