ຂໍຂອບໃຈນຳຜູ້ສະໜັບສະໜູນ

ຊ່ວງນີ້ບັນຫາເລື່ອງນໍ້າຂອງບົກແຫ້ງກຳລັງເກີດຂຶ້ນຢ່າງຕໍ່ເນື່ອງ ສະນັ້ນ, ເພື່ອຊ່ວຍກັນຫຼຸດຜ່ອນບັນຫາການຂາດແຄນນໍ້າ ທີ່ກຳລັງເກີດຂຶ້ນກັບທຸກປະເທດ ແລະ ທັງເປັນການອະນຸຮັກຊັບພະຍາກອນນໍ້າ ພ້ອມກັບເປັນການປະຫຍັດລາຍຈ່າຍໃນແຕ່ລະເດືອນອີກດ້ວຍ.

  • ກວດສອບທໍ່ນໍ້າ ແລະ ກ໊ອກນໍ້າ

ຮູ້ບໍ່ວ່າ? ນໍ້າຢອດນ້ອຍໆ ຈາກທໍ່ນໍ້າ ຫຼື ກ໊ອກນໍ້າ ທີ່ຕິດຕັ້ງບໍ່ແໜ້ນ ຖ້າປ່ອຍໄວ້ໂດຍບໍ່ມີການສ້ອມແປງ ໃນແຕ່ລະມື້ຈະສູນເສຍນໍ້າໄປປະມານ 75 ລິດ ແລະ ຖ້າເປັນທໍ່ນໍ້າຂະໜາດໃຫ່ຍຈະສູນເສຍນໍ້າໄປແບບບໍ່ມີປະໂຫຍດເຖິງ 387 ລິດ

  • ບໍ່ຖີ້ມຂີ້ເຫຍື້ອລົງວິດ

ໂດຍສະເພາະຜ້າອະນາໄມ ເຈ້ຍອະນາໄມ ແລະ ກອກຢາສູບ ເພາະນອກຈາກຈະເປັນສາເຫດເຮັດໃຫ້ທໍ່ຕັນແລ້ວ ຍັງຕ້ອງໃຊ້ນໍ້າຫຼາຍໃນການລ້າງໃຫ້ສະອາດ

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

  • ກວດສອບຖັງເກັບນໍ້າວິດສະເໝີ

ຖ້າຖັງເກັບນໍ້າຂອງວິດຮົ່ວ ຈະເຮັດໃຫ້ມີນໍ້າໄຫຼຢູ່ຕະຫຼອດເວລາ ສະນັ້ນຖ້າສັງເກດມີນໍ້າໄຫຼຕະຫຼອດເວລາ ຄວນແປງດ່ວນ ເພື່ອເປັນການປະຫຍັດນໍ້າອີກທາງໜຶ່ງ

  • ປິດນໍ້າໃນຂະນະທີ່ສີແຂ້ວ

ຫຼາຍໆຄົນມັກຈະເປີດນໍ້າໄວ້ ໃນຕອນທີ່ກໍາລັງສີແຂ້ວ ເພາະຄິດວ່າຄືຊີບໍ່ເປືອງຫຍັງຫຼາຍ ໂດຍທີ່ບໍ່ຮູ້ເລີຍວ່າ ການເຮັດແບບນີ້ ຈະເຮັດໃຫ້ເສຍນໍ້າໄປເຖິງ 20-30 ລິດຕໍ່ຄັ້ງ. ແຕ່ຖ້າເຮົາປິດນໍ້າ ແມ່ນຈະໃຊ້ນໍ້າໃນການສີແຂ້ວພຽງ 0.5-1 ລິດ ເທົ່ານັ້ນ.​

  • ອາບນໍ້າໃຫ້ໄວຂຶ້ນ

ເພາະການອາບນໍ້າພຽງ 4 ນາທີແມ່ນເທົ່າການໃຊ້ນໍ້າ 75–150 ລິດ ເຊິ່ງຖ້າອາບຫຼາຍກວ່ານີ້ ແມ່ນຕ້ອງໄດ້ໃຊ້ນໍ້າເພີ່ມຂຶ້ນແນ່ນອນ ສະນັ້ນຄວນອາບນໍ້າໃຫ້ໄວຂຶ້ນ

  • ຊັກເຄື່ອງອາທິດລະ 1-2 ເທື່ອ

ການຊັກເຄື່ອງເທື່ອລະເລັກລະນ້ອຍ ເຮັດໃຫ້ເປືອງນໍ້າຫຼາຍ ສະນັ້ນເຮົາຄວນລວມເຄື່ອງມາຊັກພ້ອມກັນ ອາທິດລະເທື່ອ ຫຼື ສອງເທື່ອກໍ່ໄດ້

  • ປ່ຽນວິທີລ້າງຖ້ວຍ

ຫຼາຍຄົນອາດຈະມັກລ້າງຖ້ວຍໂດຍການເປິດນໍ້າ ໃຫ້ນໍ້າໄຫຼຜ່ານເພື່ອລ້າງຟອງສະບູ ແຕ່ຮູ້ບໍ່ວ່າ ກວ່າຖ້ວຍຈະສະອາດ ກໍຕ້ອງເສຍນໍ້າໄປຫຼາຍຄືກັນ ສະນັ້ນຄວນເປີດນໍ້າໃສ່ຊາມ ແລ້ວຄ່ອຍເອົາຖ້ວຍມາລ້າງດີກວ່າ

  • ລ້າງຜັກ ແລະ ໝາກໄມ້ໃຫ້ຖືກວິທີ

ເຊັ່ນດຽວກັນກັບການລ້າງຖ້ວຍ ການເປີດນໍ້າໃຫ້ໄຫຼຜ່ານຜັກ ແລະ ໝາກໄມ້ ຕ້ອງໃຊ້ນໍ້າຫຼາຍ ແລະ ອາດຈະເຮັດໃຫ້ຜັກ ໝາກໄມ້ບໍ່ສະອາດ ສະນັ້ນຄວນເປີດນໍ້າໃສ່ຊາມ ແລ້ວເອົາຜັກ ໝາກໄມ້ລົງໄປແຊ່ໄວ້

  • ນໍາເອົານໍ້າຊັກເຄື່ອງມາໃຊ້ຢ່າງອື່ນ

ຫຼັງຈາກຊັກເຄື່ອງ ຫຼື ລ້າງຖ້ວຍ,ລ້າງຜັກ ແລ້ວ ບໍ່ຟ້າວເອົານໍ້າໄປຖິ້ມ ເພາະສາມາດເອົາໄປຫົດນ້ໍາຕົ້ນໄມ້ໄດ້ ແຕ່ແນະນໍາໃຫ້ໃຊ້ນໍ້າສຸດທ້າຍເດີ້

ເປັນແນວໃດ,​ ສໍາລັບຂໍ້ມູນທີ່ອິນໄຊລາວ ເອົາມາຝາກ ບາງຄົນກໍ່ອາດຈະຮູ້ມາແນ່ແລ້ວ,​ ແຕ່ກໍ່ຍັງມີອີກຫຼາຍຄົນທີ່ຫາກໍ່ຮູ້ມື້ນີ້.​ ຫວັງວ່າຂໍ້ມູນນີ້ ຈະຊ່ວຍທຸກຄົນປະຫຍັດນໍ້າ ແລະ ຄ່າໃຊ້ຈ່າຍໄດ້ຫຼາຍເຕີບ.

ຮຽບຮຽງຂໍ້ມູນຈາກ:​ https://learn.eartheasy.com

Hits: 6

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້