ອາຈານ ຄໍາສວນ ວົງທອງຄໍາ ສິລະປິນຫຼຽນຄໍາອິນດູຈີນ ປະຈຸບັນແມ່ນສອນຢູ່ໂຮງຮຽນສິລະປະດົນຕີແຫ່ງຊາດ ແລະ ທັງເປັນອາຈານສອນຢູ່ ສະໂມສອນດົນຕີລາວດ່ານຊ້າງ, ໂດຍອາຈານຈະໃຊ້ເວລາໃນວັນເສົາ-ອາທິດ ເພື່ອເປັນຜູ້ຖ່າຍທອດຄວາມຮູ້ ຄວາມສາມາດທາງດ້ານດົນຕີລາວ ໃຫ້ກັບນັກຮຽນໃນເຂດນອກ ເພື່ອໃຫ້ເຂົາເຈົ້າໄດ້ຮຽນຮູ້ວິທີການຫຼີ້ນດົນຕີລາວ ແລະ ເປັນຜູ້ສືບທອດດົນຕີລາວຮຸ່ນຕໍ່ໆໄປ. ພ້ອມກັນນີ້ ຍັງເຮັດໃຫ້ໄວໜຸ່ມຮຸ່ນໃໝ່ໄດ້ໃຊ້ເວລາຫວ່າງໃຫ້ເກີດປະໂຫຍດອີກດ້ວຍ.

ອາຈານ ຄໍາສວນ ວົງທອງຄໍາ ໄດ້ໃຫ້ສຳພາດກັບທີມຂ່າວອິນໄຊລາວວ່າ: ສໍາລັບວິຊາທີ່ອາຈານສອນຫຼັກໆ ແມ່ນຈະສອນເລື່ອງຂອງການເປົ່າແຄນ ນັກຮຽນທຸກຄົນທີ່ເຂົ້າມາຮຽນຕ້ອງເປົ່າແຄນເປັນ ບໍ່ວ່າຈະເປັນຍີງຊາຍ ກໍ່ຕ້ອງໄດ້ຮຽນ ເພາະວ່າ ແຄນ ແມ່ນເປັນເອກະລັກຂອງບ້ານເຮົາ ຄົນລາວເຮົາ ແລະ ສຽງແຄນລາວ ກໍ່ໄດ້ຖືກເຂົ້າເປັນມໍລະດົກໂລກ. ທາງສະໂມສອນ ກໍ່ໄດ້ໃຫ້ໂອກາດເດັກນ້ອຍລາວ ໂດຍສະເພາະກໍ່ແມ່ນເດັກນ້ອຍໃນເຂດຊຸມຊົນບ້ານດ່ານຊ້າງ ໄດ້ມີໂອກາດຮຽນຮູ້ກ່ຽວກັບສິລະປະວັດທະນາທໍາ ໂດຍທີ່ບໍ່ເສຍຄ່າໃຊ້ຈ່າຍໃດໆທັງໝົດ ແລະ ບໍ່ພຽງແຕ່ຄົນລາວເທົ່ານັ້ນ ຄົນຕ່າງປະເທດກໍ່ສາມາດເຂົ້າມາຮຽນໄດ້ຟຣີເຊັ່ນກັນ ເພາະວ່າເຮົາຢາກເຜີຍແຜ່ ວັດທະນາທໍານີ້ ໃຫ້ໄປໄດ້ໄກເທົ່າໃດຍິ່ງດີ


ທ່ານຍັງໄດ້ກ່າວຕື່ມອີກວ່າ: ສະໂມສອນດ່ານຊ້າງແມ່ນສ້າງຕັ້ງຂຶ້ນມາດົນພໍສົມຄວນ ປະມານ 12 ປີ ເຊິ່ງເກີດຂຶ້ນໄດ້ຍ້ອນການເອົາໃຈໃສ່ຂອງການນໍາພັກລັດ ແລະ ພາກສ່ວນທີ່ກ່ຽວຂ້ອງ. ມາຮອດປະຈຸບັນ ເດັກນ້ອຍແມ່ນໄດ້ຮັບໝາກຜົນ ໄດ້ຮັບໃຊ້ກອງປະຊຸມຕ່າງໆທີ່ສໍາຄັນຂອງປະເທດ ແລະ ຍັງໄດ້ມີໂອກາດໄປສະແດງຢູ່ຕ່າງແຂວງ ແລະ ຕ່າງປະເທດອີກດ້ວຍD

ສໍາລັບໃຜທີ່ຢາກຈະໄປຮຽນ (ບໍ່ມີຄ່າໃຊ້ຈ່າຍ) ກໍ່ສາມາຕິດຕໍ່ໄດ້ທາງເຟສບຸກຂອງອາຈານໄດ້ Laomusic danxang ຫຼື ສາມາດເຂົ້າໄປທີ່ສະໂມສອນໄດ້ ຕັ້ງຢູ່ ບ້ານດ່ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ
Hits: 17