
ຕອນເຊົ້າ ວັນທີ 6 ມັງກອນ 2020 ຢູ່ທີ່ບ້ານພູຫວານ ເມືອງຫຼວງນໍ້າທາ ໄດ້ຈັດງານບຸນກິນຈຽງຕາມຮິດຄອງປະເພນີຂອງເຜົ່າອາຄາປະຈໍາປີ 2020 ໂດຍການເຂົ້າຮ່ວມຂອງທ່ານ ຫຼ້າປະເສີດ ສີປະເສີດ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງຫຼວງນໍ້າທາ, ມີຄະນະພັກຮາກຖານກຸ່ມຈະເລີນສຸກ,ອົງການຈັດຕັ້ງບ້ານພູຫວານ,ແຂກຖືກເຊີນ ແລະ ປະຊາຊົນບ້ານພູຫວານເຂົ້າຮ່ວມ.ບ້ານພູຫວານ ເມືອງຫຼວງນໍ້າທາ ເປັນບ້ານຊົນເຜົ່າອາຄາ ຕັ້ງຢູ່ທາງທິດຕາເວັນຕົກສ່ຽງໃຕ້ຂອງເມືອງຫຼວງນໍ້າທາ ຂື້ນກັບກຸ່ມຈະເລີນສຸກ ຫ່າງຈາກເທດສະບານເມືອງ ປະມານ 26 ກິໂລແມັດ ປະກອບມີ 86 ຫຼັງຄາເຮືອນ, ມີ 130 ຄອບຄົວ,ມີພົນລະເມືອງ 611 ຄົນ,ຍິງ 292 ຄົນ ອາຊິບຂອງປະຊາຊົນແມ່ນ ປຸກຢາງພາລາ,ການຜະລິດກະສິກໍາ,ລ້ຽງສັດ ແລະ ເຄື່ອງປ່າຂອງດົງ ທົ່ວບ້ານ ມີເນື້ອທີ່ປຸກຢາງພາລາ 56 ເຮັກຕາ,ເນື້ອທີ່ສວນໜາກແໜ່ງ 10 ເຮັກຕາ,ເນື້ອທີ່ປູກເຂົ້າເນີນສູງ 150 ເຮັກຕາ, ມີຄວາຍ 250 ໂຕ,ງົວ 40 ໂຕ,ແບ້ 150 ໂຕ, ໝູ 110 ໂຕ ແລະ ສັດປີກ 300 ກວ່າໂຕ ສາມາດສ້າງລາຍຮັບເຂົ້າບ້ານຈາກການຂາຍສັດລ້ຽງ 150 ລ້ານກີບ,ເຄື່ອງປ່າຂອງດົງ 200 ລ້ານກວ່າກີບ, ຂາຍເຂົ້າ 250 ລ້ານກວ່າກີບ ແລະ ລາຍຮັບອື່ນໆ 950 ລ້ານກວ່າກີບ ສະເລ່ຍລາຍຮັບຕໍ່ຫົວຄົນ 15 ລ້ານກີບ/ຄົນ/ປີ ເຜົ່າອາຄາເປັນເຜົ່າໜື່ງໃນ 50 ຊົນເຜົ່າທີ່ນອນຢູ່ໃນວົງຄະນາຍາດແຫ່ງຊາດລາວຈັດຢູ່ໜວດພາສາຈີນ-ຕີເບດ,ມີພາສາປາກເວົ້າສະເພາະ,ບໍ່ມີຕົວໜັງສືຂຽນ,ເຊື່ອຖືສາສະໜາຜີ,ການນຸ່ງຖື,ມີເອກະລັກສະເພາະທີ່ປະດັບປະດາຢ່າງງົດງາມ,ງານບຸນກິນຈຽງຂອງເຜົ່າອາຄາບ້ານພູຫວານປີນີ້,ຈັດຂື້ນເພື່ອເປັນການສະເຫຼີມສະຫຼອງຜົນງານການຜະລິດໃນຮອບ1ປີຜ່ານມາ,ທັງເປັນການຟື້ນຟູເຜີຍແຜ່ຮິດຄອງປະເພນີອັນດີງາມຂອງເຜົ່າ,ເປັນການສົມມາຄະລາວະຕໍ່ຜູ້ອາວຸໂສ,ຜູ້ເປັນພໍ່ເປັນແມ່ແລະຜູ້ນໍາໃນຕະກຸນເຈົ້າກົກເຈົ້າເຫຼົ່າແລະທັງເປັນການເຕົ້າໂຮມຍາດຕິພີ່ນ້ອງທັງຢູ່ໃກ້ແລະໄກມາພົບປະຢ້ຽມຢາມ,ສ້າງສັນຄວາມສາມັກຄີ,ຮູ້ບຸນຄຸນຊື່ງກັນແລະກັນ,ພ້ອມນັ້ນໃນງານບູນຍັງມີການສະແດງສິລະວັນນະຄະດີຂອງເຜົ່າຢ່າງມີບັນຍາກາດຟົດຟື້ນມ່ວນຊື່ນ ແລະ ຂ່າວຍັງໃຫ້ຮູ້ຕື່ມວ່າ: ໃນວັນທີ 5 ມັງກອນ 2020 ຢູ່ທີ່ບ້ານສີດາ ເມືອງຫຼວງນໍ້າທາ ໄດ້ຈັດງານບຸນປີໃໝ່ຂອງເຜົ່າສີດາ, ໂດຍການເຂົ້າຮ່ວມຂອງທ່ານ ຫຼ້າປະເສີດ ສີປະເສີດ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງຫຼວງນໍ້າທາ, ມີກຳມະການພັກເມືອງ, ຫົວໜ້າຫ້ອງ, ຮອງຫ້ອງ, ແຂກຖືກເຊີນ, ອົງການປົກຄອງບ້ານ ແລະ ເຖົ້າແກ່ແນວໂຮມ ພ້ອມດ້ວຍປະຊາຊົນເຂົ້າຮ່ວມ.


ໃນພິທີໄດ້ຜ່ານບົດສະຫຼູບຂອງບ້ານສີດາ ໃນການເຄື່ອນໄຫວວຽກງານຂອງບ້ານໃນໄລຍະ 1 ປີຜ່ານມາ ແລະ ທິດທາງແຜນການຕໍ່ໜ້າ ເຊິ່ງບ້ານສີດາ ຕັ້ງຢູ່ເຂດພູດອຍ ຫ່າງຈາກຫ້ອງວ່າການເມືອງຫຼວງນໍ້າທາໄປທາງທິດເໜືອ ປະມານ 13 ກິໂລແມັດ ມີເສັ້ນທາງດິນແດງສາມາດເຂົ້າເຖິງບ້ານໄດ້ 2 ລະດູ. ເຊິ່ງບ້ານສີດາແມ່ນຊົນເຜົ່າສີດາ ປະຈຸບັນມີ 86 ຫຼັງຄາເຮືອນ, ມີ 103 ຄອບຄົວ

ຄົວ, ມີພົນລະເມືອງ 494 ຄົນ, ຍິງ 225 ຄົນ, ທົ່ວບ້ານມີເນື້ອທີນາ 35 ເຮັກຕາ, ສວນຢາງພາລາ 50 ເຮັກຕາ, ສວນໝາກແໜ່ງ 40 ເຮັກຕາ, ປູກພືດລົ້ມລຸກ 6 ເຮັກຕາ, ປະເພດສັດລ້ຽງມີຄວາຍ 65 ໂຕ, ມີງົວ 100 ໂຕ, ສັດປີກ 500 ກ່ວາໂຕ. ເຜົ່າສີດາບ້ານສີດາ ມີເອກະລັກສະເພາະແມ່ນການແຕ່ງກາຍຂອງຊົນເຜົ່າ, ວິຖີການດໍາລົງຊີວິດ, ພາສາຂອງເຜົ່າສີດາມີສໍານຽງຄ້າຍຄືພາສາຈີນ ແລະ ມົ້ງ, ເຜົ່າສີດາແມ່ນນັບຖືຜີ, ອາຊີບຫຼັກແມ່ນປູກເຂົ້າ, ລ້ຽງສັດ ແລະ ອື່ນໆ ບຸນປີໃໝ່ຂອງເຜົ່າສີດາບ້ານສີດາ ຈັດຂຶ້ນໃນລະຫ່ວາງເດືອນທັນວາ-ເດືອນມັງກອນ ທັງນີ້ກໍ່ເພື່ອເປັນການສະເຫຼີມສະຫຼອງຜົນສໍາເລັດການເກັບກ່ຽວມ້ຽນມັດພົນລະປູກຂອງຕົນ.ຕອນທ້າຍຂອງພິທີ ຍັງໄດ້ຊົມການສະແດງສິລະປະວັນນະຄະດີຂອງຊົນເຜົ່າສີດາ ບ້ານສີດາຢ່າງຟົດຟື່ນມ່ວນຊື່ນ ທັງນີ້ກໍ່ເພື່ອດຶງດູດໃຫ້ນັກທ່ອງທ່ຽວມາທ່ຽວຊົມກິດຈະກໍາຂອງຊົນເຜົ່າສີດາ ນັບມື້ນັບຫຼາຍຂຶ້ນຕື່ມອີກ.
ທີ່ມາ: ຂ່າວເມືອງຫຼວງນໍ້າທາ
Hits: 102