ການຂຸດຄົ້ນໄມ້ປ່ອງຢ່າງຊະຊາຍຢູ່ເຂດເມືອງສັງທອງ ນະຄອນຫຼວງວຽງຈັນ ແລະ ເມືອງ ຫີນເຫີບ ແຂວງວຽງຈັນ ນອກຈາກຈະສົ່ງຜົນກະທົບໂດຍກົງຕໍ່ສະພາບແວດລ້ອມ ແລະ ຊີວະ ນາໆພັນແລ້ວ ຍັງເຮັດໃຫ້ເສຍຄວາມສົມດູນຂອງລະບົບນິເວດວິທະຍາປ່າໄມ້ ຮ້າຍແຮງໄປກວ່ານັ້ນອາດສ່ຽງຕໍ່ການບຸກລຸກປ່າສະຫງວນແຫ່ງຊາດ ພູພະນັງ ໂດຍກົງ. ເພາະສະນັ້ນ, ທຸກພາກສ່ວນທີ່ກ່ຽວຂ້ອງຕ້ອງ ຕິດຕາມກວດກາຢ່າງໃກ້ຊິດ ແລະ ມີມາດຕາການຄຸ້ມຄອງຢ່າງເໝາະສົມ ເພື່ອເຮັດໃຫ້ການນຳໃຊ້ໄມ້ປ່ອງມີຄວາມຍືນຍົງ.

ການຂຸດຄົ້ນໄມ້ປ່ອງຢ່າງຊະຊາຍຢູ່ເຂດເມືອງສັງທອງ ນະຄອນຫຼວງວຽງຈັນ ແລະ ເມືອງ ຫີນເຫີບ ແຂວງວຽງຈັນ ນອກຈາກຈະສົ່ງຜົນກະທົບໂດຍກົງຕໍ່ສະພາບແວດລ້ອມ ແລະ ຊີວະ ນາໆພັນແລ້ວ ຍັງເຮັດໃຫ້ເສຍຄວາມສົມດູນຂອງລະບົບນິເວດວິທະຍາປ່າໄມ້ ຮ້າຍແຮງໄປກວ່ານັ້ນອາດສ່ຽງຕໍ່ການບຸກລຸກປ່າສະຫງວນແຫ່ງຊາດ ພູພະນັງ ໂດຍກົງ. ເພາະສະນັ້ນ, ທຸກພາກສ່ວນທີ່ກ່ຽວຂ້ອງຕ້ອງ ຕິດຕາມກວດກາຢ່າງໃກ້ຊິດ ແລະ ມີມາດຕາການຄຸ້ມຄອງຢ່າງເໝາະສົມ ເພື່ອເຮັດໃຫ້ການນຳໃຊ້ໄມ້ປ່ອງມີຄວາມຍືນຍົງ.
ເຈົ້າໜ້າທີ່ປ້ອງກັນປ່າສະຫງວນແຫ່ງຊາດ ພູພະນັງ ບອກວ່າ: ປ່າສະຫງວນແຫ່ງຊາດພູພະນັງ ຖືກຄຸກຄາມຍ້ອນການເກັບຊື້ໄມ້ປ່ອງເປັນຈຳນວນຫຼວງຫຼາຍ ຫວ່າງ 2-3 ປີຜ່ານມານີ້, ໂດຍສະ ເພາະແມ່ນໄມ້ພາງຂອງຕົວແທນ ບໍລິສັດຕ່າງປະເທດຢູ່ເຂດເມືອງ ຫີນເຫີບ ແຂວງວຽງຈັນ ແລະ ເມືອງສັງທອງ ນະຄອນຫຼວງວຽງຈັນ ແມ່ນມີຈຳນວນຫຼວງຫຼາຍ ຕາມການກວດກາຂອງເຈົ້າໜ້າທີ່ ເຫັນວ່າ: ທຸກພາກສ່ວນມາເກັບຊື້ແມ່ນມີເອກະສານຖືກຕ້ອງໂດຍແມ່ນຂັ້ນສູນກາງ ແລະ ທ້ອງ ຖິ່ນເປັນຜູ້ອອກໂກຕາໃຫ້ ແຕ່ສິ່ງທີ່ໜ້າເປັນຫ່ວງທີ່ສຸດນັ້ນກໍຄືເມື່ອ ມີການເກັບຊື້ຢ່າງກວ້າງຂວາງ ແຜ່ຫຼາຍກ່ໍໃຫ້ເກີດການຕັດໄມ້ ຢ່າງຊະຊາຍຂອງປະຊາຊົນ ດັ່ງທີ່ເຫັນປະຈັກຕາຢູ່ທຸກມື້ນີ້, ມີລານເກັບຊື້ ແລະ ຕາກໄມ້ຟາງ ຢັ່ງຢາຍຢູ່ໃນເຂດບໍລິເວນສອງເມືອງນີ້ຢ່າງຫຼວງຫຼາຍ, ເກັບຊື້ນຳ ປະຊາຊົນໃນລາຄາ 600-700 ກີບ ຕໍ່ກິໂລ, ສຳລັບໄມ້ພາງທີ່ພ່າ ເປັນລິ້ວແລ້ວເຊິ່ງເຮັດໃຫ້ເປັນ ຊ່ອງຫວ່າງໃນການລັກລອບຕັດ ໄມ້ປ່ອງຢູ່ເຂດປ່າສະຫງວນແຫ່ງຊາດພູພະນັງຢ່າງຫຼີກລ້ຽງບໍ່ໄດ້ ເຊິ່ງກາຍເປັນປະກົດການຫຍໍ້ທໍ້ ໜຶ່ງທີ່ເກີດຂຶ້ນ ແລະ ແກ່ຍາວຈົນ ເຖິງທຸກມື້ນີ້.

ເຈົ້າໜ້າທີ່ຍັງກ່າວຕື່ມອີກວ່າ: ນອກຈາກຕັດໄມ້ພາງ ເພື່ອຂາຍ ໃຫ້ຕົວແທນ ຫຼື ບໍລິສັດ ຕ່າງ ປະເທດໂດຍກົງແລ້ວ ຍັງມີການ ຕັດໄມ້ຊອດ ແລະ ໄມ້ປ່ອງຊະ ນິດອື່ນໆ ເພື່ອຂາຍໃຫ້ແກ່ທຸລະ ກິດສວນກ້ວຍທີ່ກຳລັງແຜ່ຫຼາຍ ໃນຂອບເຂດເມືອງສັງທອງ ແລະ ເມືອງຫີນເຫີບ. ເຊິ່ງເຈົ້າຂອງ ສວນກ້ວຍເກັບຊື້ໃນລາຄາບໍ່ຕໍ່າ ກວ່າ 1.000 ກີບຕໍ່ລຳ.

ຜູ້ປະກອບການໂຮງງານຜະລິດຕະພັນໄມ້ປ່ອງມັງກອນຄຳສ່ວນ ບຸກຄົນທີ່ຕັ້ງໂຮງງານຢູ່ບ້ານ ສວນມອນເມືອງຫີນເຫີບ ແຂວງ ວຽງຈັນບອກກັບຜູ້ຂຽນວ່າ: ການອະນຸມັດໂກຕາຊື້ໄມ້ປ່ອງໃຫ້ແກ່ບໍລິສັດຕ່າງປະເທດມີຜົນກະທົບ ໂດຍກົງຕໍ່ຜູ້ປະກອບການຄົນລາວທີ່ດຳເນີນທຸລະກິດຢ່າງຖືກຕ້ອງຕາມກົດໝາຍ ແລະ ເສຍພັນພະອາກອນໃຫ້ແກ່ລັດ ເນື່ອງຈາກວ່າໂຮງງານຂອງຄົນລາວທີ່ຕັ້ງຢູ່ບໍລິເວນດັ່ງກ່າວມີຂອບເຂດສຳປະທານການຂຸດຄົ້ນ ແລະ ຈ້າງງານ ພາຍໃນທ້ອງຖິ່ນ ເຊິ່ງເປັນການສ້າງວຽກເຮັດງານທຳໃຫ້ແກ່ພໍ່ແມ່ປະຊາຊົນເຂດໃກ້ຄຽງໄດ້ໃນ ລະດັບໜຶ່ງ. ສະເພາະໂຮງງານປຸງແຕ່ງໄມ້ ປ່ອງມັງກອນຄຳສ້າງຕັ້ງມາແຕ່ປີ 2017 ມີກຳລັງການຜະລິດ 20 ໂຕນ ຕໍ່ວັນ ຜະລິດຕະພັນສ່ວນໃຫຍ່ແມ່ນໄມ້ຈິ້ມແຂ້ວ ໄມ້ສຽບ ອາຫານ, ໄມ້ຖູ່ ແລະ ໄມ້ກ້ານທູບ ສົ່ງອອກໄປປະເທດໄທ ແລະ ຫວຽດນາມ ອີກສ່ວນໜຶ່ງກໍຈຳໜ່າຍຢູ່ພາຍໃນປະເທດ.

ເມື່ອມີການອະນຸມັດຢ່າງກວ້າງຂວາງກໍປະສະຈາກບໍ່ໄດ້ຈະມີ ການບຸກລຸກທຳລາຍຢ່າງເປີດແປນເຊິ່ງເປັນຜົນກະທົບໂດຍກົງ ສະພາບແວດລ້ອມລະບົບຄວາມສົມດູນຂອງຜືນປ່າ ແລະ ຄວາມຍືນຍົງໃນການນໍາໃຊ້ໄມ້ປ່ອງ ທີ່ຊົງຄຸນຄ່າຈົນໄດ້ຮັບສາຍຍາວ່າ: “ຄຳຂຽວ” ຂອງ ສປປ ລາວ ຢ່າງໜ້າເວດທະນາ ເຈົ້າໜ້າທີ່ປ້ອງກັນປ່າສະຫງວນແຫ່ງຊາດ ພູພະນັງ ໄດ້ກ່າວໄວ້
ທີ່ມາ: Lao people’s Army News (ບົວແກ້ວ ສິດທິວົງ)
Hits: 76