ເວັບໄຊ Channelnewsasia.com ໄດ້ເຜີຍແຜ່ສາລະຄະດີ When the Mekong River turned blue (ເມື່ອແມ່ນໍ້າຂອງປ່ຽນເປັນສີຟ້າ) ໃນວັນທີ 12 ມັງກອນ 2020, ໂດຍໃນສາລະຄະດີໄດ້ກ່າວເຖີງການປ່ຽນແປງຂອງແມ່ນໍ້າຂອງເປັນຕົ້ນແມ່ນ ນໍ້າຂອງປ່ຽນເປັນສີຟ້າ ນໍ້າບົກແຫ້ງຜິດປົກກະຕິ ເຊິ່ງກະທົບຕໍ່ກັບປະຊາຊົນທີ່ອາໄສແມ່ນໍ້າຂອງເປັນບ່ອນທໍາມາຫາກິນ

ເມື່ອໂຄງການເຂື່ອນໄຟຟ້າພະລັງງານນໍ້າໄດ້ເປີດໃຊ້ ໃນເວລາດຽວກັນກັບການປ່ຽນແປງສະພາບດິນຟ້າອາກາດ ສົ່ງຜົນກະທົບຕໍ່ແມ່ນໍ້າຂອງ ເຮັດໃຫ້ແມ່ນໍ້າຂອງຖືກລົບກວນ. ລະດັບນໍ້າແມ່ນມີການປ່ຽນແປງຢ່າງໄວວາຍ້ອນວ່ານໍ້າຖືກກັກເກັບ ແລະ ຖືກປ່ອຍຢູ່ເປັນປະຈໍາ. ລະດູແລ້ງ ແລະ ລະດູຝົນ ແມ່ນເລີ່ມມີການປ່ຽນແປງ ຍາມຝົນ ຝົນບໍ່ຕົກ ຍາມແລ້ງພັດມີຝົນຕົກ. ການລ້ຽງປາກະຊັງເລີ່ມພົບບັນໃນເລື່ອງລະດັບນໍ້າທີ່ຫລຸດລົງຢ່າງກະທັນຫັນ ແລະ ເລື່ອງຂອງສານອາຫານ

ແມ່ນໍ້າຂອງທີ່ເປັນສີນໍ້າຕານແມ່ນສະທ້ອນໃຫ້ເຫັນເຖິງຕະກອນ ທີ່ລ້ຽງຊີວິດສັດ ແລະ ເສີມສ້າງດິນຕາມແຄມຝັ່ງ ແຕ່ໃນປະຈຸບັນບາງສ່ວນແມ່ນມີການປ່ຽນແປງ
ເຂື່ອນໄຊຍະບູລີ ເລີ່ມດໍາເນີນການຢ່າງເຕັມກໍາລັງໃນເດືອນຕຸລາທີ່ຜ່ານມາ ເຊິ່ງສັກກະຍະພາບໃນການສົ່ງອອກຂອງເຂື່ືອນແມ່ນ 1285 ເມກາວັດ


ທ່ານ ດາວວົງ ພອນແກ້ວ ຫົວໜ້າຫ້ອງການກະຊວງພະລັງງານ ແລະ ບໍ່ແຮ່ ກ່າວໃນສາລະຄະດີວ່າ: ລັດຖະບານລາວ ຕ້ອງການສົ່ງເສີມພາກໄຟຟ້າພະລັງງານນໍ້າ ໃຫ້ເປັນໜຶ່ງໃນລັກສະນະຂອງເສດຖະກິດ ເພື່ອດືງດູດການລົງທືນຈາກຕ່າງປະເທດ ແລະ ປັບປຸງເສດຖະກິດຂອງຊາດ. ຖ້າຍ້ອນກັບໄປໃນປີ 1995 ໃນປະເທດລາວມີຜູ້ເຂົ້າເຖິງໄຟຟ້າບໍ່ພໍເທົ່າໃດຄອບຄົວ ແຕ່ຖ້າທຽບໃສ່ປະຈຸບັນແມ່ນ ມີເກືອບ 94% ທີ່ສາມາດເຂົ້າເຖິງໄຟຟ້າໄດ້ ເຊິ່ງເຮັດໃຫ້ການດໍາລົງຊີວິດຂອງເຂົາເຈົ້າງ່າຍຂຶ້ນ

ລຸງ ອານຸວໍລະລາດ ຈານາຍ ຊາວປາມົງ ບ້ານມ່ວງ ປະເທດໄທ ໄດ້ກ່າວໃນສາລະຄະດີວ່າ: ລັກສະນະຂອງແມ່ນໍ້າຂອງແມ່ນປ່ຽນໄປ ນໍ້າແມ່ນໄຫຼຊ້າ ເຮັດໃຫ້ເກີດນໍ້າໃສ ຈົນສາມາດແນມເຫັນປາທີ່ຢູ່ໃນນໍ້າ ແລະ ບໍ່ມີຕະກອນ ບາງບ່ອນແມ່ນເປັນສີຟ້າຄືກັບນໍ້າທະເລ

ທ່ານ ມົນຕີ ຈັນທະວົງ ນັກວິໄຈນໍ້າຂອງ ທີ່ໄດ້ໃຊ້ເວລາສືກສາແມ່ນໍ້າມາ 15 ປີ ແລະ ກໍາລັງຄົ້ນຄ້ວາບັນຫາສຸຂະພາບທີ່ເກີດຈາກການປ່ຽນແປງໃນແມ່ນໍ້າໄດ້ໃຫ້ຄໍາຄິດເຫັນກັບປະກົດການນີ້ວ່າ: ສໍາລັບປີທີ່ຜ່ານລະບົບນິເວດຂອງແມ່ນໍ້າຂອງ ໄດ້ຖືກທໍາຮ້າຍມາຕະຫຼອດປີ ຖ້າເວົ້າໃນເລື່ອງ “ມວຍ” ແມ່ນໍ້າຂອງແມ່ນຖືກຊົກມາຫຼາຍໝັດແລ້ວ ແຕ່ບັນຫານໍ້າຂອງໃສ ແມ່ນໝັດສຸດທ້າຍທີ່ຮຸນແຮງທີ່ສຸດ

ທ່ານ ມົນຕີ ຈັນທະວົງ ກ່າວຕື່ມວ່າ: ນໍ້າຂອງໃສ ແລະ ເປັນສີຟ້າ ເຊື່ອວ່າເກີດຈາກການໄຫຼຊ້າຂອງນໍ້າ, ຕະກອນທີ່ມີຕາມທໍາມະຊາດແມ່ນຫາຍໄປ, ເຊິ່ງຈະເຮັດໃຫ້ມີການກັດເຊາະຕະກອນຕາມແຄມຝັ່ງຫຼາຍຂຶ້ນ ປະກົດການນໍ້າໃສແບບນີ້ ເອີ້ນວ່າ ນໍ້າຫິວຕະກອນ

“ເວລາເຮົາໄດ້ຍີນຄໍາເວົ້າມ່ວນໆ ວ່ານໍ້າຂອງເປັນຂອງປະຊາຊົນ ຫຼໍ່ລ້ຽງປະຊາຊົນ 60 ລ້ານຄົນ ມັນເປັນຄໍາຂຶ້ນຕົ້ນມ່ວນໆ ແຕ່ຄວາມຈີງແລ້ວແມ່ນເປັນຄໍາເວົ້າຂີ້ຕວະ ເຈົ້າຂອງ 60 ລ້ານຄົນ ບໍ່ມີຢູ່ແທ້” ທ່ານ ມົນຕີ ຈັນທະວົງ ນັກວິໄຈແມ່ນໍ້າຂອງ ກ່າວປິດທ້າຍໃນສາລະຄະດີ
ລິ້ງສາລະຄະດີ: https://youtu.be/XEmHHCh3WWw
Hits: 16