ທ້າຍອາທິດທີ່ຜ່ານມາ, ທີ່ ຈັງຫວັດບຶງການ ກົງກັນຂ້າມກັບ ແຂວງບໍລິຄໍາໄຊ ໄດ້ມີປະກົດການນໍ້າຂອງປ່ຽນສີຕິດຕໍ່ກັນຫຼາຍມື້ ໂດຍສະເພາະກາງແມ່ນໍ້າຂອງ ເກີດປະກົດການຫາດຊາຍສີຂຽວເກີດຂຶ້ນເປັນໄລຍະຫຼາຍກີໂລ ເຮັດໃຫ້ມີນັກທ່ອງທ່ຽວ ແລະ ປະຊາຊົນທ້ອງຖິ່ນທີ່ບໍ່ເຄີຍເຫັນໃຫ້ຄວາມສົນໃຈເປັນຈໍານວນຫຼາຍ

ປະກົດການນີ້ແມ່ນເກີດຂຶ້ນທຸກປີ ຫຼັງຈາກແມ່ນໍ້າຂອງຫຼຸດລົງ ແລະ ໃນປີນີ້ມີຈໍານວນຫຼາຍ ເນື່ອງຈາກນໍ້າລົງຫຼາຍ ຈົນເຮັດໃຫ້ມີເທົາໄຫຼມາຕິດຢູ່ຫາດຊາຍ

ແນວໃດກໍ່ດີ, ເທົາສາມາດເອົາມາແຕ່ງກິນໄດ້ ແຕ່ຕ້ອງເຮັດໃຫ້ສຸກກ່ອນ ຄົນກິນໄດ້ ຫອຍປູປາກິນໄດ້ ແລະ ຍັງເປັນໂອກາດດີສໍາລັບປະຊາຊົນທີ່ຢູ່ໃກ້ຄຽງ ຈະນໍາໄປປະກອບອາຫານ ຫຼື ນໍາໄປຂາຍສ້າງລາຍໄດ້. ໂດຍເມນູທີ່ນິຍົມເອົາໄປເຮັດກິນແມ່ນ ລາບເທົາ



ຂໍ້ມູນ: www.ejan.co
Hits: 12