ງານວາງສະແດງຜະລິດຕະພັນເຟີນິເຈີໄມ້ລາວ ຄັ້ງທີ 6 ປະຈໍາປີ 2020 ໄດ້ຈັດຂຶ້ນໃນທ້າຍອາທິດທີ່ຜ່ານມາ ທີ່ສູນການຄ້າລາວ-ໄອເຕັກ (ຕຶກເກົ່າ) ໂດຍພາຍໃນງານມີຫົວໜ່ວຍທຸລະກິດເຂົ້າຮ່ວມ 150 ບູ໊ດ ໃນນີ້ມີຫົວໜ່ວຍຈາກ 11 ແຂວງ 1 ນະຄອນຫຼວງ ເຂົ້າຮ່ວມນໍາ. ເຊິ່ງກິດຈະກໍາໃນງານ ມີການວາງສະແດງ ຊື້-ຂາຍສິນຄ້າ, ສາທິດການຜະລິດເຄື່ອງເຟີນີເຈີໄມ້ ແລະ ແກະສະຫຼັກໄມ້, ຈົກສະຫຼາກຊີງລາງວັນ, ການສະແດງສີນລະປະດົນຕີ ແລະ ອື່ນໆອີກຫຼາຫຼາາຍກິດຈະກຳໃນທຸກຄ່ຳຄືນ

ທ່ານ ກອງມາລາ ພົມມາໄລ, ຮອງປະທານສະມາຄົມເຟີນິເຈີລາວ, ຜູ້ຊີ້ນໍາການຈັດງານ ເປີດເຜີຍໃຫ້ຮູ້ວ່າ: ການຈັດງານຄັ້ງນີ້ຄາດຄະເນຈະມີມູນຄ່າຊື້-ຂາຍທັງໝົດ 20 ຕື້ກວ່າກີບ ໂດຍຄາດວ່າຈະມີຜູ້ທີ່ຈະເຂົ້າເຂົ້າຊົມງານບໍ່ຫຼຸດ 2 ແສນຄົນ. ທັງນີ້, ການຈັດງານກໍເພື່ອປະຕິບັດຕາມນະໂຍບາຍໃນການສົ່ງເສີມ ທັງເປັນການໂຄສະນາເຜີຍແຜ່ໃຫ້ສັງຄົມຮັບຮູ້ ຜະລິດຕະພັນເຟີນິເຈີໄມ້ລາວທີ່ຜະລິດຈາກໄມ້ຫຼາຍຂື້ນ ໃຫ້ຜູ້ຜະລິດສາມາດເຂົ້າຫາຕະຫຼາດ ແລະຈຳໜ່າຍສິນຄ້າໄດ້ທັງພາຍໃນ ແລະ ຕ່າງປະເທດ ກ້າວໄປສູ່ການສ້າງຕາໜ່າງການວາງສະແດງຂາຍສິນຄ້າກັບພາກພື້ນ ແລະ ສາກົນໄດ້ໃນອານາຄົດ

ທ່ານ ນາງ ວອນມະນີວົງ ສະເຕີນ ເຈົ້າຂອງຮ້ານ ບ້ານລັບແລ ເຄື່ອງບູຮານ ຫັດຖະກໍາເຮັດດ້ວຍມືໄດ້ກ່າວວ່າ: ເລີ່ມຕັ້ງແຕ່ເປີດວ່າງສະແດງມາແມ່ນມີລູກຄ້າໃຫ້ຄວາມສົນໃຈກັບຜະລິດຕະພັນຮ້ານເຮົາເປັນຈໍານວນຫຼາຍ. ມີທັງລູກຄ້າພາຍໃນ ແລະ ຕ່າງປະເທດ ໂດຍສິນຄ້າຂອງພວກເຮົາແມ່ນຈະເນັ້ນເຄື່ອງຕົບແຕ່ງແບບບູຮານລາວ ລູກຄ້າສາມາດສັ່ງເຮັດຈາກແບບຕົ້ນສະບັບໄດ້ ແລະ ສິນຄ້າປະເພດນີ້ແມ່ນໄດ້ຮັບຄວາມນິຍົມຫຼາຍສໍາລັບບັນດາໂຮງແຮມ, ຮ້ານອາຫານ ຕ່າງໆ. ນອກຈາກຂາຍໃນປະເທດແລ້ວ ເຮົາຍັງໄດ້ສົ່ງອອກຂາຍຕ່າງປະເທດອີກດ້ວຍ ເປັນຕົ້ນແມ່ນປະເທດຈີນ ແລະ ອິຕາລີ.

ທ່ານ ນາງ ທອງພຸດ ອິນທະວົງ ພະນັກງານຂາຍຮ້ານ ຫັດຖະກໍາ ຮຸ່ງຈະເລີນ ໄດ້ບອກວ່າ: ສິນຄ້າຕົບແຕ່ງເຮືອນ ພາຍໃນຮ້ານຂອງພວກເຮົາຈະເນັ້ນປະເພດປູດໄມ້ທີ່ຫາຍາກ ເຊິ່ງສິນຄ້າປະເພດນີ້ລູກຄ້າຈະສົນໃຈເປັນພິເສດ ເນື່ອງຈາກວ່າໃນປະຈຸບັນແມ່ນຫາຍາກແລ້ວ. ລວດລາຍຄວັນລົງໃນປູດໄມ້ ແມ່ນມີເອກະລັກທີ່ສ່ອງແສງເຖິງຮີດຄອງປະເພນີອັນດີງາມຂອງປະເທດລາວ ແລະ ຕ່າງປະເທດບາງຈໍານວນ ທັງນີ້, ກໍ່ເພື່ອໃຫ້ເຂົ້າເຖິງຕະຫຼາດທັງພາຍໃນ ແລະ ກ້າວໄປສູ່ການວາງຂາຍສິນຄ້າຢູ່ພາກພື້ນ ແລະ ສາກົນເທື່ອລະກ້າວ



ງານດັ່ງກ່າວຈະຈັດໄປຈົນເຖິງວັນທີ 19 ມັງກອນ 2020 ທີ່ສູນການຄ້າລາວໄອເຕັກ ນະຄອນຫຼວງວຽງຈັນ.


Hits: 11