ໃນວັນທີ 16 ມັງກອນ 2020 ທີ່ ຍ່າຈ່າງ, ສສ ຫວຽດນາມ, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນ ຂອງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ເພື່ອກະກຽມດ້ານເນື້ອໃນ ແລະ ພາລະທິການ ໃຫ້ແກ່ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນແບບວົງແຄບ ທີ່ຈະຈັດຂຶ້ນໃນວັນທີ 17 ມັງກອນ 2020 ໂດຍການເປັນປະທານຂອງ ສສ ຫວຽດນາມ ພາຍໃຕ້ຄໍາຂວັນ: “ອາຊຽນ ທີ່ໜຽວແໜ້ນ ແລະ ຕອບສະໜອງຕໍ່ສະພາບການ (Cohesive and Responsive ASEAN)”.

ໃນກອງປະຊຸມຄັ້ງນີ້, ບັນດາຫົວຫນ້າເຈົ້າຫນ້າທີ່ອາວຸໂສອາຊຽນຈາກທັງ 10 ປະເທດສະມາຊິກ ໄດ້ປຶກສາຫາລືກ່ຽວກັບການສືບຕໍ່ຮັດແໜ້ນປະຊາຄົມອາຊຽນໃຫ້ມີຄວາມເຂັ້ມແຂງ. ພ້ອມກັນນັ້ນ, ກໍ່ຍັງໄດ້ຮັບຊາບຂໍ້ລິເລີ່ມບູລິມະສິດ ສໍາລັບການເປັນປະທານອາຊຽນຂອງຫວຽດນາມ ທີ່ເນັ້ນໃສ່ການຮັດແໜ້ນຄວາມສາມັກຄີ ແລະ ຄວາມເປັນເອກະພາບຂອງ ອາຊຽນ, ເພີ່ມທະວີການເຊື່ອມໂຍງ ແລະ ການເຊື່ອມຈອດອາຊຽນ, ສົ່ງເສີມເອກະລັກຂອງອາຊຽນ, ເພີ່ມທະວີການຮ່ວມມືກັບປະເທດຄູ່ຮ່ວມມືໃນໂລກ ແລະ ເພີ່ມທະວີຄວາມອາດສາມາດ ແລະ ປະສິດທິພາບຂອງສະຖາບັນອາຊຽນ.

ກອງປະຊຸມຍັງໄດ້ປຶກສາຫາລື ກ່ຽວກັບການຂໍເຂົ້າເປັນພາຄີສົນທິສັນຍາໄມຕີຈິດ ແລະ ການຮ່ວມມືໃນອາຊີຕາເວັນອອກສຽງໃຕ້ (TAC) ຂອງປະເທດນອກພາກພື້ນທີ່ມີຄວາມສົນໃຈ, ໄດ້ແລກປ່ຽນຄຳຄິດຄຳເຫັນ ກ່ຽວກັບການເສີມສ້າງ ເຊິ່ງກັນ ແລະ ກັນ ລະຫວ່າງ ວິໄສທັດປະຊາຄົມອາຊຽນ 2025 ແລະ ວາລະການພັດທະນາແບບຍືນຍົງ 2030 ຂອງອົງການສະຫະປະຊາຊາດ.

ນອກຈາກນີ້, ກອງປະຊຸມ ໄດ້ປຶກສາຫາລື ກ່ຽວກັບການຮັດແໜ້ນການພົວພັນກັບພາຍນອກ ແລະ ການສະເໜີເຂົ້າເປັນຄູ່ຮ່ວມມືກັບອາຊຽນຂອງປະເທດນອກພາກພື້ນ ຕື່ມອີກດ້ວຍ.
ທີ່ມາ: ກົມຂ່າວກະຊວງການຕ່າງປະເທດ
Hits: 8