ຂໍຂອບໃຈນຳຜູ້ສະໜັບສະໜູນ

ວັນທີ 14 ມັງກອນ 2020 ທາງເຈົ້າໜ້າກອງຕໍາຫຼວດຈະລາຈອນ-ມອດໄຟ ປກສ ເມືອງສິງ ໄດ້ຮັບແຈ້ງຈາກປະຊາຊົນວ່າ: ໄດ້ເກີດອັກຄີໄພໄຟໄໝ້ສວນອ້ອຍຂອງປະຊາຊົນເຂດຢູບ້ານ ນາໃໝ່ ເມືອງສິງ ແຂວງຫຼວງນໍ້າທາໃນເວລາ 14 ໂມງ 00 ນາທີ, ດັ່ງນັ້ນເຈົ້າໜ້າທີ່ຈຶ່ງໄດ້ຮີບຮ້ອນຈັດກຳລັງ ແລະ ລົດດັບເພີ່ງ 2 ຄັນ, ໄປຫາສະຖານທີ່ເກີດເຫດ ໂດຍສົມທົບກັບປະຊາຊົນຊ່ວຍກັນສະກັດກັ້ນມອດໄຟ ເພື່ອບໍ່ໃຫ້ໄຟລຸກລາມໄປບ່ອນອື່ນ ໃຊ້ເວລາ 45 ນາທີ, ຈື່ງສາມາດສະກັດ ແລະ ຄວບຄຸມໄຟໄວ້ໄດ້.

ໄຟໄໝ້ໃນຄັ້ງນີ້ເກີດຈາກ ທ້າວ ແຮ່ໂຊ ອາຍຸ 52 ປີ ປະຊາຊົນ  ຢູ່ບ້ານ ປ່າຊາງ ເມືອງສິງ ໄດ້ຈູດກອງຂີ້ເຫຍື້ອຢູ່ສ່ວນຂອງຜູ້ກ່ຽວເອງ ທີ່ຢູ່ແຄມສວນອ້ອຍ, ໃນເວລານັ້ນອາກາດຮ້ອນຫຼາຍ ແລະ ມີລົມພັດແຮງ ເຮັດໃຫ້ໄຟໄໝ້ລາມໄປໃສ່ສ່ວນອ້ອຍຂອງຄົນອື່ນທີ່ຢູ່ອ້ອມຂ້າງ, ຜົນເສຍຫາຍໃນເນື້ອທີ່ປູກອ້ອຍທັງໝົດ 5 ເຮັກຕາ , ຄິດເປັນມູນຄ່າ  20.000.000 ກວ່າກິບ.

 ທີ່ມາ: ຂ່າວສານຫຼວງນໍ້າທາ (ຮຕ ຫຼ້າສອນເພັດ)

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

Hits: 5

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້