ວັນທີ 16 ມັງກອນ 2020, ບັນຍາກາດການຊື້ຂາຍ ເຄື່ອງໄຫວ້ ແລະ ຊຸດສີແດງໃນເຂດສາຍລົມ ນະຄອນຫຼວງວຽງຈັນ ເລີ່ມມີພໍ່ຄ້າແມ່ຄ້າ ອອກມາວາງຈໍາໜ່າຍສິນຄ້າ ເພື່ອກຽມຕ້ອນຮັບເທດສະການກຸດຈີນທີ່ຈະມາຮອດໃນອາທິດໜ້ານີ້.

ທາງດ້ານ, ເອື້ອຍຕິກ ເຈົ້າຂອງຮ້ານຂາຍເຄື່ອງໄຫວ້ ແລະ ຊຸດແດງ ໄດ້ບອກວ່າ: ຕົ້ນທຶນສິນຄ້າບາງປະເພດແມ່ນແພງຂື້ນ ເນື່ອງຈາກປັດໄຈທາງດ້ານເສດຖະກິດບໍ່ດີ ຈື່ງໄດ້ມີການຫຼຸດປະລິມານສິນຄ້າບາງປະເພດລົງ ເປັນຕົ້ນແມ່ນ ພວກເຄື່ອງທີ່ມີສັນຍະລັກປະຈໍາປີ ເພາະຈະຂາຍໄດ້ປີຕໍ່ປີເທົ່ານັ້ນ. ສ່ວນລາຄາສິນຄ້າແມ່ນ ບາງປະເພດແມ່ນຂາຍລາຄາເກົ່າ ແລະ ບາງປະເພດແມ່ນມີການປັບລາຄາຂຶ້ນເລັກນ້ອຍ. ຄິດວ່າຍອດຂາຍປີນີ້ ອາດຈະຕໍ່າກວ່າປີກາຍ ເພາະເສດຖະກິດບໍ່ຄ່ອຍດີ.

ທາງດ້ານຂອງ ເອື້ອຍໃຫ່ຍ ເຈົ້າຂອງຮ້ານທີ່ຂາຍຢູ່ເຂດສາຍລົມ ກໍ່ໄດ້ບອກວ່າ: ຕັ້ງແຕ່ມື້ເປີດຮ້ານຂາຍເຄື່ອງມາ ແມ່ນເລີ່ມມີປະຊາຊົນມາຈັບຈ່າຍສິນຄ້າແນ່ແລ້ວ ແຕ່ຍັງບໍ່ຫຼາຍ ຄາດວ່າຈະມີປະຊາຊົນອອກມາຊື້ຫຼາຍແມ່ນອາທິດໜ້າ. ປີນີ້ແມ່ນບໍ່ໄດ້ເອົາເຄື່ອງລົງຫຼາຍ ເນື່ອງຈາກວ່າເສດຖະກິດບ້ານເຮົາບໍ່ຄ່ອຍດີ ຕົ້ນທຶນສິນຄ້າລາຄາສູງ ແຕ່ເຮົາກໍ່ຍັງຂາຍລາຄາເກົ່າ ໄດ້ກໍາໄລນ້ອຍ ດີກວ່າບໍ່ໄດ້.




Hits: 3