ຂໍ້ມູນຂອງ Global Conservation and Ecology ເປີດເຜີຍໃນເດືອນຕຸລາ 2019 ວ່າ:ເສືອໂຄ່ງໂຕສຸດທ້າຍທີ່ພົບເຫັນຢູ່ເຂດປ່າສະຫງວນແຫ່ງຊາດ ນໍ້າແອດພູເລີຍ ແຂວງຫົວພັນ ໄດ້ຫາຍໄປ ເມື່ອປີ 2013 ແລະ ຫຼັງຈາກນັ້ນກໍ່ບໍ່ມີໃຜພົບເຫັນມັນອີກເລີຍ ເຈົ້າໜ້າທີ່ລະບຸວ່າ: ສາເຫດທີ່ເຮັດໃຫ້ປະຊາກອນເສືອໂຄ່ງທີ່ຫຼຸດລົງເລື້ອຍໆນັ້ນ ເກີດຈາກການລ່າເມື່ອຫຼາຍສີບປີກ່ອນ ແລະ ສາເຫດຫຼັກໆແມ່ນ “ກັບດັກແຮ້ວ” ທີ່ມີນັກລ່າເອົາເຂົ້າໄປຕິດຕັ້ງໄວ້ໃນປ່າ ເຖິງວ່າທາງເຈົ້າໜ້າທີ່ຈະມີການກວດກາໃນຫຼາຍພື້ນທີ່ ແຕ່ກໍ່ບໍ່ສາມາດສະກັດກັ້ນ ຫຼື ປ້ອງກັນກັບດັກແຮ້ວເຫຼົ່ານີ້ໄດ້ 100%

ໃນປີ 2003 ແລະ 2004 ໄດ້ມີການລະບຸວ່າພົບເຫັນເສືອໂຄ່ງ 7 ໂຕ ໃນເຂດປ່າສະຫວງນແຫ່ງຊາດ ນໍ້າແອດພູເລີຍ. ແນວໃດກໍ່ຕາມ ຫຼັງຈາກປີ 2013 ກ້ອງດັກຖ່າຍຮູບອັດຕະໂນມັດ ກໍ່ບໍ່ສາມາດຖ່າຍຮູບເສືອໂຄ່ງໄດ້ອີກ. ຂໍ້ມູນນີ້ ໄດ້ສະແດງໃຫ້ເຫັນເຖິງສະຖິຕິຂອງປະຊາກອນເສືອໂຄ່ງທີ່ຫຼຸດລົງຫຼາຍຢ່າງໜ້າຕົກໃຈໃນເວລາພຽງ 10 ປີ ຂອງເຂດປ່າສະຫງວນແຫ່ງຊາດ ນໍ້າແອດພູເລີຍ

ຮູບເສືອທີ່ຖ່າຍໄດ້ລ່າສຸດໃນປີ 2013 ເຊິ່ງເປັນເສືອໂຕສຸດທ້າຍທີ່ຖ່າຍໄດ້ ກ່ອນທີ່ມັນຈະຫາຍໄປ. ຮູບພາບ: Akchousanh Rasphone, WildCRU, and WCS-Laos.
ນັກຂຽນບົດຄວາມຂອງ Global Conservation and Ecology ກ່າວວ່າ: ເຮົາໄດ້ສຶກສາປັດໃຈທີ່ເຮັດໃຫ້ປະຊາກອນເສືອໂຄ່ງຫຼຸດລົງຢ່າງຜິດປົກກະຕິ ເຊັ່ນ: ອາຫານອາດຈະຫຼຸດລົງ ແຕ່ຫຼັງຈາກຄົ້ນຄ້ວາຂໍ້ມູນທັງໝົດແລ້ວ ເຮົາກໍ່ພົບວ່າປັດໃຈສໍາຄັນທີ່ກ່ຽວຂ້ອງກັບການຫຼຸດລົງຂອງເສືອໂຄ່ງແມ່ນ ການເພີ່ມຂຶ້ນຂອງກັບດັກແຮ້ວທີ່ມີຢູ່ໃນປ່າ

ນ້ອຍເກີນໄປ ແລະ ຊ້າເກີນໄປ Troy Hansel ອະດີດຜູ້ອໍານວຍການຂອງສະມາຄົມອະນຸຮັກສັດປ່າປະເທດລາວ (WCS) ໄດ້ກ່າວເຖິງລາຍໄດ້ທີ່ນໍາມາສະໜັບສະໜູນການອະນຸຮັກວ່າ: ລາຍໄດ້ທີ່ເຂົ້າມານັ້ນນ້ອຍເກີນໄປ ແລະ ຊ້າເກີນໄປສໍາລັບການຕໍ່ລົມຫາຍໃຈຂອງເສືອໂຄ່ງ
ຈໍານວນເງິນທີ່ເຂົ້າມາສະໜັບສະໜູນການອະນຸຮັກນັ້ນ ຈະຖືກແບ່ງ ແລະ ກະຈາຍໄປສູ່ຫຼາຍພື້ນທີ່ໃນເຂດອະນຸຮັກທີ່ກ້ວາງເກືອບເທົ່າເຄີ່ງໜຶ່ງຂອງປະເທດຈາໄມກາ (Jamaica) ໂດຍ Rasphone ໄດ້ເປີດເຜີຍວ່າ: ເງິນທີ່ນໍາມາສະໜັບສະໜູນນັ້ນອາດຈະພຽງພໍທີ່ຈະຢຸດການລ່າໂດຍເຫັນໄດ້ຈາກສະຖິຕິການຍຶດອາວຸດປືນທີ່ເພີ່ມຂຶ້ນ ແນວໃດກໍ່ຕາມ, ສິ່ງທີ່ຍັງແກ້ໄຂບໍ່ໄດ້ແມ່ນ ອັດຕາເພີ່ມຂຶ້ນຂອງການວາງກັບດັກແຮ້ວໃນພື້ນທີ່ປ່າ
ເປັນໄປໄດ້ຍາກຫຼາຍ ທີ່ຈະປ້ອງກັນກັບດັກແຮ້ວໄດ້ທັງໝົດ ເພາະວ່າກັບດັກແຮ້ວແຕ່ລະອັນແມ່ນເຮັດໄດ້ງ່າຍ ແລະ ມີລາຄາທີ່ຖືກ ຄົນຜູ້ໜຶ່ງສາມາດໃສ່ກັບດັກແຮ້ວໄດ້ຫຼາຍຮ້ອຍອັນກໍ່ວ່າໄດ້ Akchousanh Rasphone ນັກຂຽນບົດຄວາມຂອງ Global Conservation and Ecology ກ່າວ

Hasan Rahman ຜູ້ຊ່ຽວຊານດ້ານເສືອໂຄ່ງຂອງສະມາຄົມອະນຸຮັກສັດປ່າ (WCS) ປະເທດບັງກາລະເທດ ໄດ້ແນະໃຫ້ເຫັນເຖິງທາງອອກຂອງບັນຫາດັ່ງກ່າວ ໂດຍມີກະແຈສໍາຄັນແມ່ນ ຄວາມຮ່ວມມືຈາກທຸກພາກສ່ວນ
ບໍ່ວ່າເງິນສະໜັບສະໜູນຈະຫຼາຍເທົ່າໃດ ເຈົ້າໜ້າທີ່ຮັກສາຄວາມປອດໄພຄວບຄຸມພື້ນທີ່ຫຼາຍເທົ່າໃດ ຫຼື ກົດໝາຍທີ່ຮັດກຸມພຽງໃດ ແຕ່ຫາກຂາດແຮງສະໜັບສະໜູນຈາກຊຸມຊົນ ແລະ ທຸກພາກສ່ວນ ເຮົາກໍ່ບໍ່ສາມາດຮັກສາສັດປ່າສາຍພັນໃດໄດ້ແບບຍືນຍົງ ເຮົາບໍ່ຕ້ອງການພຽງຊຸມຊົນໃດໜຶ່ງເທົ່ານັ້ນ ແຕ່ຕ້ອງການທຸກແຮງສະໜັບສະໜູນຈາກທຸກໆຊຸມຊົນ ທຸກພາກສ່ວນ ທຸກພາກພື້ນ ຕະຫຼອດຮອດທຸກຄົນທົ່ວໂລກທີ່ຈະປົກປັກຮັກສາປ່າ ເຊິ່ງເປັນເພື່ອນຮ່ວມໂລກຂອງເຮົາ
ເຖິງວ່າເສືອໂຄ່ງຈະຫ່າງຫາຍຈາກກ້ອງຖ່າຍຮູບອັດຕະໂນມັດມາຫຼາຍປີ ແນວໃດກໍ່ຕາມ, ຍັງມີຫຼາຍພື້ນທີ່ເຂດອະນຸຮັກໃນປະເທດລາວທີ່ມີຄວາມຮ່ວມມືຢ່າງເຂັມແຂງຈາກຊຸມຊົນ ແລະ ຫຼາຍພາກສ່ວນ ເຊັ່ນດຽວກັບພື້ນທີ່ເຂດປ່າສະຫວງນແຫ່ງຊາດ ນໍ້າແອດພູເລີຍ
ດ້ວຍເຫດນີ້ເອງ, ຄວາມຮ່ວມມືຢ່າງສຸດກໍາລັງຂອງເຈົ້າໜ້າທີ່ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຮົາຈື່ງຍັງມີຄວາມຫວັງທີ່ຈະເຫັນເສືອໂຄ່ງ ແລະ ເສືອດາວ ກັບມາອາໄສຢູ່ໃນແຜນດິນລາວ ແລະ ມີຮູບໃຫ້ໄດ້ເຫັນຈາກກ້ອງຖ່າຍຮູບອັດຕະໂນມັດຕໍ່ໄປໃນອະນາຄົດ.
ຂໍ້ມູນ1: http://www.wwf.or.th/our_news/our_blog_th/?uNewsID=356062
ຂໍ້ມູນ2: https://news.mongabay.com/2019/10/how-laos-lost-its-tigers/
Hits: 10