Saturday, February 8, 2025

ແຂວງໄຊຍະບູລີ ສ້າງຕັ້ງຫ້ອງການສະພາທະນາຍຄວາມ ປະຈໍາແຂວງ

ຫ້ອງວ່າການແຂວງໄຊຍະບູລີ ໄດ້ຈັດພິທີເປີດຫ້ອງການ ສະພາທະນາຍຄວາມປະຈໍາແຂວງ ຂຶ້ນໃນວັນທີ 18 ທັນວາ 2020, ໂດຍການເຂົ້າຮ່ວມຂອງ ທ່ານ ພົງສະຫວັນ ສິດທະວົງ, ເຈົ້າແຂວງໄຊຍະບູລີ, ທ່ານ ວໍລັດສະໝີ ສຸລິປະພັນ ຄະນະປະຈໍາ, ຮອງປະທານສະພາທະນາຍຄວາມ ແຫ່ງ ສປປ ລາວ, ມີປະທານສະພາປະຊາຊົນແຂວງ, ມີຮອງເຈົ້າແຂວງ, ເຈົ້າເມືອງ 11 ເມືອງ, ມີຫົວໜ້າພະແນກການ, ກົມກອງ, ອົງການ, ລັດວິສາຫະກິດອ້ອມຂ້າງແຂວງ ແລະພະນັກງານວິຊາການ ຈາກທະນາຍຄວາມ ແຫ່ງ ສປປ ລາວ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີ ທ່ານ ນິວັນ ສົມແສງດີ ຄະນະປະຈໍາສະພາທະນາຍຄວາມ ແຫ່ງ ສປປລາວ ຂຶ້ນຜ່ານຂໍ້ຕົກລົງຂອງປະທານສະພາທະນາຍຄວາມ ສະບັບເລກທີ 184/ສທຄ, ລົງວັນທີ 10 ພະຈິກ 2019, ວ່າດ້ວຍການສ້າງຕັ້ງຫ້ອງການສະພາທະນາຍຄວາມ ປະຈໍາແຂວງ, ຂໍ້ຕົກລົງ ສະບັບເລກທີ 185/ສທຄ, ລົງວັນທີ 12 ພະຈິກ 2019 ວ່າດ້ວຍການແຕ່ງຕັ້ງຫົວໜ້າ ແລະຮອງຫົວໜ້າ ຫ້ອງການສະພາທະນາຍຄວາມ ປະຈໍາແຂວງໄຊຍະບູລີ,

ປະທານສະພາທະນາຍຄວາມ ຕົກລົງແຕ່ງຕັ້ງ ທ່ານ ຄໍາພາດ ນ້ອຍຜາ ເປັນຫົວໜ້າຫ້ອງການ, ທ່ານ ສົມຍົດ ພິລາກຸນ ເປັນຮອງ, ທ່ານ ສະແຫລມໄຊ ຢາງປໍມົວ ແລະທ່ານນາງ ຈັນສະໝອນ ບຸນມາ ເປັນສະມາຊິກ, ຈາກນັ້ນ ທ່ານ ວໍລັດສະໝີ ສຸລິປະພັນ ໄດ້ກ່າວໃນໂອກາດເປີດຫ້ອງການສະພາທະນາຍຄວາມ ປະຈໍາແຂວງໄຊຍະບູລີ ຄັ້ງນີ້ວ່າ:

ທະນາຍຄວາມ ແມ່ນໄດ້ຮັບອະນຸຍາດສ້າງຕັ້ງຈາກລັດຖະບານ, ເຮັດໜ້າທີ່ໃນການໃຫ້ບໍລິການທາງດ້ານກົດໝາຍ ແກ່ບຸກຄົນ, ເປັນຜູ້ປົກປ້ອງສິດນິຕິບຸກຄົນ, ການຈັດຕັ້ງ ແລະສັງຄົມ ເພື່ອປົກປ້ອງສິດ ແລະຜົນປະໂຫຍດອັນຊອບທໍາຂອງລູກຄວາມ, ທັງຮັບປະກັນຄວາມຍຸຕິທໍາໃຫ້ແກ່ຄູ່ຄວາມ, ເປັນຜູ້ສະໜອງຫລັກຖານໃຫ້ແກ່ການແກ້ໄຂຄະດີ ແລະສ້າງຄວາມເຂັ້ມແຂງໃຫ້ແກ່ຂະບວນການຍຸຕິທໍາ, ສ້າງຄວາມເຊື່ອໝັ້ນໃຫ້ແກ່ປະຊາຊົນ, ນັກລົງທຶນພາຍໃນ ແລະຕ່າງປະເທດ, ແນໃສ່ເພື່ອເຊື່ອມໂຍງກັບພາກພື້ນ ແລະສາກົນ ໃນການປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ, ເຮັດໃຫ້ສັງຄົມມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍ ແລະຍຸຕິທໍາ.

ໃນຕອນທ້າຍພິທີ ທ່ານພົງສະຫວັນ ສິດທະວົງ ໄດ້ຮຽກຮ້ອງໃຫ້ຜູ້ທີ່ຖືກແຕ່ງຕັ້ງເຂົ້າໃນຄະນະຫ້ອງການສະພາທະນາຍຄວາມ ປະຈໍາແຂວງໄຊຍະບູລີ ຈົ່ງພ້ອມກັນເປັນເຈົ້າການ ໃນການເຮັດໜ້າທີ່ ທີ່ພັກ-ລັດມອບໝາຍໃຫ້ດ້ວຍຄວາມຮັບຜິດຊອບສູງ, ມີຈັນຍາບັນ, ຈັນຍາທໍາ, ມີຄວາມເປັນທໍາ, ເຮັດໜ້າທີ່ດ້ວຍຄວາມສື່ສັດບໍລິສຸດ.

ຂ່າວ-ພາບ: ອຸ່ນເຮືອນ ໂພທິລັກ ນັກຂ່າວຫ້ອງວ່າການແຂວງ ໄຊຍະບູລີ
ໂທ: 22126933

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

VietJet ລາຍງານຜົນປະກອບການທຸລະກິດສູງສຸດນັບແຕ່ Covid-19 ໃນປີ 2024

(ນະຄອນຫຼວງວຽງຈັນ, ວັນທີ 07 ກຸມພາ 2025) – VietJet ສໍາເລັດການເຕີບໂຕທາງທຸລະກິດທີ່ໜ້າປະທັບໃຈໃນປີ 2024, ຂະຫຍາຍເຄື່ອຂ່າຍການບິນສາກົນ ແລະ ຝູງເຮືອບິນທີ່ທັນສະໄໝ ຂະນະດຽວກັນກໍ່ຍັງສ້າງລາຍໄດ້ ແລະ ກໍາໄລໃນລະດັບສູງສຸດເປັນປະຫວັດສາດ. ຄວາມສໍາເລັດຢ່າງຕໍ່ເນື່ອງຂອງສາຍການບິນແມ່ນ ບາດກ້າວອັນສໍາຄັນໃນການຟື້ນຕົວ ແລະ ຂະຫຍາຍໂຕຫຼັງຈາກໂລກລະບາດ Covid-19.

ເລີ່ມຕົ້ນປີດ້ວຍການປ່ຽນແປງຕົນເອງ ເພື່ອເປັນຄົນໃໝ່ທີ່ດີກວ່າ

ໃນຊ່ວງປີໃໝ່ແບບນີ້ຫຼາຍຄົນກໍມັກຈະຖືໂອກາດຕັ້ງເປົ້າໝາຍໃຫ້ຕົນເອງ ເພື່ອການປ່ຽນແປງທີ່ດີກວ່າປີທີ່ຜ່ານມາບໍ່ວ່າຈະເປັນດ້ານຄວາມຄິດ, ຄວາມສຳພັນ ແລະ ສັກກາຍະພາບ ຄວາມຮູ້ ຄວາມສາມດຂອງຕົນເອງ ຖ້າໃຜຍັງບໍ່ຮູ້ຈະຕັ້ງເປົ້າໝາຍໃຫ້ກັບຕົນເອງແນວໃດລອງມາເບິ່ງ 10 ວິທີງ່າຍໆໃນການພັດທະນາຕົນເອງທີ່ໃຜໆກໍເຮັດໄດ້:

ເປັນຫຍັງ? ຜົມຈຶ່ງຫງອກກ່ອນໄວ

ມັນເປັນເລື່ອງປົກກະຕິທີ່ເຮົາອາຍຸຫຼາຍຂຶ້ນຜົມຈະຫງອກຂາວໄປຕາມທຳມະຊາດຂອງການເຕີບໂຕ ແຕ່ຖ້າອາຍຸຍັງນ້ອຍແຕ່ຊ້ຳພັດມີຜົມຂາວແລ້ວ ມັນເປັນຍ້ອນຫຍັງແທ້? ປັດຈຸບັນ ໄວໜຸ່ມບາງຄົນອາຍຸຍັງບໍ່ຮອດເລກສາມເທື່ອ ແຕ່ມີຜົມຂາວເປັນຈຳນວນຫຼາຍ ລອງມາເບິ່ງສາເຫດທີ່ພົບເຫັນໄດ້ຫຼາຍນຳກັນ: