ບໍລິສັດຂົນສົ່ງໄທ ເປີດເສັ້ນທາງໂດຍສານລົດ ຈາກສະໜາມບິນອຸດອນ ປະເທດໄທ – ໜອງຄາຍ ປະເທດໄທ – ວັງວຽງ ປະເທດລາວ ເພີ່ມຄວາມສະດວກສະບາຍໃຫ້ນັກທ່ອງທ່ຽວທີ່ຈະເດີນທາງເຂົ້າເມືອງວັງວຽງ ປະເທດລາວ

ເພື່ອໃຫ້ບໍລິການປະຊາຊົນເຂົ້າເຖິງລະບົບຂົນສົ່ງຫຼັກ ແລະ ໄດ້ຮັບຄວາມສະດວກສະບາຍໃນການເດີນທາງເຊື່ອມຕໍ່ລະຫວ່າງປະເທດ. ທັງນີ້, ເສັ້ນທາງໂດຍສານລະຫວ່າງປະເທດສາຍທີ່ 9 ອຸດອນໜອງຄາຍ ວັງວຽງ ມີໄລຍະທາງ 246 ກິໂລແມັດ ເປີດໃຫ້ບໍລິການທຸກມື້ ມື້ລະໜຶ່ງຖ້ຽວ ໂດຍລົດຈະອອກຈາກສະຖານີໂດຍສາຍອຸດອນຕອນ 8:30 ແລະ ອອກຈາກສະໜາມບິນອຸດອນ ເວລາ 9:00 ຄ່າໂດຍສານ 320 ບາດ ຫຼື ປະມານ 95.000 ກີບ. ເຊິ່ງຜູ້ໂດຍສານສາມາດເດີນທາງມາລົງສະໜາມບິນອຸດອນ ແລ້ວຕໍ່ລົດໄປວັງວຽງໄດ້ເລີຍ.
ຂໍ້ມູນ: https://www.thansettakij.com/content/Macro_econ/419193
Hits: 61