ຂໍຂອບໃຈນຳຜູ້ສະໜັບສະໜູນ

ເຂົ້າຕົ້ມໃສ້ໝູ ຫວຽດນາມ​ ຄວາມແຊບທີ່ສົ່ງຕໍ່ຈາກຮຸ່ນສູ່ຮຸ່ນ ຖືໄດ້ວ່າເປັນອາຫານມຸງຄຸນ​ທີ່ນິຍົມນຳເອົາມາໄຫວ້ບັນພະບຸລຸດ​ ສິ່ງສັກສິດ​ ແລະ ມອບເປັນຂອງຂວັນໃນ​ຊ່ວງ​ບຸນປີໃໝ່​ຫວຽດນາມ​ ບຸນປີໃໝ່ຈີນ​

ເຂົ້າຕົ້ມໃສ້ໝູ​ ທີ່ເຮັດເປັນຮູບຊົງ 4 ຫຼຽມ ແລະ​ ຊົງກະບອກ ໄດ້ບອກເລົ່າເລື່ອງລາວຂອງຊາວຫວຽດນາມທີ່ອົບພະຍົບມາ​ຕັ້ງ​ຖິ່ນຖານ​ທີ່ປະເທດລາວ ຕັ້ງແຕ່ສະໄໝສົງຄາມ. ເຊິ່ງນິຍົມຫໍ່ ແລະ​ ຕົ້ມດ້ວຍຟືນເຕົາຖ່ານໃນແບບສະບັບບູຮານ.​

ໃນເຂົ້າຕົ້ມຈະປະກອບໄປດ້ວຍ​ ເຂົ້າໜຽວ,​ ຖົ່ວ​ຂຽວໜື້ງສຸກ,​ ຊີ້ນໝູທີ່​ໝັກດ້ວຍເກືອ,ພິກໄທ​ ແລະ​ ຫອມແດງ.​ ຫໍ່ດ້ວຍໃບຕອງໃຫ້ແໜ້ນ​ ມັດດ້ວຍຕອກໄມ້ໄຜ່​ ເພື່ອບໍ່ໃຫ້ນໍ້າເຂົ້າໄປໃນຫໍ່ເຂົ້າຕົ້ມ. ຫຼັງຈາກນັ້ນເອົາໄປຕົ້ມໃນໝໍ້ ໃຊ້ເວລາໃນການຕົ້ມປະມານ 6 ຊົ່ວໂມງ. ໄລຍະເວລາໃນການເກັບຮັກສາແມ່ນ 1 ອາທິດ ແລະ ຖ້າເອົາແຊ່ຕູ້ເຢັນໄວ້ ແມ່ນໄດ້ເປັນເດືອນ.

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ໂດຍ​ຊາວລາວເຊື້ອສາຍຫວຽດນາມ ແລະ​ ຊາວລາວເຊື້ອສາຍຈີນ​ຈະນຳເອົາເຂົ້າຕົ້ມໄປໄຫວ້ບັນພະບຸລຸດ ແລະ​ ເປັນຂອງຝາກໃຫ້ພີ່ນ້ອງ ເພື່ອນມິດສະຫາຍ ທີ່ໄດ້ມາຢ້ຽມຍາມໃນຊ່ວງເທດສະການນີ້.

ທັງນີ້,​ ຄົນລາວເຊື້ອສາຍຫວຽດນາມ-ຈີນ​ ສະໄໝກ່ອນຍັງມີຄວາມເຊື່ອວ່າ: ການຫໍ່ເຂົ້າເອງ ໃນຊ່ວງ​ເທດສະການປີໃໝ່​ ແມ່ນການສ້າງກິດຈະກໍາພາຍໃນຄອບຄົວ ຍາດພີ່ນ້ອງໃຫ້ມີຄວາມສາມັກຄີກັນ ຮັກແພງເຊິ່ງກັນແລະກັນ ໜຽວແໜ້ນຄືກັບເຂົ້າຕົ້ມມັດດ້ວຍຕອກໄມ້ໄຜ່

Hits: 37

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້