Monday, May 19, 2025
Kbank Laos โอน รับ จ่าย

ກະຊວງປ້ອງກັນປະເທດຣັດເຊຍ ມອບເຄື່ອງຊ່ວຍເຫຼືອໃຫ້ແກ່ກະຊວງປ້ອງກັນປະເທດລາວ

ໂດຍປະຕິບັດຕາມສັນຍາລະຫວ່າງກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ແລະ ກະຊວງປ້ອງກັນປະເທດ ແຫ່ງສະຫະພັນຣັດເຊຍ ກ່ຽວກັບການຊ່ວຍເຫຼືອດ້ານເຕັກນິກການທະຫານ, ໃນຊຸມປີທີ່ຜ່ານມາກະຊວງປ້ອງກັນປະເທດ ແຫ່ງສະຫະພັນລັດເຊຍ ໄດ້ໃຫ້ການຊ່ວຍເຫຼືອດ້ານເຕັກນິກການທະຫານໃຫ້ແກ່ກອງທັບປະຊາຊົນລາວ ຢ່າງຫຼວງຫຼາຍ ແລະ ລໍ້າຄ່າທີ່ສຸດ.

ເຊິ່ງໃນຄັ້ງນີ້ ກໍໄດ້ມອບສູນເຝິກທະຫານອາກາດໃຫ້ແກ່ກອງບັນຊາການທະຫານອາກາດກອງທັບປະຊາຊົນ ລາວ ແລະ ມອບອຸປະກອນເຕັກນິກການທະຫານໃຫ້ແກ່ກອງທັບປະຊາຊົນລາວ ພິທີີມອບ-ຮັບເຄື່ອງດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 20 ມັງກອນ 2020 ນີ້,

ໃນນັ້ນ ພິທີມອບ-ຮັບ ສູນເຝິກທະຫານອາກາດ ໄດ້ຈັດ ຂຶ້ນຢູ່ທີ່ກອງພັນໃຫຍ່ 703, ໂດຍມີທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການ ເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປລາວ, ມີທ່ານ ວາລາດີເມຍ ກາວີມິນ ເອກອັກຄະລັດທະທູດ ວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສ ຣັດເຊຍ ປະຈໍາ ສປປ ລາວ, ທ່ານ ພົນຕີ ເຄີຊີມມົບສະກີ ຫົວໜ້າກົມ ໃຫຍ່ຮ່ວມມືສາກົນດ້ານການທະຫານ ກະຊວງປ້ອງກັນປະເທດ ແຫງ ສ ຣັດເຊຍ ພ້ອມດ້ວຍນາຍທະຫານຂັ້ນສູງຈາກຣັດເຊຍ ແລະ ລາວເຂົ້າຮ່ວມ.

ທ່ານ ພັນເອກ ຄໍາເຫຼັກ ແສງ ພະຈັນ ຫົວຫນ້າການທະຫານ ກອງບັນຊາການທະຫານອາກາດ ໄດ້ຕາງໜ້າໃຫ້ກະຊວງປ້ອງກັນປະເທດລາວ ກ່າວສະແດງຄວາມຂອບໃຈຢ່າງສຸດຊຶ້ງ ຕໍ່ກະຊວງປ້ອງກັນປະເທດ ສ ຣັດເຊຍ ທີ່ໄດ້ໃຫ້ການຊ່ວຍເຫຼືອກອງທັບປະຊາຊົນລາວຕະຫຼອດມາ

ໂດຍສະເພາະແມ່ນກອງບັນຊາການທະຫານອາກາດ ໃຫ້ມີຄວາມເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ, ການຊ່ວຍເຫຼືອໃນຄັ້ງນີ້ ແມ່ນສຸດທີ່ມີຄວາມສໍາຄັນຍິ່ງ ພໍດີກົງກັບວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 71 ປີ, ເຊິ່ງເປັນການປະກອບສ່ວນສໍາຄັນເຂົ້າໃນການສ້າງຄວາມເຂັ້ມແຂງຂອງກອງທັບປະຊາຊົນລາວ, ສະແດງເຖິງຄວາມສາມັກຄີຮັກແພງ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນແບບເພື່ອນສະໜິດສະຫາຍ, ພວກຂ້າພະເຈົ້າຕີລາຄາສູງຕໍ່ ການຊ່ວຍເຫຼືອຄັ້ງນີ້ ແລະ ຈະນໍາ ໃຊ້ໃຫ້ເກີດປະໂຫຍດສູງສຸດ ແກ່ການກໍ່ສ້າງກອງບັນຊາການທະຫານອາກາດ ກໍຄືກອງທັບປະຊາຊົນລາວໃຫ້ເຂັ້ມແຂງ ແລະ ທັນສະໄໝ.

ຈາກນັ້ນ ທັງສອງຝ່າຍກໍໄດ້ຮ່ວມກັນຕັດແຖບຜ້າເປີດນໍາໃຊ້ສູນເຝິກທະຫານອາກາດ ກອງບັນຊາການທະຫານອາກາດ ກອງທັບປະຊາຊົນລາວຢ່າງເປັນທາງການ.

ໃນວັນດຽວກັນ, ຍັງໄດ້ຈັດພິທີມອບ-ຮັບ ອຸປະກອນເຕັກນິການທະຫານໃຫ້ແກ່ກະຊວງປ້ອງກັນປະເທດລາວ ຢູ່ທີ່ ໂຮງງານແຜນທີ່ກອງທັບ, ໂດຍມີ ທ່ານ ພົນ ໂທ ທອງລອຍ ສິລິວົງ ກຳມະການ ສູນກາງພັກ ຮອງລັດຖະມົນ ຕີກະຊວງປ້ອງກັນປະເທດ ຫົວ ໜ້າກົມໃຫຍ່ການເມືອງກອງທັບ, ມີທ່ານ ວາລາດີເມຍ ກາວີມິນ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສ ຣັດເຊຍ ປະຈໍາ ສປປ ລາວ, ທ່ານ ພົນຕີ ເຄີຊີມມົບສະກີ ຫົວໜ້າກົມໃຫຍ່ ຮ່ວມມືສາກົນດ້ານການທະຫານ ກະຊວງປ້ອງກັນປະເທດ ແຫ່ງ ສ ຣັດເຊຍ ພ້ອມດ້ວຍນາຍທະຫານຂັ້ນສູງຈາກຣັດເຊຍ ແລະ ລາວເຂົ້າຮ່ວມ.

ໃນພິທີ ທ່ານ ພົນຕີ ປະສິດ ທ່ຽງທໍາ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ໄດ້ຕາງໜ້າໃຫ້ຄະນະນໍາກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ໄດ້ກ່າວ ຮັບເຄື່ອງດັ່ງກ່າວ ພ້ອມທັງໄດ້ຍົກໃຫ້ເຫັນວ່າ:

ການພົວພັນຮ່ວມມືທີ່ເປັນມູນເຊື້ອລະຫວ່າງກອງທັບປະຊາຊົນລາວ ກັບ ກອງທັບຣັດເຊຍ ໄດ້ສືບຕໍ່ຂະຫຍາຍຕົວ ແລະ ໄດ້ຮັບການເພີ່ມພູນຄູນສ້າງຢ່າງບໍ່ຢຸດຢັ້ງການທີ່ກະຊວງປ້ອງກັນປະເທດ ສ ຣັດເຊຍ ໃຫ້ການ ຊ່ວຍ ເຫຼືອພາຫະນະ ແລະ ອຸປະກອນເຕັກນິກການທະຫານແກ່ກອງທັບປະຊາຊົນລາວໃນຄັ້ງນີ້ ແມ່ນສຸດທີ່ມີຄວາມສໍາຄັນຍິ່ງ ເຊິ່ງເປັນການປະກອບສ່ວນສໍາ ຄັນເຂົ້າໃນການສ້າງຄວາມເຂັ້ມແຂງແກ່ກອງທັບປະຊາຊົນລາວ ໃຫ້ມີຄວາມເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ.

ແຫຼ່ງຂໍ້ມູນ: ນ. ຍ້ອມເພັດ Lao people’s Army News

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ພຣະທາດແມວສີ ເມືອງລອງ ແຂວງຫຼວງນ້ຳທາ

"ພະທາດແມວສີ" ທີ່ຕັ້ງຢູ່ບ້ານສະ, ເມືອງ ລອງ, ແຂວງຫຼວງນໍ້າທາ ຢູ່ຈອມພູສູງ ຫ່າງຈາກລະດັບນໍ້າທະເລ 1,000 ກວ່າແມັດ, ທິດເໜືອ ຕິດກັບປ່າໄມ້ ທິດໃຕ້ຕິດກັບ ທາງໄປບ້ານສະ, ທິດຕາເວັນອອກຕິດກັບປ່າໄມ້ ທິດຕາເວັນຕົກຕິດກັບ ແມ່ນໍ້າຂອງເຊິ່ງເປັນຊາຍແດນຂັ້ນລະຫວ່າງ ລາວ-ມຽນມາ

ວັດສຸວັນນະຄີລີ ນະຄອນຫຼວງພະບາງ

"ວັດສຸວັນນະຄີລີ" ທີ່ຕັ້ງຢູ່ ບ້ານຊຽງທອງ-ຄີລີ ຖະໜົນສັກກະລິນ, ຕິດກັບວັດປາກຄານ ຄໍາມຸງຄຸນ, ເປັນອີກວັດທີ່ຊາວໄທພວນ ຈາກຊຽງຂວາງ ເປັນຜູ້ສ້າງຂຶ້ນ ເພື່ອເປັນອະນຸສອນແກ່ກອງທັບຊາວພວນ ທີ່ສູ້ຮົບ ກັບກອງທັບຂອງພະມ້າ.

ວິທີລົງທະບຽນແຈ້ງເຂົ້າປະເທດໄທຜ່ານ DTAC ເຮັດໄດ້ງ່າຍໆ ດ້ວຍຕົວເອງຜ່ານມືຖື

ພາຍຫຼັງທີ່ໄດ້ມີການແຈ້ງການໃຫ້ຮູ້ກ່ຽວກັບການເດີນທາງເຂົ້າປະເທດໄທ ຕ້ອງໄດ້ລົງທະບຽນຜ່ານ TDAC ລ່ວງໜ້າກ່ອນ ບໍ່ເກີນ 3 ມື້, ຕັ້ງແຕ່ວັນທີ 1 ພຶດສະພາ 2025 ເປັນຕົ້ນມາ, ຫຼາຍຄົນອາດຈະຍັງບໍ່ທັນຮູ້ວິທີລົງທະບຽນເທື່ອ ມື້ນີ້ ອິນໄຊລາວ ຈະມາບອກວິທີລົງທະບຽນໃຫ້ຮູ້ຢ່າງລະອຽດ ພ້ອມລິ້ງລົງທະບຽນ ດັ່ງນີ້