Sunday, March 23, 2025

ທະນາຄານແຫ່ງຊາດ ຈະຮັກສາອັດຕາເງິນເຟີ້ໃຫ້ຕ່ຳກວ່າອັດຕາຂະຫຍາຍຕົວຂອງເສດຖະກິດ

ປີ 2019 ສະພາແຫ່ງຊາດ ໄດ້ຮັບຮອງເອົາຕົວເລກຄາດໝາຍສູ້ຊົນທາງດ້ານເງິນຕາແຫ່ງຊາດ ໃຫ້ມີຄວາມໝັ້ນທ່ຽງ ແລະ ອັດຕາເງິນເຟີ້ບໍ່ເກີນ 5%, ຢ່າງໃດກໍຕາມອັດຕາເງິນເຟີ້ໃນເດືອນທັນວາ 2019 ຢູ່ທີ່ 6,28%. ສ່ວນປີ 2020 ທະນາຄານແຫ່ງ ສປປ ລາວ ( ທຫລ ) ຈະສືບຕໍ່ຮັກສາ ອັດຕາເງິນເຟີ້ ໃຫ້ຢູ່ໃນ ລະດັບຕໍ່າກວ່າອັດຕາການຂະຫຍາຍຕົວຂອງເສດຖະກິດ.

ຫາກຫວນຄືນກັບໄປເບິ່ງອັດຕາເງິນເຟີ້ ໃນໄລຍະ 4 ປີຜ່ານມາ ( 2016 – 2019 ) ອີງຕາມຂໍ້ມູນທະນາຄານແຫ່ງ ສປປ ລາວ ຈະເຫັນວ່າມີການປ່ຽນແປງເພີ່ມຂຶ້ນ ຫຼື ຫຼຸດລົງດັ່ງ ນີ້:

ອັດຕາເງິນເຟີ້ໃນປີ 2016:
ເລີ່ມຈາກເດືອນມັງກອນ ຢູ່ໃນລະດັບ 1,04%, ເດືອນກຸມພາ ຂຶ້ນມາຢູ່ທີ່ 1,61%, ເດືອນມີນາ 1,46%, ເດືອນເມສາ 1,40%, ເດືອນພຶດສະພາ 1,57%, ເດືອນມິຖຸນາ 1,96%, ເດືອນກໍລະກົດ 1,97%, ເດືອນສິງຫາ 1,85%, ເດືອນກັນຍາ 1,84%, ເດືອນຕຸລາ 1,86%, ເດືອນພະຈິກ 2,09% ແລະ ເດືອນທັນວາ 2,49%.

ອັດຕາເງິນເຟີ້ໃນປີ 2017:
ເດືອນມັງກອນ 2,27%, ເດືອນກຸມພາ 1,67%, ເດືອນມີນາ 1,75%, ເດືອນເມສາ 1,52%, ເດືອນພຶດສະພາ 1,07%, ເດືອນມິຖຸນາ 0,41%, ເດືອນກໍລະກົດ 0,03%, ເດືອນສິງຫາ 0,16%, ເດືອນກັນຍາ 0,31%, ເດືອນຕຸລາ 0,49%, ເດືອນພະຈິກ 0,23% ແລະ ເດືອນທັນວາ 0,15% ( ສະເລ່ຍໝົດປີຢູ່ທີ່ 0,83% ).

ອັດຕາເງິນເຟີ້ໃນປີ 2018:
ເດືອນມັງກອນ 0,95%, ເດືອນກຸມພາ 1,75%, ເດືອນມີນາ 1,91%, ເດືອນເມສາ 1,88%, ເດືອນພຶດສະພາ 1,97%, ເດືອນມິຖຸນາ 2,18%, ເດືອນກໍລະກົດ 2,44%, ເດືອນສິງຫາ 2,57%, ເດືອນກັນຍາ 3,06%, ເດືອນຕຸລາ 2,14%, ເດືອນພະຈິກ 2,14% ແລະ ເດືອນທັນວາ 1,48% ( ສະເລ່ຍໝົດປີຢູ່ທີ່ 2,04% ).

ອັດຕາເງິນເຟີ້ໃນປີ 2019:
ເດືອນມັງກອນ 1,50%, ເດືອນກຸມພາ 1,57%, ເດືອນມີນາ 1,66%, ເດືອນເມສາ 2,21%, ເດືອນພຶດສະພາ 2,54%, ເດືອນມິຖຸນາ 2,48%, ເດືອນກໍລະກົດ 3%, ເດືອນສິງຫາ 3,34%, ເດືອນກັນຍາ 3,92%, ເດືອນຕຸລາ 5,34%, ເດືອນພະຈິກ 5,92%, ເດືອນທັນວາ 6,28% ສະເລ່ຍໝົດປີ 3,32%.

ຫາກສັງເກດຈາກຕົວເລກເຫັນວ່າ:

ນັບແຕ່ປີ 2016 ຫາ ເດືອນກໍລະກົດ 2019 ອັດຕາເງິນເຟີ້ເພີ່ມຂຶ້ນໃນລະດັບ 1% ຫາ 3% ເທົ່ານັ້ນ, ແຕ່ການເພີ່ມຂຶ້ນສູງເລື້ອຍໆກໍນັບຈາກເດືອນສິງຫາ – ທັນວາ 2019 ຈາກ 3,34% ມາເປັນ 6,28% ໃນເດືອນທັນວາ. ສາເຫດຫຼັກກໍຍ້ອນເງິນກີບອ່ອນຄ່າຫາກທຽບໃສ່ສະກຸນເງິນບາດ ແລະ ໂດລາ.

ແຕ່ເຖິງຢ່າງໃດກໍຕາມ, ລັດຖະບານກໍໄດ້ຊີ້ແຈງໃນກອງປະຊຸມສະພາເມື່ອເດືອນພະຈິກຜ່ານມາ ຈະສູ້ຊົນສືບຕໍ່ຮັກສາອັດຕາເງິນເຟີ້ໃຫ້ຢູ່ໃນລະດັບຕໍ່າກວ່າອັດຕາການຂະຫຍາຍຕົວຂອງເສດຖະກິດ ຕາມມະຕິຂອງສະພາແຫ່ງຊາດຮັບຮອງ.

.
ທ່ານ ສອນໄຊ ສິດພະໄຊ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ( ທຫລ ) ກ່າວຊີ້ແຈງໃນກອງປະຊຸມສະພາ 13 ພະຈິກ 2019 ວ່າ:

ອັດຕາເງິນເຟີ້ທີ່ສູງຂຶ້ນ ແລະ ການອ່ອນຄ່າຂອງເງິນກີບທຽບໃສ່ເງິນບາດ ແລະ ເງິນໂດລາປັດໄຈພາຍໃນເກີດມາຈາກພື້ນຖານເສດຖະກິດຂອງປະເທດເຮົາ ທີ່ອາໄສການນຳເຂົ້າສິນຄ້າເປັນຫຼັກ, ການຜະລິດສິນຄ້າພາຍໃນປະເທດຍັງບໍ່ທັນເຂັ້ມແຂງ ເຮັດໃຫ້ມີການຂາດດຸນການຄ້າຢ່າງຕໍ່ເນື່ອງ, ໃນຂະນະທີ່ແຫຼ່ງເງິນຕາເພື່ອຕອບສະໜອງຄວາມຕ້ອງການຂອງສັງຄົມ ເພື່ອຊຳລະຄ່າສິນຄ້ານຳເຂົ້າ ແລະ ການບໍລິການຍັງບໍ່ທັນດຸນດ່ຽງຈາກສະພາບຄືດັ່ງກ່າວບວກກັບການຜັນຜວນລາຄານ້ຳມັນຢູ່ສາກົນ, ປັດໄຈລະດູການ, ໄພທຳມະຊາດ ແລະ ພະຍາດສັດລະບາດຢູ່ພາຍໃນປະເທດ ເຮັດໃຫ້ການສະໜອງສະບຽງອາຫານບໍ່ພຽງພໍກັບຄວາມຕ້ອງການ.

ແຫຼ່ງຂໍ້ມູນ: ຂ່າວ: ສົມສະຫວິນ, ເສດຖະກິດ-ການຄ້າ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເຮືອນຂອງເຮົາມີຄວາມສຸກລະດັບໃດ?

ຄວາມສຸກໃນເຮືອນຂອງເຈົ້າເປັນຈັ່ງໃດ? ຫລາຍຄົນຄິດວ່າ ຄວາມສຸກຂຶ້ນກັບເງິນທອງ ຫລື ຂອງຂວັນທີ່ມີ ແຕ່ຄວາມສຸກມວນຮວມປະເທດ (Gross National Happiness - GNH) ຂອງພູຖານ ບໍ່ໄດ້ວັດເພີຍແຕ່ຄວາມຮັ່ງມີທາງເສດຖະກິດເທົ່ານັ້ນ! ມັນຍັງວັດເຖິງຄວາມຮູ້ສຶກ ຄວາມຮ່ວມມື ແລະ ບັນຍາກາດຂອງເຮືອນແບບລວມດ້ວຍ

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່