Monday, May 19, 2025
Kbank Laos โอน รับ จ่าย

ເສດຖະກິດຈໍາປາສັກ ຂະຫຍາຍຕົວ 8% ລາຍຮັບສະເລ່ຍຕໍ່ຫົວຄົນ 27 ​ລ້ານກ່ວາກີບ ໃນປີ 2019

ທ່ານ​ ປອ​ ບຸນຖອງ​ ດີວິໄຊ ​ເຈົ້າແຂວງ​ໆຈຳປາສັກ​ ໄດ້ລາຍງານ ແລະ ຊີ້ແຈງຕໍ່ກອງປະຊຸມສະໄໝສາມັນເທື່ອທີ 8​ ຂອງສະພາປະຊາຊົນແຂວງຈຳປາສັກຊຸດທີ 1​ ໂດຍໄດ້ກ່າວວ່າ ປີ 2019 ການພັດທະນາເສດຖະກິດເຫັນວ່າເສດຖະກິດຍັງສືບຕໍ່ຂະຫຍາຍຕົວໃນລະດັບບໍ່ຫຼຸດ 8%ຖ້າທຽບໃສ່ມະຕິສະພາຮັບຮອງ 8,16%.

ລວມຍອດມູນຄ່າຜະລິດຕະພັນພາຍໃນຫຼື GDP ປະຕິບັດໄດ້ 20​.135 ຕື້ກ່ວາກີບ ທຽບໃສ່ແຜນປີປະຕິບັດໄດ້ 99​ ກວ່າສ່ວນຮ້ອຍ,​ສະເລ່ຍຕໍ່ຫົວຄົນໄດ້ 27​ລ້ານກ່ວາກີບ​ຕໍ່ຄົນຫຼືປະມານ 3​ ພັນກ່ວາໂດລຕໍ່ຄົນ.

ໂຄງປະກອບເສດຖະກິດ ຫວມຫຼາຍກ່ວາໝູ່ແມ່ນ ການບໍລິການກວມ 55​ກວ່າສ່ວນຮ້ອຍ,​ຮອງລົງມາແມ່ນອຸດສະຫະກຳ ກວມ​ 22,58%,ກະສິກຳກວມ 22,23%ຂອງGDP.

ສຳລັບການລົງທຶນພາຍໃນ ແລະ​ ຕ່າງປະເທດ ແມ່ນເຫັນວ່ານັບມື້ເພີ່ມຂື້ນຄືໃນປີ2019 ໄດ້ອະນຸຍາດການລົງທຶນອງເອກະຊົນພາຍໃນ ແລະ​ ຕ່າງປະເທດ.​ຈຳນວນ​ 33​ ໂຄງການ​ມູນຄ່າຈົດທະບຽນ 215 ລ້ານກ່ວາໂດລາສະຫາລັດຫຼືເທົ່າກັບ 1 ພັນ 7 ຮ້ອຍກ່ວາຕື້ກີບ.

ການຈັດຕັ້ງປະຕິບັດບັນດາໂຄງການລົງທຶນຂອງລັດທີ່ສະພາຮັບຮອງທັງໝົດ ມີ​ 236 ໂຄງການ​ມູນຄ່າຕາມແຜນ 223 ຕື້​ 100​ ກ່ວາລ້ານກີບໃນນັ້ນທຶນພາຍໃນ​ 73​ ຕື້​900 ກ່ວາລ້ານກີບ,ທຶນຕ່າງປະເທດ 149​ ຕື້​200​ ລ້ານກ່ວາກີບ​.

ຈາກນີ້ທ່ານ ປອ​ ບຸນຖອງ​ ດີວິໄຊ ເຈົ້າແຂວງໆຈຳປາສັກຍັງໄດ້ຍົກໃຫ້ເຫັນກຽວກັບແຜນຈັດເກັບລາຍຮັບເຂົ້າງົບປະມານດັດແກ້ທ້າຍປີ 2019 ຈຳນວນ 1​ ພັນ​400 ຕື້ກວ່າກີບ.

ແຫຼ່ງຂໍ້ມູນ: Champasak RADIO Station100,7 Mhz

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ພຣະທາດແມວສີ ເມືອງລອງ ແຂວງຫຼວງນ້ຳທາ

"ພະທາດແມວສີ" ທີ່ຕັ້ງຢູ່ບ້ານສະ, ເມືອງ ລອງ, ແຂວງຫຼວງນໍ້າທາ ຢູ່ຈອມພູສູງ ຫ່າງຈາກລະດັບນໍ້າທະເລ 1,000 ກວ່າແມັດ, ທິດເໜືອ ຕິດກັບປ່າໄມ້ ທິດໃຕ້ຕິດກັບ ທາງໄປບ້ານສະ, ທິດຕາເວັນອອກຕິດກັບປ່າໄມ້ ທິດຕາເວັນຕົກຕິດກັບ ແມ່ນໍ້າຂອງເຊິ່ງເປັນຊາຍແດນຂັ້ນລະຫວ່າງ ລາວ-ມຽນມາ

ວັດສຸວັນນະຄີລີ ນະຄອນຫຼວງພະບາງ

"ວັດສຸວັນນະຄີລີ" ທີ່ຕັ້ງຢູ່ ບ້ານຊຽງທອງ-ຄີລີ ຖະໜົນສັກກະລິນ, ຕິດກັບວັດປາກຄານ ຄໍາມຸງຄຸນ, ເປັນອີກວັດທີ່ຊາວໄທພວນ ຈາກຊຽງຂວາງ ເປັນຜູ້ສ້າງຂຶ້ນ ເພື່ອເປັນອະນຸສອນແກ່ກອງທັບຊາວພວນ ທີ່ສູ້ຮົບ ກັບກອງທັບຂອງພະມ້າ.

ວິທີລົງທະບຽນແຈ້ງເຂົ້າປະເທດໄທຜ່ານ DTAC ເຮັດໄດ້ງ່າຍໆ ດ້ວຍຕົວເອງຜ່ານມືຖື

ພາຍຫຼັງທີ່ໄດ້ມີການແຈ້ງການໃຫ້ຮູ້ກ່ຽວກັບການເດີນທາງເຂົ້າປະເທດໄທ ຕ້ອງໄດ້ລົງທະບຽນຜ່ານ TDAC ລ່ວງໜ້າກ່ອນ ບໍ່ເກີນ 3 ມື້, ຕັ້ງແຕ່ວັນທີ 1 ພຶດສະພາ 2025 ເປັນຕົ້ນມາ, ຫຼາຍຄົນອາດຈະຍັງບໍ່ທັນຮູ້ວິທີລົງທະບຽນເທື່ອ ມື້ນີ້ ອິນໄຊລາວ ຈະມາບອກວິທີລົງທະບຽນໃຫ້ຮູ້ຢ່າງລະອຽດ ພ້ອມລິ້ງລົງທະບຽນ ດັ່ງນີ້