Thursday, May 15, 2025
Kbank Laos โอน รับ จ่าย

ລາວທ້າຍໝູ່! ໃນການຈັດອັນດັບສອບເສັງ ວັດຄວາມຮູ້ພາສາອັງກິດ ໂທໂຟລ

ໜັງສືພິມອອນ Japan Times ຂອງປະເທດຍີ່ປຸ່ນ ລາຍງານ ໃນວັນທີ 21 ມັງກອນ 2020 ວ່າ ລາວ ມີຄະແນນໂທໂຟ້ ຕິດທ້າຍໝູ່ໃນອາຊີ ສປປ ລາວ ຢູ່ໃນອັນດັບທີ 28 ໃນຈຳນວນທັງໝົດ 29 ປະເທດໃນອາຊີ

ທີ່ມີການຈັດລຳດັບຄະແນນໂທໂຟ້ (TOEFL-Test of English as a Foreign Language). ໂດຍສາມອັນດັບທ້າຍສຸດໃນອາຊີມີ ຍີ່ປຸ່ນ, ລາວ ແລະ ທາຈິກິສະຖານ.

ເພື່ອປັບປຸງຄວາມສາມາດ ໃນການໃຊ້ພາສາອັງກິດ,​ ເລີ້ມເດືອນເມສາ 2020, ປະເທດຍີ່ປຸ່ນ ຈະນໍາໃຊ້ລະບົບພາກບັງຄັບ ການຮຽນພາສາອັງກິດ ໃນລະດັບມັດທະຍົມສຶກສາ  ໂດຍນັກຮຽນ ຊັ້ນມັດທະຍົມຕົ້ນ ທຸກຄົນ ຕ້ອງໄດ້ຮຽນພາສາອັງກິດ 35 ຊົ່ວໂມງຕໍ່ປີ ຫຼື ທຽບເທົ່າກັບ 1-2 ຊົ່ວໂມງຕໍ່ອາທິດ.

ສ່ວນນັກຮຽນ ຊັ້ນມັດທະຍົມປາຍ ທຸກຄົນ ຕ້ອງໄດ້ຮຽນພາສາອັງກິດ 70 ຊົວໂມງຕໍ່ປີ ໂດຍຕັ້ງເປົ້າໝາຍໃຫ້ສາມາດ ອ່ານ ຂຽນ ເຂົ້າໃຈ ແລະ ເວົ້າພາສາອັງກິດໄດ້ ແລະ ຮູ້ຄໍາສັບ ພາສາອັງກິດ ຢ່າງໜ້ອຍ 600-700 ຄໍາ.​

ແຫຼ່ງຂໍ້ມູນ: https://www.japantimes.co.jp/opinion/2020/01/21/commentary/japan-commentary/japan-going-wrong-way-english-education-reform/#.XixnE1gxWDY

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ພຣະທາດແມວສີ ເມືອງລອງ ແຂວງຫຼວງນ້ຳທາ

"ພະທາດແມວສີ" ທີ່ຕັ້ງຢູ່ບ້ານສະ, ເມືອງ ລອງ, ແຂວງຫຼວງນໍ້າທາ ຢູ່ຈອມພູສູງ ຫ່າງຈາກລະດັບນໍ້າທະເລ 1,000 ກວ່າແມັດ, ທິດເໜືອ ຕິດກັບປ່າໄມ້ ທິດໃຕ້ຕິດກັບ ທາງໄປບ້ານສະ, ທິດຕາເວັນອອກຕິດກັບປ່າໄມ້ ທິດຕາເວັນຕົກຕິດກັບ ແມ່ນໍ້າຂອງເຊິ່ງເປັນຊາຍແດນຂັ້ນລະຫວ່າງ ລາວ-ມຽນມາ

ວັດສຸວັນນະຄີລີ ນະຄອນຫຼວງພະບາງ

"ວັດສຸວັນນະຄີລີ" ທີ່ຕັ້ງຢູ່ ບ້ານຊຽງທອງ-ຄີລີ ຖະໜົນສັກກະລິນ, ຕິດກັບວັດປາກຄານ ຄໍາມຸງຄຸນ, ເປັນອີກວັດທີ່ຊາວໄທພວນ ຈາກຊຽງຂວາງ ເປັນຜູ້ສ້າງຂຶ້ນ ເພື່ອເປັນອະນຸສອນແກ່ກອງທັບຊາວພວນ ທີ່ສູ້ຮົບ ກັບກອງທັບຂອງພະມ້າ.

ວິທີລົງທະບຽນແຈ້ງເຂົ້າປະເທດໄທຜ່ານ DTAC ເຮັດໄດ້ງ່າຍໆ ດ້ວຍຕົວເອງຜ່ານມືຖື

ພາຍຫຼັງທີ່ໄດ້ມີການແຈ້ງການໃຫ້ຮູ້ກ່ຽວກັບການເດີນທາງເຂົ້າປະເທດໄທ ຕ້ອງໄດ້ລົງທະບຽນຜ່ານ TDAC ລ່ວງໜ້າກ່ອນ ບໍ່ເກີນ 3 ມື້, ຕັ້ງແຕ່ວັນທີ 1 ພຶດສະພາ 2025 ເປັນຕົ້ນມາ, ຫຼາຍຄົນອາດຈະຍັງບໍ່ທັນຮູ້ວິທີລົງທະບຽນເທື່ອ ມື້ນີ້ ອິນໄຊລາວ ຈະມາບອກວິທີລົງທະບຽນໃຫ້ຮູ້ຢ່າງລະອຽດ ພ້ອມລິ້ງລົງທະບຽນ ດັ່ງນີ້