ຈາກສະຖານະການການແຜ່ລະບາດຂອງເຊື້ອໄວຣັດໂຄໂຣນ່າ(2019 nCoV) ໃນຂະນະນີ້ ພົບວ່າມີຜູ້ຕິດເຊື້ອກວ່າ 2811 ຄົນທົ່ວໂລກ ເສຍຊີວິດແລ້ວ 80 ຄົນ ແລະ ໃນໄທພົບຜູ້ຕິດເຊື້ອແລ້ວທັງໝົດ 8 ຄົນ ເຊິ່ງຜູ້ຕິດເຊື້ອໂຄໂຣນານີ້ຈະມີອາການໃດ້ຕັ້ງແຕ່ເປັນໄຂ້ຫວັດທຳມະດາ ໄປຈົນເຖິງປອດອັກເສບຕິດເຊື້ອຮຸນແຮງ ຈົນສົ່ງຜົນອັນຕະລາຍເຖິງຊີວິດ
(ຂໍ້ມູນ: 27 ມັງກອນ 2020 )
ສຳຫລັບຄົນທົ່ວໄປ ຫລື ຜູ້ທີ່ກຳລັງເດີນທາງໄປຍັງພື້ນທີ່ສຽ່ງຢ່າງເມຶອງອູ່ຮັ່ນ ຫຼື ໃກ້ຄຽງ ຄວນກຽມຕົວຫຍັງແນ່ ? ມື້ນີ້ອິນໄຊລາວ ມີວິທີປ້ອງກັນຕົວເອງຈາກເຊື້ອໂລກສາຍພັນໃໝ່ນີ້ ມາຝາກກັນແລ້ວ
1. ຫລີກລ່ຽງສະຖານທີ່ແອອັດ ໃສ່ຜ້າປິດປາກຕະຫລອດ ບໍ່ຄວນຢູ່ໃກ້ຊິດຜູ້ຕິດໄອ ຈາມ ຫາກຫລີກລ່ຽງບໍ່ໃດ້ ຄວນໃສ່ໜ້າກາກອະນາໄມປ້ອງກັນ
2.ຫລີກລ່ຽງການເຂົ້າໄປຕະຫລາດຂາຍສັດມີຊີວິດ : ຫ້າມຈັບ ຫຼື ຢູ່ໃກ້ກັບຊິດກັບສັດ ໂດຍສະເພາະສັດທີ່ເປັນພະຍາດ ຫຼືຕາຍ ແລະ ງົດກິນອາຫານຈາກຊີ້ນສັດທີ່ບໍ່ສຸກດີ
3.ໝັ່ນລ້າງມືໃຫ້ສະອາດ : ດ້ວຍນໍ້າ ແລະ ສະບູ ຫຼືແອວກໍຮໍເຈວລ້າງມື ຫ້າມເອົາມືໄປຖືກຕາ ດັງ ປາກ ຖ້າບໍ່ຈໍາເປັນ
4.ບໍ່ໃຊ້ເຄື່ອງສວ່ນຕົວຮ່ວມກັບຜູ້ອື່ນ : ເຊັ່ນ ຜ້າເຊັດໜ້າ ແກ້ວນໍ້າ ຜ້າເຊັດຕົວ ເນື່ອງຈາກເຊື້ອສາມາດເຂົ້າສູ່ຮ່າງກາຍໃດ້ທາງການສຳຜັດ ສານນ້ຳເຫລືອງ ນ້ຳລາຍ ຂອງຜູ້ຕິດເຊື້ອ
5.ຮັກສາຮ່າງກາຍໃຫ້ອົບອຸ່ນຢູ່ສະເໝີ ແລະ ນອນຫລັບພັກຜ່ອນໃຫ້ພຽງພໍ
ເຊັກອາການເບື້ອງຕົ້ນ : ຫາກມີການເດີນທາງໄປຍັງພື້ນທີ່ສຽ່ງ ແລະ ພາຍໃນ 14 ມື້ ມີອາການ ໄຂ້ ໄອ ເຈັບຄໍ ມີຂີ້ມູກ ຫາຍໃຈເມື່ອຍຫອບ ໃຫ້ໃສ່ໜ້າກາກອະນາໄມ ແລະ ຮີບໄປພົບແພດຫລືເຈົ້າໜ້າທີ່ສາທາລະນະສຸກທັນທີ ພ້ອມທັງແຈ້ງປະຕິວັດການເດີນທາງ ເພາະນີ້ອາດເປັນສັນຍານສຽ່ງວ່າວ່າທ່ານກຳລັງຕິດເຊື້ອໂຄໂຣນາ ຄວນຮີບຮັກສາກ່ອນເກີດພາວະແຊກຊ້ອນປອດບວມ ຫລື ມີອາການຮຸນແຮງ ຈົນເຖຶງຂັ້ນເສຍຊີວິດໃດ້
ຂອບໃຈຂໍ້ມູນຈາກ tnnthailand.com, thairath.co.th ແລະ ກົມຄວບຄຸມພະຍາດຕິດຕໍ່
Hits: 2