Monday, November 17, 2025
Kbank Laos โอน รับ จ่าย

ຮ່າງຂໍ້ຕົກລົງຄວບຄຸມສຽງເນືອງນັນ ຢູ່ນະຄອນຫຼວງວຽງຈັນ

ທ່ານ​ນາງ ວິ­ໄລ​ວອນ ຈັນ­ທະ​ລາ­ຕີ

ຮ່າງ​ຂໍ້​ຕົກ­ລົງ​ວ່າ​ດ້ວຍ​ການ​ຄວບ​ຄຸມ​ສຽງ​ເນືອງ​ນັນ ເປັນ​ນິ­ຕິ​ກຳ​ສະ­ບັບ​ທີ່​ຈຳ­ເປັນ​ພາ­ວະ​ວິ­ໄສ ຂອງ​ນະ­ຄອນ­ຫຼວງ​ວຽງ​ຈັນ (ນວ) ເພາະ​ສຽງ​ເນືອງ​ນັນ​ເປັນ​ບັນ­ຫາ​ໜຶ່ງ​ທີ່​ກໍ່­ໃຫ້­ເກີດ​ຄວາມ​ບໍ່​ສະ­ຫງົບ ເຊິ່ງ​ເປັນ​ນິ­ຕິ​ກຳ​ທຳ​ອິດ ທີ່ ນວ ຈະ​ເລີ່ມ​ຈັດ​ຕັ້ງ​ປະ­ຕິ­ບັດ​ກ່ອນ​ແຂວງ​ອື່ນ ເພື່ອ​ແກ້​ໄຂ​ສິ່ງ​ຫຍໍ້­ທໍ້ ກໍ​ຄື ບັນ­ຫາ​ມົນ​ລະ​ພິດ​ທາງ​ສຽງ​ທີ່​ກະ­ທົບ​ໃສ່​ຊຸມ​ຊົນ​ໃຫ້​ຫຼຸດ​ລົງ ເຮັດ​ໃຫ້ ນວ ເປັນ​ເມືອງ​ໜ້າ​ຢູ່ ແລະ ມີ​ການ​ພັດ­ທະ­ນາ​ທີ່​ຍືນ​ຍົງ ສົມ​ກັບ​ເປັນ​ເມືອງ​ຫຼວງ​ຂອງ​ປະ­ເທດ.

ທ່ານ​ນາງ ວິ­ໄລ​ວອນ ຈັນ­ທະ​ລາ­ຕີ ຫົວ­ໜ້າ​ພະ​ແນກ​ຖະ­ແຫຼງ​ຂ່າວ ວັດ­ທະ­ນະ­ທຳ ແລະ ທ່ອງ​ທ່ຽວ ນວ ໄດ້​ກ່າວ​ໃນ​ກອງ​ປະ­ຊຸມ​ສະ­ໄໝ​ສາ­ມັນ ເທື່ອ​ທີ 8 ຂອງ​ສະ­ພາ​ປະ­ຊາ­ຊົນ ນວ ຊຸດ​ທີ I ວັນ​ທີ 24 ມັງ­ກອນ 2020 ຢູ່​ຫ້ອງ​ວ່າ­ການ​ປົກ­ຄອງ ນວ ວ່າ:

ພາບປະກອບ

ເຫດ­ຜົນ ແລະ ຄວາມ​ຈຳ­ເປັນ​ໃນ​ການ​ສ້າງ​ຂໍ້​ຕົກ­ລົງ​ສະ­ບັບ​ນີ້ ເນື່ອງ​ຈາກ ນວ ໄດ້​ມີ​ການ​ພັດ­ທະ­ນາ​ຫຼາຍ​ຂຶ້ນ​ໃນ​ທຸກ​ດ້ານ​ດ້ວຍ​ຈັງ­ຫວະ​ໄວ​ສົມ­ຄວນ ໂດຍ​ສະ­ເພາະ ການ​ພັດ­ທະ­ນາ​ເສດ­ຖະ­ກິດ-ສັງ­ຄົມ ຄຽງ​ຄູ່​ກັບ​ການ​ດຶງ​ດູດ​ການ​ລົງ­ທຶນ ທີ່​ລັດ­ຖະ­ບານ​ໄດ້​ເປີດ​ກວ້າງ ແຕ່​ໄປ​ພ້ອມ​ກັບ​ດ້ານ​ຕັ້ງ­ໜ້າ ກໍ​ຍັງ​ມີ​ດ້ານ​ຫຍໍ້­ທໍ້​ທີ່​ເກີດ​ຂຶ້ນ ໂດຍ​ສະ­ເພາະ ບັນ­ຫາ​ມົນ​ລະ​ພິດ​ທາງ​ສຽງ ທີ່​ກະ­ທົບ​ໃສ່​ຊຸມ​ຊົນ ເຊັ່ນ:

ບັນ­ຫາ​ສຽງ​ເນືອງ​ນັນ​ທີ່​ເກີດ​ຈາກ​ການ​ບໍ​ລິ​ການ­ບັນ­ເທິງ ໂດຍ​ສະ­ເພາະຮ້ານ​ອາ­ຫານ ຮ້ານ​ກິນ​ດື່ມ​ກາງ­ແຈ້ງ ການ​ປຸກ​ສ້າງ ແລະ ການ​ຜະ­ລິດ​ຕ່າງໆ ພາ­ຫະ­ນະ​ທີ່​ດັດ­ແປງ ຕົບ­ແຕ່ງ​ສຽງ ແລະ ບັນ­ຫາ​ສຽງ​ເນືອງ​ນັນ ທີ່​ເກີດ​ຈາກ​ຊຸມ​ແຊວ ການ​ຈັດ​ງານ​ລ້ຽງ ງານ​ດອງ ການ​ລ້ຽງ­ສັດ ແລະ​ອື່ນໆ ເຊິ່ງ​ສົ່ງ​ຜົນ​ກະ­ທົບ​ດ້ານ​ສຽງ​ຕໍ່​ການ​ດຳ­ລົງ​ຊີ­ວິດ​ຂອງ​ຄົນ ທີ່​ອາ​ໃສ​ຢູ່​ໃນ​ຕົວ​ເມືອງ ແລະ ເປັນ​ຜົນ​ກະ­ທົບ​ຕໍ່​ການ​ບໍ­ລິ­ຫານ-ຄຸ້ມ​ຄອງ​ຕົວ​ເມືອງ​ທີ່​ດີ​ຂອງ​ລັດ ກໍ​ຄື ອົງ­ການ​ປົກ­ຄອງ ນວ ດ້ວຍ​ເຫດ­ຜົນ​ດັ່ງ­ກ່າວ ຈຶ່ງ​ເປັນ​ສາ­ເຫດ​ທີ່​ຮຽກ­ຮ້ອງ​ໃຫ້​ຕ້ອງ​ມີ​ການ​ຄຸ້ມ​ຄອງ ຕິດ­ຕາມ ກວດ­ກາ ແກ້​ໄຂ ແລະ ເຂັ້ມ​ງວດ ເພື່ອ​ຫັນ​ເຂົ້າ​ສູ່​ລະບຽບ​ກົດ­ໝາຍ.

ພາບປະກອບ

ຮ່າງ​ຂໍ້​ຕົກ­ລົງ​ວ່າ​ດ້ວຍ​ການ​ຄວບ​ຄຸມ​ສຽງ​ເນືອງ​ນັນ ປະ­ກອບ​ມີ 6 ໝວດ 32 ມາດ­ຕາ ເຊິ່ງ​ຄາດ​ວ່າ ພາຍ­ຫຼັງ​ກອງ​ປະ­ຊຸມ​ສະ­ໄໝ​ສາ­ມັນ ເທື່ອ​ທີ 8 ຂອງ​ສະ­ພາ​ປະ­ຊາ­ຊົນ ນວ ຊຸດ​ທີ 1 ຮັບ­ຮອງ ເຈົ້າ​ຄອງ ນວ ປະ­ກາດ​ນຳ​ໃຊ້​ຈະ​ໄດ້​ຮັບ​ຜົນ​ປະ­ໂຫຍດ​ເຮັດ​ໃຫ້​ມີ​ນິ­ຕິ​ກຳ​ທີ່​ເປັນ​ເຄື່ອງ­ມື ເພື່ອ​ເປັນ​ບ່ອນ​ອີງ​ໃນ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ ໃນ​ການ​ແກ້​ໄຂ​ບັນ­ຫາ​ສຽງ​ເນືອງ​ນັນ​ທີ່​ເປັນ​ຜົນ​ກະ­ທົບ​ຕໍ່​ຊຸມ​ຊົນ ເຮັດ​ໃຫ້​ການ­ເຄື່ອນ­ໄຫວ​ກິດ­ຈະ­ການ​ທີ່​ສ້າງ​ຜົນ​ກະ­ທົບ​ເລື່ອງ​ສຽງ​ເນືອງ​ນັນ ຫັນ​ເຂົ້າ​ສູ່​ກົດ­ໝາຍ ແລະ ລະ­ບຽບ​ການ ທັງ​ຍົກ​ສູງ​ພາບ​ພົດ ບົດ­ບາດ​ຂອງ ນວ ໃນ​ການ​ຄຸ້ມ​ຄອງ​ຄວາມ​ສະ­ຫງົບ ໃຫ້​ສົມ​ກັບ​ເປັນ ນວ ຂອງ​ປະ­ເທດ ເປັນ​ນະ­ຄອນ​ໜ້າ ຢູ່ ແລະ ຍືນ​ຍົງ (6 ສ) ໂດຍ​ສະ­ເພາະ ສ ສະ­ຫງົບ​ສຸກ.

ຈາກ​ນັ້ນ ສະ­ມາ­ຊິກ​ສະ­ພາ​ປະ­ຊາ­ຊົນ ນວ ແລະ ສະ­ມາ­ຊິກ​ສະ­ພາ​ແຫ່ງ​ຊາດ ກໍ​ໄດ້​ປະ­ກອບ​ຄຳ​ເຫັນ​ຢ່າງ​ກົງ​ໄປ​ກົງ​ມາ​ໃສ່​ເນື້ອ​ໃນ ແລະ ບາງ​ມາດ­ຕາ​ຂອງ​ຮ່າງ​ຂໍ້​ຕົກ­ລົງ ວ່າ​ດ້ວຍ​ການ​ຄວບ​ຄຸມ​ສຽງ​ເນືອງ​ນັນ ໂດຍ​ສະ­ເພາະ ປະ­ເພດ​ການ​ຄວບ​ຄຸມ​ສຽງ​ເນືອງ​ນັນ ການ​ຄຸ້ມ​ຄອງ ກວດ­ກາ ແລະ​ອື່ນໆ ກ່ອນ​ທີ່​ສະ­ມາ­ຊິກ​ສະ­ພາ​ປະ­ຊາ­ຊົນ ນວ ຈະ​ເປັນ​ເອ­ກະ​ພາບ​ຮັບ­ຮອງ​ເອົາ ດ້ວຍ​ຄະ­ແນນ​ສຽງ​ສ່ວນ​ຫຼາຍ.

ແຫຼ່ງຂໍ້ມູນ:

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເອັດສຊີຈີ ມອບທຶນ “SCG Sharing the Dream 2025” ສປປ ລາວ ຕໍ່ເນື່ອງປີທີ 14 ສົ່ງເສີມໂອກາດທາງດ້ານການສຶກສາ ສ້າງແຮງບັນດານໃຈເຍົາວະຊົນຮັກສາສິ່ງແວດລ້ອມ

ວັນທີ 10 ເດືອນພະຈິກ ປີ 2025: ນະຄອນຫຼວງວຽງຈັນ - ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັດສຊີຈີ ຈັດພິທີມອບທຶນການສຶກສາໃນໂຄງການ “SCG Sharing The Dream 2025” ເພື່ອສະໜັບສະໜຸນເຍົາວະຊົນ ສປປ ລາວ ໃຫ້ມີໂອກາດທາງດ້ານການສຶກສາ ແລະ ເຕີບໃຫຍ່ເປັນພົນລະເມືອງ ລຸ້ນໃຫມ່ ທີ່ມີຄວາມຮູ້, ຄວາມມຸ່ງໝັ້ນ ແລະ ຈິດສຳນຶກດ້ານສິ່ງແວດລ້ອມ ພາຍໃຕ້ແນວຄິດ “Green Generation”

ສາຍການບິນ Vietjet ໄດ້ຮັບກຽດເປັນໜຶ່ງໃນບັນດາສາຍການບິນທີ່ມີມູນຄ່າສູງສຸດຂອງອາຊຽນ, ເປັນຜູ້ນຳໃນອຸດສາຫະກຳການບິນຂອງຫວຽດນາມ

ນະຄອນຫຼວງວຽງຈັນ, ວັນທີ 11 ພະຈິກ 2025 – ສາຍການບິນ Vietjet ໄດ້ຖືກຮັບຮອງໃຫ້ເປັນໜຶ່ງໃນບັນດາຍີ່ຫໍ້ທີ່ມີຄຸນຄ່າທີ່ສຸດຂອງເອເຊຍຕາເວັນອອກສ່ຽງໃຕ້, ເປັນຍີ່ຫໍ້ສາຍການບິນຊັ້ນນໍາຂອງໂລກ ແລະ ເປັນຍີ່ຫໍ້ທີ່ມີມູນຄ່າທີ່ສຸດຂອງຫວຽດນາມ ສໍາລັບປີ 2025, ໂດຍການໃຫ້ຄຳປຶກສາດ້ານການປະເມີນມູນຄ່າຍີ່ຫໍ້ຊັ້ນນໍາຂອງໂລກ ຄື: Brand Finance. ການຮັບຮອງຫຼ້າສຸດນີ້ເນັ້ນໃຫ້ເຫັນເຖິງຕໍາແໜ່ງຂອງ Vietjet ໃນຖານະສາຍການບິນຊັ້ນນໍາທີ່ເຊື່ອມຕໍ່ນັກທ່ອງທ່ຽວຈາກລາວໄປຫວຽດນາມ ແລະ ບັນດາປະເທດໃນເອເຊຍ-ປາຊີຟິກ.

ໂປຣໂມຊັນຫຼຸດລາຄາສຸດພິເສດ 11.11: ສາຍການບິນ Vietjet ຫຼຸດລາຄາສູງສຸດເຖິງ 100% ສໍາລັບຖ້ຽວບິນຈາກນະຄອນຫຼວງວຽງຈັນ ໄປ ຮ່າໂນ້ຍ, ນະຄອນໂຮ່ຈິມິນ

(ນະຄອນຫຼວງວຽງຈັນ, ວັນທີ 10 ພະຈິກ 2025) – ສາຍການບິນ Vietjet ພວມເລີ່ມຕົ້ນລະດູການບຸນຕ່າງໆຢ່າງຍິ່ງໃຫຍ່ ດ້ວຍຂໍ້ສະເໜີ "Double Day" 11.11 ທີ່ໂດດເດັ່ນ. ນັກເດີນທາງມີໂອກາດທີ່ຈະບິນໄດ້ໃນລາຄາຫຼຸດສູງສຸດເຖິງ 100% ໃນຖ້ຽວບິນຈໍານວນຫຼາຍພັນຖ້ຽວ ທົ່ວເຄືອຂ່າຍການບິນຂອງພວກເຂົາ, ລວມທັງຖ້ຽວບິນກົງທີ່ເຊື່ອມຕໍ່ ວຽງຈັນ ໄປ ຮ່າໂນ້ຍ ແລະ ນະຄອນໂຮ່ຈິມິນ ຊຶ່ງເປັນສອງເມືອງໃຫຍ່ທີ່ສຸດຂອງຫວຽດນາມ.