Monday, November 10, 2025
Kbank Laos โอน รับ จ่าย

ສປປ ລາວ ສົ່ງອອກເຫຍື້ອໄມ້ ແລະ ເສດເຈ້ຍມູນຄ່າ 251 ລ້ານໂດລາສະຫະລັດ

ພາບປະກອບ

ເຫຍື້ອໄມ້ ແລະ ເສດເຈ້ຍ ແມ່ນໜຶ່ງໃນຜະລິດຕະພັນ ທີ່ມີການສົ່ງອອກຫຼາຍໃນປີ 2019 ຜ່ານມາ ບັນລຸໄດ້ 251 ລ້ານໂດລາສະຫະລັດ ເຊິ່ງເປັນອັບດັບທີ່ສີ່ ຮອງຈາກ ການສົ່ງອອກໄຟຟ້າ ເຖິງ 1,066 ລ້ານໂດລາສະຫະລັດ (ສະຖິຕິແຕ່ເດືອນ ມັງກອນ ເຖິງຕຸລາ 2019) , ແຮ່ທອງ ປະມານ 550 ລ້ານໂດລາສະຫະລັດ, ທອງແດງມູນຄ່າປະມານ 401 ລ້ານໂດລາສະຫະລັດ.

ໃນນີ້, ການສົ່ງອອກ ເຫຍື້ອໄມ້ ແລະ ເສດເຈ້ຍ ແມ່ນເປັນສິນຄ້າປະເພດໜຶ່ງທີ່ມີວັດຖຸດິບຫຼັກແມ່ນໄມ້ວິກ ເຊິ່ງລັດຖະບານ ສົ່ງເສີມ ໃຫ້ມີການຜະລິດ ຫຼື ປູກໄມ້ວິກ ຢ່າງເປັນລະບົບ ໄປພ້ອມກັບວຽກງານປົກປັກຮັກສາສິ່ງແວດລ້ອມ ໂດຍສົ່ງເສີມຊາວກະສິກອນຫັນມາປູກໄມ້ວິກ ສະໜອງໃຫ້ພຽງພໍກັບຄວາມຕ້ອງການຂອງໂຮງງານ ເພື່ອຫຼຸດຜ່ອນການນໍາເຂົ້າວັດຖຸດິບ ທີ່ ສປປ ລາວ ມີທ່າແຮງໃນການຜະລິດ.

ພາບປະກອບ
ໃນການຜະລິດ ເຫຍື້ອໃມ້ ແລະ ເສດເຈ້ຍ ແມ່ນມາຈາກສອງແຫລ່ງວັດຖຸດິບຫລັກ ກໍ່ຄື: ສໍາລັບເຫຍື້ອໃມ້ ແມ່ນມີແຫລ່ງວັດຖຸດິບຫລັກໆມາຈາກຕົ້ນວິກ ສ່ວນເສດເຈ້ຍແມ່ນມາຈາກເຈ້ຍທີ່ນໍາໃຊ້ແລ້ວ ແລະ ຍັງສາມາດນໍາມາຜະລິດຄືນໃໝ່ (Recycle) ທີ່ໄດ້ມາຈາກທັງພາຍໃນ ແລະ ຕ່າງປະເທດ.  
   ອີງຕາມສະຖິຕິສົ່ງອອກເຫຍື້ອໃມ້ ແລະ ເສດເຈ້ຍ ໃນປີ 2019 ເຫັນວ່າມີມູນຄ່າສູງພໍສົມຄວນ ປະມານ 251 ລ້ານໂດລາສະຫະລັດ ໃນນັ້ນ ສປປ ລາວ ສົ່ງສິນຄ້າດັ່ງກ່າວໄປຍັງ ສປ ຈີນ 250 ລ້ານໂດລາສະຫະລັດ, ໄທ 0,8 ລ້ານໂດລາສະຫະລັດ ແລະ ຫວຽດນາມ. 0,2 ລ້ານໂດລາສະຫະລັດ.
ພາບປະກອບ
   ເຖິ່ງແມ່ນວ່າ ສປປ ລາວ ຈະມີມູນຄ່າການສົ່ງອອກເຫຍື້ອໄມ້ ແລະ ເສດໄມ້ ຫຼາຍກໍ່ຕາມ ແຕ່ຍັງມີຈໍານວນໜຶ່ງແມ່ນນໍາເຂົ້າເຫຍື້ອໃມ້ ແລະ ເສດເຈ້ຍ ຈາກຕ່າງປະເທດລວມມູນຄ່າ 24 ລ້ານໂດລາສະຫະລັດ ເຊັ່ນ: ສປ ຈີນ, ສ ອາເມລິກາ, ສ ເກົາຫຼີ, ຮົງກົງ ແລະ ໄທ. ເຊິ່ງມູນຄ່ານໍາເຂົ້າສູງສຸດແມ່ນ ສປ ຈີນ ມີປະມານ 14 ລ້ານໂດລາສະຫະລັດ, ສ ອາເມລິກາ ມີມູນຄ່າປະມານ 9 ລ້ານໂດລາສະຫະລັດ, ສ ເກົາຫຼີ ມີມູນຄ່າປະມານ 77 ພັນໂດລາສະຫະລັດ, ຮົງກົງ ມີມູນຄ່າປະມານ 72 ພັນໂດລາສະຫະລັດ ແລະ ໄທ ມີມູນຄ່າປະມານ 62 ພັນໂດລາສະຫະລັດ.
   ປະຈຸບັນ ສປປ ລາວ ມີໂຮງງານທີ່ຜະລິດເຫຍື້ອໃມ້ ແລະ ເສດເຈ້ຍ ຢູ່ແຂວງສະຫວັນນະເຂດ ທີ່ໃຫຍ່ທີ່ທຽບເທົ່າກັບ ໂຮງງານໃຫຍ່ທີ່ມີຊື່ສຽງຢູ່ ອາເມລິດາໃຕ້ ກໍ່ຄືປະເທດ ບລາຊີນ ມີກໍາລັງການຜະລິດຜະລິດຕະພັນເຈ້ຍຕ່າງໆ 1,2 ລ້ານໂຕນ ຕໍ່ປີ.
ພາບປະກອບ

ແຫລ່ງຂໍ້ມູນ:

ສູນຂໍ້ມູນຂ່າວສານ, ກົມການນໍາເຂົ້າ ແລະ ສົ່ງອອກ, ກະຊວງ ອຸດສາຫະກໍາ ແລະ ການຄ້າ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ສາຍການບິນ Vietjet ບັນລຸ 97% ຂອງແຜນການປະຈຳປີ ດ້ວຍຜົນງານທີ່ເຂັ້ມແຂງໃນໄຕມາດທີ 3 ປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 5 ພະຈິກ 2025) - ສາຍການບິນ Vietjet ໄດ້ລາຍງານຜົນງານທຸລະກິດທີ່ດີເລີດສຳລັບໄຕມາດທີ 3 ຂອງປີ 2025 (3Q2025), ໂດຍບັນລຸເຖິງ 97% ຂອງແຜນການປະຈຳປີໃນຂະນະທີ່ຍັງສືບຕໍ່ຮັກສາຈັງຫວະການເຕີບໂຕທີ່ໝັ້ນຄົງ. ຜົນງານໃນທາງບວກນີ້ຢືນຢັນເຖິງຖານະຂອງ Vietjet ໃນຖານະສາຍການບິນຊັ້ນນຳໃນພາກພື້ນອາຊີ, ສືບຕໍ່ສະເໜີທາງເລືອກການເດີນທາງທີ່ລາຄາຖືກແລະສະດວກໃຫ້ແກ່ຜູ້ໂດຍສານໃນທົ່ວພາກພື້ນ.

ສາຍການບິນ Vietjet ແລະ ມະຫາວິທະຍາໄລ Oxford ປະກາດຜົນການຄົ້ນຄວ້າເບື້ອງຕົ້ນ ກ່ຽວກັບການບິນທົ່ວໂລກສູ່ເປົ້າໝາຍ Net Zero

ນະຄອນຫຼວງວຽງຈັນ, ວັນທີ 30 ຕຸລາ 2025 – ໃນຖານະເປັນສ່ວນໜຶ່ງຂອງຄໍາໝັ້ນສັນຍາຕໍ່ການພັດທະນາແບບຍືນຍົງ ແລະ ນະວັດຕະກໍາ, Vietjet ໄດ້ປະກາດຜົນການຄົ້ນຄວ້າເບື້ອງຕົ້ນຂອງໂຄງການຄົ້ນຄວ້າອັນສຳຄັນກ່ຽວກັບການແກ້ໄຂບັນຫາ Net Zero ສໍາລັບການບິນທົ່ວໂລກ, ໂດຍການຮ່ວມມືກັບມະຫາວິທະຍາໄລ Oxford. ມະຫາວິທະຍາໄລທີ່ມີຊື່ສຽງລະດັບໂລກຍັງໄດ້ເປີດຕົວ ໂຄງການທຶນການສຶກສາ Oxford Pioneer Scholarship Scheme ເຊິ່ງເປັນໂຄງການດ້ານການສຶກສາທີ່ສໍາຄັນ, ຮ່ວມກໍ່ຕັ້ງໂດຍ ດຣ. ຫງວຽນ ຖິ ເຟືອງ ທ້າວ (Dr Nguyen Thi Phuong Thao), ປະທານສະພາບໍລິຫານຂອງ Sovico Group ແລະ Vietjet, ເພື່ອສະໜັບສະໜູນການພັດທະນາພອນສະຫວັນ.

ລະວັງ! 5 ພະຍາດ ທີ່ມາກັບລະດູໜາວ

ເຖິງວ່າເດືອນພະຈິກ (ເດືອນ 11) ຈະເຂົ້າສູ່ລະດູໜາວຢ່າງເຕັມໂຕ ແຕ່ບາງເຂດໃນປະເທດລາວກໍຍັງບໍ່ທັນມີອາກາດໜາວເຢັນຕາມຊື່ລະດູໜາວເລີຍ, ແຕ່ສິ່ງທີ່ມັກຈະມາພ້ອມກັບລະດູໜາວນັ້ນແມ່ນພະຍາດ, ເຊື້ອໄວຣັສ ແລະ ແບັກທິເຣຍ; ເຊິ່ງມື້ນີ້ ອິນໄຊລາວຈະພາມາຮູ້ຈັກກັບ 5 ພະຍາດທີ່ມັກມາພ້ອມກັບລະດູໜາວ ເພື່ອໃຫ້ເຮົາໄດ້ກຽມຄວາມພ້ອມຮັບມື ເຊິ່ງມີພະຍາດຫຍັງແດ່ນັ້ນ ໄປເບິ່ງນຳກັນເລີຍ.