ສະມາຄົມນັກທຸລະກິດແມ່ຍິງລາວ ໄດ້ຈັດພິທີເປີດງານເທດສະການອາຫານລາວປະຈໍາປີ 2020 ໂດຍພິທີໄດ້ໄຂຂຶ້ນໃນຕອນເຊົ້າຂອງວັນທີ 28 ມັງກອນ 2020 ທີ່ ສວນເຈົ້າອະນຸວົງ ໂດຍການເປັນປະທານຂອງທ່ານ ນາງ ຈັນທະຈອນ ວົງໄຊ ປະທານສະມາຄົມນັກທຸລະກິດແມ່ຍິງລາວ ແລະ ໃຫ້ກຽດເຂົ້າຮ່ວມໂດຍທ່ານ ນາງ ດາວວອນ ພະຈັນທະວົງ ຮອງປະທານສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ທ່ານ ນາງ ນາລີ ສີສຸລິດ ພັນລະຍາທ່ານນາຍົກລັດຖະມົນຕີແຫ່ງ ສປປ ລາວ ນອກຈາກນີ້, ຍັງມີບັນດານັກປະຕິວັດອະວຸໂສ ພັນລະຍາການນໍາພັກລັດ ພັນລະຍາທ່ານເອກອັກຄະລັດສະທູດ ທຸຕານຸທູດ ແລະ ແຂກຕ່າງປະເທດປະຈໍາ ສປປລາວ ເຂົ້າຮ່ວມຢ່າງອົບອຸ່ນ

ຈຸດປະສົງຂອງການຈັດງານຄັ້ງນີ້ແມ່ນ ເພື່ອສືບຕໍ່ເປັນສ່ວນໜຶ່ງໃນການອະນຸຮັກຮີດຄອງປະເພນີ ວັດທະນາທໍາອັນດີງາມຂອງຊາດ ໂດຍສະເພາະແມ່ນອາຫານພື້ນເມືອງລາວ ຫັດຖະກໍາ ກະສິກໍາ ທີ່ເປັນເອກະລັກຂອງຄົນລາວ ທັງເພື່ອເປັນການສ້າງເງື່ຶອນໄຂ ແລະ ໂອກາດໃຫ້ຜູ້ປະກອບການແມ່ຍິງລາວ ຜູ້ປຸງແຕ່ງອາຫານທ້ອງຖິ່ນ ແລະ ຕ່າງແຂວງ ໄດ້ເຂົ້າຮ່ວມວາງສະແດງ ແລະ ຂາຍຜະລິດຕະພັນຂອງຕົນເອງ. ນອກຈາກນີ້ແລ້ວ ຍັງເປັນການສົ່ງເສີມຜູ້ປະກອບການແມ່ຍິງຂະແໜງຕ່າງໆ ໄດ້ມີບົດບາດສ້າງຜະລິດຕະພັນຂອງຕົນເອງໃຫ້ກາຍເປັນສິນຄ້າ ສາມາດຕອບສະໜອງຄວາມຕ້ອງການຂອງຕະຫຼາດໃນປະຈຸບັນ ພ້ອມກັນນັ້ນກໍ່ເຊື່ອມໂຍງສິນຄ້າລາວອອກສູ່ສາກົນ ໂດຍຜ່ານຕະຫຼາດອາຊຽນ ແລະ ໄປທົ່ວໂລກ.
ປີນີ້ ມີຮ້ານອາຫານເຂົ້າຮ່ວມທັງໝົດ 190 ຮ້ານ ໃນນີ້ແມ່ນປະກອບມີ ຮ້ານອາຫານພື້ນເມືອງ ເອກະລັກຂອງ 17 ແຂວງ ແລະ ໜຶ່ງນະຄອນຫຼວງວຽງຈັນ, ຮ້ານຫັດຖະກໍາ, ຮ້ານຄ້າຈາກ 8 ສະຖານທູດ ແລະ ຮ້ານຄ້າ OTOP ປະເທດໄທເຂົ້າຮ່ວມ. ນອກຈາກນີ້ແລ້ວ ພາຍໃນງານຍັງມີກິດຈະກໍາຫຼາກຫຼາຍຢ່າງເຊັ່ນ: ແຂ່ງຂັນປຸງແຕ່ງອາຫານເອກະລັກຂອງ 17 ແຂວງ ແລະ ໜຶ່ງນະຄອນຫຼວງວຽງຈັນ ໃນທຸກໆມື້ ເວລາ 16:00 ແລະ ມື້ສຸດທ້າຍແມ່ນມີການຈົກສະຫຼາດຊີງໂຊກ ແລະ ມອບລາງວັນບັດຊີງໂຊກຂອງໂຄງການ LBWA+LISG ເຊິ່ງເປັນໂຄງການຊ່ວຍເຫຼືອຄົນເຈັບຈາກໄຟໄໝ້ ນໍ້າຮ້ອນລວກ ແລະ ຄົນເຈັບອານາຖາ

ພິເສດສໍາລັບງານເທດສະການອາຫານລາວປະຈໍາປີນີ້ ແມ່ນໄດ້ມີການແຕ່ງເພງໃໝ່ ທີ່ແຕ່ງໂດຍອາຈານ ແສງຄໍາພິນິດ ອະດິດລັດຖະມົນຕີກະຊວງ ໄປສະນີ ແລະ ກໍ່ສ້າງ ໃນເມື່ອກ່ອນ ແລະ ໄດ້ນັກຮ້ອງອໍາມະຕະຂ້າມຍຸກສະໄໝຂອງລາວ ທ່ານ ນາງ ດາລາເພັດ ຂຸນສະທອນ ເຊິ່ງໄດ້ມີການຮ້ອງເປີດໂຕພາຍໃນງານອີກດ້ວຍ.

ທ່ານ ນາງ ຈັນທະຈອນ ວົງໄຊ ປະທານສະມາຄົມນັກທຸລະກິດແມ່ຍິງລາວ ແລະ ທັງເປັນປະທານຈັດງານ ໄດ້ກ່າວວ່າ: ເພື່ອສ້າງຜົນງານຄໍານັບຮັບຕ້ອນກອງປະຊຸມໃຫ່ຍ VIII ຂອງສູນກາງສະຫະພັນແມ່ຍິງລາວ ຄໍານັບຮັບຕ້ອນວັນສ້າງຕັ້ງສະມາຄົມນັກທຸລະກິດແມ່ຍິງລາວຄົບຮອບ 15 ປີ ແລະ ກະກຽມເປີດກອງປະຊຸມໃຫ່ຍຄັ້ງທີ່ III ຂອງສະມາຄົມນັກທຸລະກິດແມ່ຍິງລາວທີ່ຈະເປີດຂຶ້ນໃນຕໍ່ໜ້ານີ້ ມື້ນີ້ສະມາຄົມນັກທຸລະກິດແມ່ຍິງລາວໄດ້ເປີດງານເທດສະການອາຫານລາວຂຶ້ນຢ່າງເປັນທາງການ.

ທ່ານຍັງໄດ້ກ່າວຕື່ມວ່າ ນະໂອກາດນີ້ ຂ້າພະເຈົ້າຂໍຕ່າງໜ້າຄະນະກໍາມະການຈັດງານ ຂໍສະແດງຄວາມຂອບໃຈມາຍັງຜູ້ສະໜັບສະໜູນ ໂດຍສະເພາະ ບໍລິສັດ ເບຍລາວ ກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ. ບໍລິສັດ ດາວເຮືອງ ຮ້ານອາຫານຟູຈິວະຣະ ໄຟຟ້ານະຄອນຫຼວງ ລາວຟອດ ທະນາຄານການຄ້າຕ່າງປະເທດລາວມະຫາຊົນ ແລະ ຜູ້ປະກອບການຕ່າງຫຼອດຮອດສະມາຊິກສະມາຄົມນັກທຸລະກິດແມ່ຍິງລາວທັງ 39 ພາກສ່ວນ ທີ່ໄດ້ປະກອບສ່ວນເຂົ້າໃນການສະໜັບສະໜູນໃນງານເທດສະການອາຫານລາວປີນີ້.






Hits: 14