
ກັບມາອີກຄັ້ງ ສໍາລັບການຕໍ່ສູ້ຂອງອາຈານຍິບມັນ ຕໍານານການຕໍ່ສູ້ມວຍຢົງຊຸນ ເຊິ່ງການກັບມາເທື່ອນີ້ຫຼັງຈາກ ອາຈານຍິບມັນ ໄດ້ພົບລູກສິດເອກ ບຣູສລີ ໂດຍໄດ້ຝຶກຝົນ ແລະ ອົບຮົມຈົນກາຍເປັນສິລະປິນຜູ້ມີວິຊາການຕໍ່ສູ້ ທີ່ໂດ່ງດັງໄປສູ່ລະດັບໂລກ. ຫຼັງຈາກ ຍິບມັນ ຮູ້ຕົວວ່າເຈັບປ່ວຍໄລຍະສຸດທ້າຍ ຈຶ່ງເດີນທາງມາປະເທດສະຫະລັດອາເມຣິກາ ເພື່ອຫາໂຮງຮຽນ ແລະ ອະນາຄົດໃໝ່ໃຫ້ແກ່ລູກຊາຍ ແຕ່ສຸດທ້າຍລາວຕ້ອງໄດ້ກັບມາປົກປ້ອງວັດທະນະທໍາຈີນ ຈາກເຈົ້າໜ້າທີ່ຄົນອາເມຣິກາ.

ການຕໍ່ສູ້ເພື່ອສັກສີທາງດ້ານເຊື້ອຊາດ ແລະ ວັດທະນະທໍາຂອງ ອາຈານ ຍິບມັນ ຈະຊະນະ ຫຼື ປະລາໄຊ ສາມາດເຂົ້າເບິ່ງຮູບເງົາ “ຍິບມັນ ພາກ 4” ໃນໂຮງຮູບເງົາທົ່ວປະເທດ.

Hits: 18