Wednesday, April 23, 2025

ຈາກອາດີດຜູ້ບັນຊາການກອງພັນໃຫຍ່ ສູ່ອາຊີບປູກຝັງລ້ຽງສັດ ມີລາຍຮັບ 30-50 ລ້ານກີບຕໍ່ປີ

ທ່ານ ພັນເອກ ສີດາ ໄຊຍະສິດ ມີລາຍໄດ້ຈາກການຂາຍສັດ ແລະ ພຶດຜັກຊະນິດຕ່າງໆປີໜຶ່ງບໍ່ຕໍ່າກວ່າ 30 ຫາ 50 ລ້ານກີບຕໍ່ປີ.

ຍ້ອນຄວາມດຸໝັ້ນ ໃນການທຳການຜະລິດປູກພືດຜັກຊະນິດຕ່າງໆຂາຍເພື່ອສ້າງລາຍໄດ້ເສີມໃຫ້ແກ່ຄອບຄົວ,ຫຼັງຈາກທີ່ວ່າເກັບກ່ຽວມ້ຽນມັດເຂົ້ານາສຳເລັດແລ້ວ ກໍ່ໄດ້ລົງມືປູກໝາກເຜັດ, ໝາກເຂືອ, ໝາກແຕງ, ສາລີ, ໝາກໂມ, ໝາກບວບ,ໝາກອຶ,ໝາກກ້ວຍ,ປູກຜັກກາດ,ຜັກບົ້ງ,ຜັກຫອມ, ສະລັດ,ກະທຽມ ແລະ ພືດຜັກຊະນິດອື່ນໆສົ່ງຂາຍປ້ອນໃຫ້ຕະຫຼາດເຊໂນ ມື້ໜຶ່ງຫຼາຍແສນກີບ

ທ່ານ ພັນເອກ ສີດາ ໄຊຍະສິດ ອາດີດຜູ້ບັນຊາການກອງພັນໃຫຍ່ 644 ໄດ້ໃຫ້ຮູ້ວ່າປະຈຸບັນອາຍຸຂອງເພີ່ນແມ່ນຢ່າງເຂົ້າສູ່ 65 ປີກວ່າແລ້ວ,ເຖິງແມ່ນວ່າຈະເຂົ້າຮັບເບ້ຍບຳນານແລ້ວກໍ່ຕາມ ແຕ່ກໍ່ຍັງແຂງແຮງດີ ມີຄວາມດຸໝັ້ນຂະຫຍັນພຽນ ໃນການປູກຜັກຂາຍ,ໂດຍໄດ້ເລີ່ມປູກມາແຕ່ປີ 1999 ເຖິງປະຈຸບັນ,

ເຊິ່ງແຕ່ລະປີພາຍຫຼັງເກັບກ່ຽວມ້ຽນມັດເຂົ້ານາປີສຳເລັດ ກໍ່ໄດ້ເລີ່ມລົງມືປູກໃສ່ໃນໄຮ່ນາລະຫວ່າງເດືອນ ມັງກອນ ຫາເດືອນມີນາ ໃນໄລຍະນີ້ຜັກຈະງາມ,ໃນເນື້ອທີ່ເກືອບເຮັກຕາ,ຂອງເນື້ອທີ່ ທີ່ເຮັດນາປີທັງໝົດ 2 ເຮັກຕາ,ໃນນີ້ໄດ້ແບ່ງເນື້ອທີ່ຂຸດໜອງສະ 3 ໜອງ 01 ເຮັກຕາເຄິ່ງ.ເພື່ອເກັບກັກນໍ້າໄວ້ໃຊ້ຫົດພຶດຜັກໃນລະດູແລ້ງ

ທ່ານ ພັນເອກ ສີດາ ໄຊຍະສິດ ໄດ້ໃຫ້ຮູ້ຕື່ມອີກວ່າ:

ໃນແຕ່ລະມື້ມີລາຍຮັບຈາກການຂາຍພືດຜັກຕ່າງໆຊິຕົກຢູ່ປະມານ 200.000 ກີບ ຫຼື ສະເລ່ຍເດືອນໜຶ່ງໄດ້ປະມານ 5 ລ້ານກີບ,ສະເພາະແຮງງານຕົ້ນຕໍແທ້ໆແມ່ນມີ 3 ຄົນ,ສ່ວນວ່າການລົງທຶນໃສ່ໃນປີນີ້ ມັນບໍ່ຫຼວງບໍ່ຫຼາຍປານໃດ,ແຕ່ຖ້າສະເລ່ຍລາຍຮັບໃນປີໜຶ່ງໆຈາກການຂາຍພຶດຜັກ,ງົວ,ແບ້,ໄກ່,ປາ ຊິຕົກຢູ່ປະມານ 40-50 ລ້ານກີບ.

ແຜນໃນຕໍ່ໜ້າຖ້າຫາກເຫື່ອແຮງຍັງມີຕົນເອງຍັງມີແມ່ນ ຈະໄດ້ຂະຫຍາຍເນື້ອທີ່ການປູກໃຫ້ຫຼາຍກວ່າເກົ່າ ເພື່ອສ້າງລາຍຮັບເຂົ້າສູ່ຄອບຄົວ ໃຫ້ກາຍເປັນຄອບຄົວຮັ່ງມີ %

ແຫຼ່ງຂໍ້ມູນ: ມີເດຍລາວ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ໂປຣໂມຊັນຈຳກັດເວລາ: VietJet ມອບສ່ວນຫຼຸດ 50% ປີ້ຍົນທົ່ວທຸກເສັ້ນທາງ

(ນະຄອນຫຼວງວຽງຈັນ, ວັນທີ 18 ເມສາ 2025) – ເພື່ອສະເຫຼີມສະຫຼອງວັນການຕ້ອນໂຮມປະເທດຊາດຫວຽດນາມ, VietJet ມອບສ່ວນຫຼຸດ ໃຫ້ນັກທ່ອງທ່ຽວເຖິງ 50% (ບໍ່ລວມພາສີ ແລະ ຄ່າທຳນຽມ) ໃນຄ່າໂດຍສານຊັ້ນ Eco-class ໃນທົ່ວເຄືອຂ່າຍຖ້ຽວບິນ ຕັ້ງແຕ່ມື້ນີ້ຈົນຮອດວັນທີ 18 ເມສາ 2025. ນັກທ່ອງທ່ຽວສາມາດເພີດເພີນກັບຂໍ້ສະເໜີນີ້ໄດ້ໂດຍການໃຊ້ລະຫັດໂປຣໂມຊັນ VJ50 ເມື່ອຈອງຜ່ານທາງ www.vietjetair.com ເຊິ່ງເລີ່ມເດີນທາງຕັ້ງແຕ່ວັນທີ 28 ເມສາ ເຖິງ 30 ພະຈິກ 2025 (ບໍ່ລວມວັນພັກລັດຖະການ).

ບົດສວດ ອັງເຊີນພຣະພຸດທະຮູບໃນເຮືອນລົງສົງນໍ້າ ໃນມື້ປີໃໝ່ລາວ

ໃນວັນບຸນປີໃໝ່ລາວນີ້ ກ່ອນທີ່ຈະໄປສົງນໍ້າພຣະຢູ່ທີ່ວັດ ແຕ່ເຮົາກໍ​ຍັງມີ​ກິດຈະກຳ​ສຳຄັນ​ນັ້ນ​ຄື​ການສົງນໍ້າພຣະຢູ່ໃນເຮືອນ ເພື່ອ​ກຽມ​ສົງ​ນ້ຳ​ພຣະ​ເສີມສິລິມຸງຄຸນ​ຕ້ອນ​ຮັບ​ວັນປີໃໝ່ລາວ, ຫາກ​ໃຜ​ຍັງ​ບໍ່​ຮູ້​ວ່າ​ຈະ​ຕ້ອງ​ເຮັດແນວໃດ ກຽມ​ສົງ​ນ້ຳ​ພະວັນປີໃໝ່ລາວ​ນັ້ນ​ມີ​ຫຍັງແດ່ ອິນໄຊລາວ ໄດ້ລວບລວມ​ມາ​ໃຫ້​ແລ້ວ.

5 ໂຣກຮ້າຍຕ້ອງລະວັງ ໃນຊ່ວງບຸນປີໃໝ່ລາວ.

ບຸນປີໃໝ່ລາວ ແມ່ນອີກບຸນໜຶ່ງທີ່ມ່ວນຊື່ນທີ່ທຸກຄົນຈະໄປສົງພຣະ ຫຼິ້ນນໍ້າ ແຕ່ມັນກໍເຕັມໄປດ້ວຍພະຍາດຮ້າຍແຮງຕ່າງໆທີ່ອາດຈະເກີດຂຶ້ນໃນຊ່ວງນັ້ນ ເພາະວ່າເປັນລະດູຝົນອາກາດຈະຮ້ອນ ແລະ ຈຳນວນເຊື້ອພະຍາດສາມາດເພີ່ມຂຶ້ນໄດ້ງ່າຍ ພ້ອມທັງຄວາມຊຸ່ມຊື່ນຈາກກິດຈະກຳຫຼິ້ນນໍ້າໃນບຸນປີໃໝ່ລາວ, ເຊິ່ງເຮົາໄດ້ລວມເອົາ 5 ໂຣກທີ່ເຈົ້າຕ້ອງລະວັງມາໃຫ້ເບິ່ງນໍາກັນ.