ທ່ານ ພົນເອກ ສີສະຫວາດ ແກ້ວບຸນພັນ ເກີດວັນທີ 1 ພຶດສະພາ 1928 ທີ່ບ້ານ ຫ້ວຍກະລຶມ ຕາແສງເມືອງ ປົວ ເມືອງຊໍາເໜືອ ແຂວງຫົວພັນ ມີເອື້ອຍນ້ອງຮ່ວມກັນ 3 ຄົນ. ຊິວີດຕອນຍັງນ້ອຍຂອງເພີ່ນກໍ່ເປັນຄືເດັກນ້ອຍທົ່ວໄປ ທີ່ໃຊ້ຊິວີດຕາມບ້ານນອກ ເປັນຊາວໄຮ່ນາ ຫາກິນຕາມທໍາມະຊາດ.

ພໍ່ ແລະ ແມ່ ຂອງເພີ່ນແມ່ນເສຍຊິວີດ ຕັ້ງແຕ່ຕອນເພີ່ນອາຍຸ 14 ປີ. ທ່ານ ສີສະຫວາດ ຕ້ອງລ້ຽງນ້ອງ 3 ຄົນ ໂດຍອາໄສວັດເປັນບ່ອນຮຽນໜັງສື. ເມື່ອອາຍຸ 20 ປີ ທ່ານ ສີສະຫວາດ ໄດ້ເຂົ້າຮ່ວມຂະບວນການປະຕິວັດລາວ ແລະ ເປັນໜຶ່ງໃນນັກຮົບຮຸ່ນທໍາອິດ ທີ່ກໍ່ຕັ້ງ ກອງຮ້ອຍລາດຊະວົງ ຕໍ່ສູ້ກູ້ຊາດ ໃຫ້ຫຼຸດພົ້ນຈາກການເປັນເມືອງຂຶ້ນຂອງຝລັ່ງ. ຈາກກອງຮ້ອຍລາດຊະວົງ ໄດ້ພັດທະນາມາເປັນກອງທັບປະຊາຊົນລາວ ທີ່ເຮັດສົງຄາມຕ້ານພວກລ່າເມືອງຂຶ້ນສະໄໝໃໝ່ຂອງອາເມຣີກາ

ໃນວັນທີ 3 ກຸມພາ ປີ 1972 ທ່ານໄດ້ເຂົ້າຮ່ວມກອງປະຊຸມໃຫ່ຍພັກ ຄັ້ງທີ2 ໃນກອງປະຊຸມໄດ້ປ່ຽນຊື່ ພັກປະຊາຊົນລາວ ມາເປັນ ພັກປະຊາຊົນປະຕິວັດລາວ. ມາຮອດປີ 1976 – 1987 ທ່ານໄດ້ເປັນຄະນະພັກການທະຫານສູນກາງ

ນອກຈາກນີ້, ໃນປີ 1987 ທ່ານ ສີສະຫວາດ ໃນນາມຜູ້ບັນຊາການກົມໃຫ່ຍເສນາທິການ ໄດ້ເປັນແມ່ທັບນໍາພານັກຮົບເຂົ້າສູ່ສະໜາມຮົບ ບັ້ນຮົບບໍ່ແຕນ ຫຼື ຄົນໄທເອີ້ນ ສະໜາມຮົບຮົ່ມເກົ້າ

ປະຈຸບັນ ທ່ານ ພົນເອກ ສີສະຫວາດ ແກ້ວບຸນພັນ ອາຍຸໄດ້ 93 ປີ. ໂດຍໃນວັນທີ ວັນທີ 27 ມັງກອນ 2020 ທ່ານ ອາລຸນໄຊ ສູນນະລາດ ກຳມະການສຳຮອງສູນກາງພັກ, ສະ ມາຊິກສະພາຊຸດທີVIII, ເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ພ້ອມຄະນະ ເຂົ້າອວຍພອນອະດີດ ການນຳພັກ-ລັດ ທ່ານ ພົນເອກ ສີສະ ຫວາດ ແກ້ວບຸນພັນ ເນື່ອງໃນໂອກາດ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ71 ປີ ທີ 20 ມັງກອນ 2020.

Hits: 127