ຊ່ວງນີ້ນອກຈາກອາກາດຈະເຢັນແລ້ວ ປະລິມານໍ້າຂອງແມ່ນຍັງຫຼຸດລົງຢ່າງຕໍ່ເນື່ອງ ເຊິ່ງສົ່ງຜົນດີໃຫ້ກັບປະຊາຊົນ ໃນເຂດແຄມແມ່ນໍ້າຂອງ ບ້ານ ທ່າເດືອ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໄດ້ປ່ຽນວິກິດໃຫ້ເປັນໂອກາດ ໂດຍການສ້າງສັນຫາດຊາຍແຄມຂອງຫຼັງຈາກນໍ້າລົງ ເປັນແຫຼ່ງທ່ອງທ່ຽວ ພັກຜ່ອນ ໃນຊ່ວງຍາມແລ້ງ ສ້າງລາຍໄດ້ເສີມໃຫ້ແກ່ປະຊາຊົນໃນພື້ນທີ່ ແລະ ຄາດວ່າຈະສ້າງລາຍໄດ້ໄປຮອດຊ່ວງປີໃໝ່ລາວ

ນອກຈາກນີ້ ຍັງເປັນເສັ້ນທາງທ່ອງທ່ຽວ ທີ່ຢູ່ໃກ້ກັບວັດຊຽງຄວນ ເຮັດໃຫ້ປະຊາຊົນ ນັກທ່ອງທ່ຽວ ທີ່ເດີນທາງມາທ່ຽວ ໄດ້ແວະມາທ່ຽວ ພັກຜ່ອນ ກິນເຂົ້າ ຢູ່ກັບທໍາມະຊາດສອງຝັ່ງແມ່ນໍ້າຂອງ



ສໍາລັບການເດີນທາງແມ່ນໄປຕາມຖະໜົນທ່າເດືອ ກາຍຂົວມິດຕະພາບໄປປະມານ 3 ກິໂລ
Hits: 15