ຈາກການຖະແຫຼງຂ່າວ ປະຈຳວັນຂອງຄະນະສະເພາະກິດ ໃນວັນທີ 1 ພຶດສະພາ 2020, ໃຫ້ຮູ້ວ່າ: ໃນວັນທີ 30 ເມສາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ ແມ່ນ 94 ຄົນ ເຊິ່ງຜົນກວດທັງໝົດແມ່ນບໍ່ພົບຜູ້ຕິດເຊື້ອໃໝ່
ນອກຈາກນີ້, ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ຫົວໜ້າຄະນະສະເພາະກິດ ໄດ້ຖະແຫຼງຂ່າວເພີ່ມເຕີມກ່ຽວກັບການສືບຕໍ່ປະຕິບັດບັນດາມາດຕະການໃນການປ້ອງກັນ, ຄວມຄຸມ, ສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ໃນໄລຍະແຕ່ ວັນທີ 04 – 17 ພຶດສະພາ 2020
ຊີ້ນໍາການຈັດຕັ້ງປະຕິບັດບັນດາມາດຕະການຕ່າງ ໃນຕໍ່ໜ້າມີຄືດັ່ງນີ້:
1. ໃຫ້ບັນດາກະຊວງ, ອົງການທຽບເທົ່າກະຊວງ, ອົງການປົກຄອງທ້ອງຖິ່ນ, ພາກສ່ວນທີ່ກ່ຽວຂ້ອງ, ພະນັກງານລັດຖະກອນ, ທະຫານ, ຕຳຫລວດ, ປະຊາຊົນບັນດາເຜົ່າໃນທົ່ວປະເທດ ສືບຕໍ່ຍົກສູງຄວາມຮັບຜິດຊອບໃນການຕິດຕາມ, ເຝົ້າລະວັງໃນການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດ COVID- 19 ດ້ວຍຄວາມເປັນເຈົ້າການ, ໃຫ້ຖືການຊີ້ນໍາ-ນໍາພາໃນການແກ້ໄຂວຽກງານດັ່ງກ່າວນີ້ ເປັນວຽກສຳຄັນ ແລະ ເປັນບູລິມະສິດກ່ອນໝູ່ ໃນໄລຍະນີ້, ປຽບເໝືອນການຊີ້ນໍາ-ນໍາພາໃນສະພາບສັງຄົມ
2. ໃຫ້ປະຊາຊົນ, ພະນັກງານ, ລັດຖະກອນ, ທະຫານ, ຕໍາຫລວດ, ຜູ້ປະກອບການ, ຊາວຕ່າງດ້າວ ແລະ ຊາວຕ່າງປະເທດ ທີ່ອາໄສ ຢູ່ ສປປລາວ ສືບຕໍ່ປະຕິບັດເຂັ້ມງວດມາດຕະການປ້ອງກັນການຕິດເຊື້ອ ເປັນຕົ້ນແມ່ນ ການຮັກສາໄລຍະຫ່າງ 1 ແມັດຂຶ້ນໄປ, ລ້າງມືໃສ່ສະບູ ແລະນໍ້າສະອາດ ຫລື ເຈວລ້າງມື, ໃສ່ຜ້າອັດປາກ-ດັງ, ວັດແທກອຸນຫະພູມ ແລະ ອະນາໄມສະຖານທີ່ ຕາມຄໍາແນະນໍາຂອງຄະນະສະເພາະກິດວາງອອກ
3. ໃຫ້ຄະນະສະເພາະກິດ, ອົງການປົກຄອງທ້ອງຖິ່ນທຸຂັ້ນ ແລະ ພາກສ່ວນກ່ຽວຂ້ອງ ສືບຕໍ່ໂຄສະນາເຜີຍແຜ່ໃຫ້ປະຊາຊົນເຂົ້າໃຈຢ່າງເລິກເຊິ່ງ ແລະ ທົ່ວເຖິງ ກ່ຽວກັບຄວາມອັນຕະລາຍຂອງພະຍາດດັ່ງກ່າວ ແລະ ມາດຕະການປ້ອງກັນ ໂດຍມີວິທີແນະນຳຢ່າງລະອຽດ ໃນຮູບແບບທີ່ເຂົ້າໃຈງ່າຍ ເພື່ອເຜີຍແຜ່ຜ່ານສື່ຕ່າງໆ. ພ້ອມກັນນັ້ນ ກໍ່ໃຫ້ເອົາໃຈໃສ່ວຽກງານໂຕ້ຕອບ ແລະ ຕີຖອຍ ຂ່າວລວງ, ຂ່າວລື, ຂ່າວອະກຸສົນແລະ ຂ່າວປັ່ນປ່ວນ
4. ເຫັນດີໃຫ້ປະຕິບັດມາດຕະການຜ່ອນຜັນຈຳນວນໜື່ງ ເພື່ອໃຫ້ມີຜົນກະທົບຕໍ່ເສດຖະກິດ-ສັງຄົມໜ້ອຍທີ່ສຸດ, ສ້າງເງື່ອນໄຂໃຫ້ຊຸມຊົມໄດ້ກັບມາໃຊ້ຊີວິດຕາມປົກກະຕິ ເທື່ອລະກ້າວ, ແຕ່ໃຫ້ປະຕິບັດມາດຕະການປ້ອງກັນການຕິດເຊື້ອ ເປັນຕົ້ນແມ່ນ ການຮັກສາໄລຍະຫ່າງ 1 ແມັດຂຶ້ນໄປ, ລ້າງມືໃສ່ສະບູ ແລະ ນໍ້າສະອາດ ຫລື ເຈວລ້າງມື, ໃສ່ຜ້າອັດປາກ-ດັງ, ວັດແທກອຸນຫະພູມ ແລະ ອະນາໄມສະຖານທີ່ ຕາມຄໍາແນະນໍາຂອງຄະນະສະເພາະກິດວາງອອກ, ບັນດາມາດຕະການທີ່ຜ່ອນຜັນ ມີດັ່ງນີ້:
4.1 ອະນຸຍາດໃຫ້ສໍານັກງານອົງການຂອງພັກ-ລັດ, ສຳນັກງານຂອງບໍລິສັດ ເປີດດໍາເນີນການ ໂດຍໃຫ້ພະນັກງານລັດຖະກອນໝູນວຽນມາເຮັດວຽກເປັນປົກກະຕິ ແຕ່ຕ້ອງໃຫ້ຮັບປະກັນມາດຕະການປ້ອງກັນການຕິດເຊື້ອ, ຖ້າຫາກສໍານັກງານອົງການໃດມີເງື່ອນໄຂເຮັດວຽກ ຜ່ານລະບົບສື່ສານເອເລັກໂຕຣນິກ ແລະ ເຄືອຂ່າຍອິນເຕີເນັດກໍ່ສາມາດສືບຕໍ່ຕາມຄວາມເໝາະສົມ
4.2 ອະນຸຍາດໃຫ້ປະຊາຊົນ, ພະນັກງານ, ລັດຖະກອນ, ທະຫານ, ຕຳຫລວດ, ຜູ້ປະກອບການ, ຊາວຕ່າງດ້າວ ແລະ ຊາວຕ່າງປະເທດທີ່ອາໄສຢູ່ ສປປ ລາວ ສາມາດອອກຈາກເຮືອນໄດ້ ແລະ ເດີນທາງພາຍໃນນະຄອນຫລວງ ແລະ ແຂວງຕາມຄວາມຈຳເປັນ ແຕ່ຕ້ອງໃຫ້ຮັບປະກັນມາດຕະການປ້ອງກັນການຕິດເຊື້ອ
4.3 ອະນຸຍາດໃຫ້ມີການຝຶກອົບຮົມ ແລະ ການປະຊຸມເປັນທາງການ ພາຍໃນນະຄອນຫລວງວຽງຈັນ ແລະ ແຂວງ, ແຕ່ໃຫ້ຈໍາກັດຜູ້ເຂົ້າຮ່ວມໂດຍຮັກສາໄລຍະຫ່າງ 1 ແມັດຂຶ້ນໄປ, ມີບ່ອນລ້າງມືດ້ວຍນໍ້າສະອາດ, ໃສ່ສະບູ ຫລື ເຈວລ້າງມື, ໃສ່ຜ້າອັດປາກ-ດັງ, ວັດແທກອຸນຫະພູມ ແລະ ອະນາໄມສະຖານທີ່ ຕາມຄໍາແນະນໍາຂອງຄະນະສະເພາະກິດວາງອອກ
4.4 ອະນຸຍາດໃຫ້ອອກກຳລັງກາຍ ຫລື ຫລິ້ນກິລາກາງແຈ້ງທີ່ບໍ່ເປັນທີມເຊັ່ນ: ຍ່າງອອກກຳລັງກາຍ, ຂີ່ລົດຖີບ, ເຕັ້ນອາໂຣບິກ, ຕີກ໊ອບ, ແຕ່ປະຕິບັດໄລຍະຫ່າງ ແລະ ຮັບປະກັນມາດຕະການປ້ອງກັນການຕິດເຊື້ອ;
4.5 ອະນຸຍາດໃຫ້ບັນດາຫ້າງ ຮ້ານຕ່າງໆ ເຊັ່ນ: ຮ້ານອາຫານ, ຮ້ານຂາຍຂອງກິນສຸກ, ຮ້ານຂາຍເຄື່ອງຍ່ອຍ, ຮ້ານຕັດຜົມ, ຮ້ານເສີມສວຍ, ຕະຫລາດສົດ, ສູນການຄ້າ, ຮ້ານຄ້າຂາຍົກ, ຂາຍຍ່ອຍ, ຮ້ານຊຸບເປີມາເກັດ, ຮ້ານກາເຟ, ຮ້ານສ້ອມແປງລົດ, ຮ້ານລ້າງ-ອັດສີດ, ໂຮງງານນໍ້າດື່ມ ແລະ ໂຮງງານນໍ້າກ້ອນ ດຳເນີນກິດຈະການໄດ້ ແຕ່ຕ້ອງປະຕິບັດໄລຍະຫ່າງ ແລະ ຮັບປະກັນມາດຕະການປ້ອງກັນການຕິດເຊື້ອ
4.6 ບັນດາໂຮງງານ, ໂຄງການລົງທຶນ ທີ່ເປັນກິດຈະການຂະໜາດໃຫຍ່ຂອງພາກທຸລະກິດຕ່າງໆ ທີ່ສາມາດປະຕິບັດຖືກຕ້ອງຕາມເງື່ອນໄຂມາດຕະການຕາມຂໍ້ແນະນຳເລກທີ 031/ສພກ ແມ່ນສາມາດເປີດດຳເນີນກິດຈະການໄດ້. ມອບໃຫ້ທັງສອງຄະນະສະເພາະກິດ ຂັ້ນສູນກາງແຕ່ງຕັ້ງຄະນະວິຊາການ ລົງກວດກາ, ຢັ້ງຢືນ ແລະ ເຮັດບົດບັນທຶກສຳລັບໂຄງການຂະໜາດໃຫຍ່ທີ່ນໍາໃຊ້ແຮງງານຈໍານວນຫລວງຫລາຍທີ່ສູນກາງເປັນຜູ້ຄຸ້ມຄອງ, ສຳລັບຫົວໜ່ວຍທຸລະກິດໃດ ທີ່ອົງການປົກຄອງທ້ອງຖິ່ນອະນຸຍາດ ແລະ ຄຸ້ມຄອງ ກໍ່ມອບໃຫ້ຄະນະສະເພາະກິດຂັ້ນແຂວງ ແລະ ນະຄອນຫລວງ ເປັນຜູ້ຮັບຜິດຊອບກວດກາ, ຢັ້ງຢືນ ແລະ ອະນຸຍາດ;
4.7 ໃຫ້ ກະຊວງສຶກສາທິການ ແລະ ກິລາ, ກະຊວງປ້ອງກັນຊາດ ແລະ ກະຊວງປ້ອງກັນຄວາມສະຫງົບ ກະກຽມເປີດໂຮງຮຽນຄືນ ໃນຊັ້ນປະຖົມສຶກສາປີທີ 5, ມັດທະຍົມສຶກສາປີທີ 4 ແລະ ປີທີ 7 ແລະ ໂຮງຮຽນໃນຂົງເຂດ ປກສ ແລະ ປກຊ ເລີ່ມແຕ່ວັນທີ 18 ພຶດສະພາ 2020 ໂດຍຮັກສາໄລຍະຫ່າງ 1 ແມັດຂຶ້ນໄປ, ມີບ່ອນລ້າງມືດ້ວຍນໍ້າສະອາດ, ໃສ່ສະບູ ຫລື ເຈວລ້າງມື, ໃສ່ຜ້າອັດປາກ-ດັງ, ວັດແທກອຸນຫະພູມແລະ ອະນາໄມສະຖານທີ່ ຕາມຄໍາແນະນໍາຂອງຄະນະສະເພາະກິດວາງອອກ. ສ່ວນຊັ້ນຮຽນ ມະຫາວິທະຍາໄລ ແລະ ສະຖານບັນການສຶກສາລະດັບອື່ນໆ ນອກຈາກທີ່ກຳນົດໄວ້ນີ້ ແມ່ນໃຫ້ສືບຕໍ່ປິດ ຈົນກວ່າຈະມີແຈ້ງການເພີ່ມຕື່ມພາຍຫລັງ.
4.8 ອະນຸຍາດໃຫ້ຊາວຕ່າງປະເທດ ທີ່ໄດ້ມາເຮັດວຽກ, ອອກແຮງງານ ແລະ ສຶກສາ ຢູ່ສປປ ລາວ ກັບຄືນປະເທດຕາມຈຸດປະສົງ. ສຳລັບນັກສຶກສາລາວ ທີ່ຕ້ອງການກັບຄືນໄປຮຽນຕໍ່ ຫລື ເຮັດວຽກ ຢູ່ຕ່າງປະເທດ ແມ່ນສາມາດເດີນທາງໄປໄດ້ ຕາມລະບຽບການຂອງປະເທດເຈົ້າພາບ.
5. ເຫັນດີໃຫ້ສືບຕໍ່ປະຕິບັດຢ່າງເຂັ້ມງວດ ບາງມາດຕະການທີ່ໄດ້ກຳນົດໃນຄຳສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 06/ນຍ, ລົງວັນທີ29 ມີນາ 2020 ຄືດັ່ງນີ້:
5.1 ຫ້າມບຸກຄົນເດີນທາງລະຫວ່າງແຂວງຫາແຂວງ ຍົກເວັ້ນ ກໍລະນີຈຳເປັນເປັນຕົ້ນ: ການໄປເຮັດວຽກທາງການ, ນັກຮຽນ, ນັກທຸລະກິດ, ການເຈັບເປັນ, ການເສຍຊີວິດ, ການຂົນສົ່ງສິນຄ້າ, ການນຳສົ່ງຄົນເຈັບແມ່ນສາມາດເດີນທາງໄດ້ ແຕ່ຕ້ອງມີເອກະສານຢັ້ງຢືນ;
5.2 ປິດບັນດາກິດຈະການຮ້ານບັນເທີງ, ຮ້ານເຫລົ້າ-ເບຍ, ຮ້ານກິນດື່ມ, ໂຮງຮູບເງົາ, ຮ້ານຄາຣາໂອເກະ, ຮ້ານບໍລິການນວດ-ສະປາທຸກປະເພດ, ກາຊິໂນ,ຕະຫລາດກາງຄືນ, ສະຖານທີ່ອອກກຳລັງກາຍ-ຫລິ້ນກິລາໃນຮົ່ມ, ກິລາກາງແຈ້ງເປັນທີມທີ່ມີການໃກ້ຊິດກັນ ເຊັ່ນ: ກິລາບານເຕະ, ບານບ້ວງ, ບານສົ່ງ, ມາລາທອນ, ຕີມວຍ, ຕີໄກ່, ເປຕັງ ແລະ ການແຂ່ງຂັນກິລາທຸກປະເພດ ທີ່ມີຜູ້ຊົມ ແລະ ນັກກິລາ ເຂົ້າຮ່ວມເກີນ 10 ຄົນ ແລະ ບໍ່ສາມາດຮັກສາໄລຍະຫ່າງເກີນ 1 ແມັດໄດ້;
5.3 ຫ້າມຈັດກິດຈະກຳຊຸມນຸມ, ຊຸມແຊວ, ງານສ້າງສັນ ຫລື ການເຕົ້າໂຮມຄົນເປັນຈຳນວນຫລາຍ ກວ່າ 10 ຄົນ ແລະ ບໍ່ສາມາດຮັກສາໄລຍະຫ່າງເກີນ 1 ແມັດໄດ້ ທີ່ມີຄວາມສ່ຽງຕໍ່ການຕິດເຊື້ອ;
5.4 ປິດດ່ານປະເພນີ, ດ່ານທ້ອງຖີ່ນ ແລະ ດ່ານສາກົນ ສຳລັບການເຂົ້າອອກຂອງບຸກຄົນທົ່ວໄປ, ເວັ້ນເສຍແຕ່ຜູ້ໄດ້ຮັບການອະນຸຍາດຈາກຄະນະສະເພາະກິດ ແລະ ລົດຂົນສົ່ງສິນຄ້າ ເຂົ້າ-ອອກ;
5.5 ໂຈະການອອກວີຊາທຸກປະເພດ ໃຫ້ບຸກຄົນທົ່ວໄປທີ່ເດີນທາງມາຈາກປະເທດທີ່ຍັງມີການລະບາດຂອງພະຍາດ COVID-19, ຍົກເວັ້ນວີຊາສໍາລັບຊ່ຽວຊານ, ວິຊາການ ແລະ ແຮງງານຕ່າງປະເທດ ທີ່ມີຄວາມຈຳເປັນເຂົ້າມາປະຕິບັດວຽກງານ ຢູ່ບັນດາໂຄງການທີ່ສຳຄັນ ແລະຈຳເປັນ, ແຕ່ຕ້ອງປະຕິບັດການກວດຫາເຊື້ອ COVID-19 ແລະ ຈໍາກັດບໍລິເວນຕົວເອງ 14 ວັນ ຢູ່ຕາມສູນທີ່ທາງການກຳນົດ ຕາມທີ່ລະບຸໄວ້ໃນແຈ້ງການສະບັບເລກທີ 507/ຫສນຍ, ລົງວັນທີ 24 ເມສາ 2020. ມອບໃຫ້ຄະນະສະເພາະກິດ ອອກຄຳແນະນໍາໃນການຈັດຕັ້ງປະຕິບັດຕົວຈິງ ໃຫ້ລະອຽດ ແລະ ຮັດກຸມ.
ມາດຕະການຜ່ອນຜັນເຫລົ່ານີ້ ແມ່ນມາດຕະການຊົ່ວຄາວ ເຊິ່ງຈະຈັດຕັ້ງປະຕິບັດ ນັບແຕ່ວັນທີ 04 ຫາວັນທີ 17 ພຶດສະພາ 2020, ຖ້າມີການລາຍງານ ກໍລະນີຜູ້ຕິດເຊື້ອເກີດຂຶ້ນຢູ່ໃນແຂວງໃດແຂວງໜຶ່ງ ແມ່ນຈະໄດ້ຈຳກັດການເຂົ້າ-ອອກ ແລະ ປະຕິບັດຄືນມາດຕະການຕ່າງໆຢ່າງເຂັ້ມງວດສະເພາະແຂວງນັ້ນໆ ເຊິ່ງແມ່ນຄະນະສະເພາະກິດກ່ຽວຂ້ອງ ຈະເປັນຜູ້ປະກາດແຈ້ງການ; ຖ້າຫາກເກີດມີຜູ້ຕິດເຊື້ອເປັນຈຸ້ມ ແຕ່ 2 ແຂວງຂຶ້ນໄປ ແມ່ນຈະໄດ້ກັບມາປະຕິບັດມາດຕະການຕ່າງໆ ທີ່ໄດ້ກຳນົດໃນຄໍາສັ່ງເລກທີ 06/ນຍ ຄືນໃໝ່ ຢ່າງເຂັ້ມງວດ.
ຮຽກຮ້ອງມາຍັງທຸກຄົນ ທຸກພາກສ່ວນ ໃນທົ່ວປະເທດ ໃຫ້ເປັນຈິດໜຶ່ງໃຈດຽວກັນ, ສາມັກຄີກັນຕໍ່ສູ້ຕ້ານກັບ COVID-19 ແລະ ປະຕິບັດຄຳຂວັນ “ຮ່ວມແຮງຮ່ວມໃຈຕ້ານ COVID-19 ແມ່ນພາລະກິດຂອງໝົດທຸກຄົນ” ທ່ານ ສົມດີ ດວງດີ ກ່າວ
ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສົ່ງສານ ເນື່ອງໃນໂອກາດວັນເດັກນ້ອຍສາກົນ ປະຈຳປີ 2020 ໂດຍມີເນື້ອໃນໃຈຄວາມວ່າ:
ພີ່ນ້ອງຮ່ວມຊາດທີ່ເຄົາລົບ,ລູກຫຼານເຍົາວະຊົນ ແລະ ອານຸຊົນ ທີ່ຮັກແພງທັງຫຼາຍ
ເນື່ອງໃນໂອກາດວັນເດັກນ້ອຍສາກົນ ວັນທີ 01 ມິຖຸນາ ໄດ້ໝູນວຽນມາບັນຈົບຄົບຮອບອີກວາລະໜຶ່ງ, ຕາງໜ້າໃຫ້ການນຳພັກ-ລັດ ແລະໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍຝາກຄວາມຮັກແພງ ແລະ ຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນ ມາຍັງພວກລູກໆຫຼານໆ ທີ່ເປັນອານຸຊົນແລະ ເຍົາວະຊົນ ໃນທົ່ວປະເທດ ແລະ ຂໍອວຍພອນ ບັນດາລູກຫຼານ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມເບີກບານມ່ວນຊື່ນ ໃນການສະຫຼອງວັນເດັກນ້ອຍສາກົນ ໃນໂອກາດນີ້ດ້ວຍ.
ການສະເຫຼີມສະຫຼອງວັນເດັກນ້ອຍສາກົນ ໃນທຸກໆປີ ແມ່ນປຽບດັ່ງບຸນໃຫຍ່ຂອງເດັກນ້ອຍໃນທົ່ວໂລກ ກໍ່ຄືເດັກນ້ອຍລາວ ແຕ່ການສະເຫຼີມສະຫຼອງປີນີ້ ແມ່ນມີຄວາມແຕກຕ່າງຈາກທຸກໆປີຜ່ານມາ ຈະບໍ່ໄດ້ມີການສະເຫຼີມສະຫຼອງໃຫຍ່ ແລະ ເຕົ້າໂຮມເດັກ ເປັນຈຳນວນຫຼາຍ ເພື່ອດຳເນີນກິດຈະກຳຕ່າງໆ ທີ່ຕິດພັນກັບການປູກຕົ້ນໄມ້ແຫ່ງຊາດ ເນື່ອງຈາກພວກເຮົາທັງຫຼາຍ ຍັງຢູ່ໃນໄລຍະແຫ່ງການປ້ອງກັນ, ຄວບຄຸມການແຜ່ລະບາດ ຂອງພະຍາດອັກເສບປອດສາຍພັນໃໝ່ (COVID-19) ທີ່ກຳລັງເປັນໄພຄຸກຄາມ ຕໍ່ຊີວິດ ກໍຄືຕໍ່ສຸຂະພາບຂອງຊາວໂລກຢ່າງກວ້າງຂວາງ, ລວມທັງ ຕໍ່ລາວເຮົາອີກດ້ວຍ.
ນັບແຕ່ຕົ້ນປີ 2020 ມານີ້ ປະເທດເຮົາ ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດ ໂຄວິດ-19 ອັນໄດ້ສ້າງຜົນກະທົບອັນໃຫຍ່ຫຼວງຕໍ່ຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນ, ລວມທັງ ຕໍ່ສຸຂະພາບ ແລະ ການຮຽນ ຂອງນັກຮຽນລາວເຮົາ ໃນລະບົບຂອງການຮຽນ-ການສອນໃນທົ່ວປະເທດ. ຕໍ່ສະພາບການດັ່ງກ່າວ, ລັດຖະບານ ໄດ້ເອົາໃຈໃສ່ປະຕິບັດມາດຕະການປ້ອງກັນ, ຄວບຄຸມສະກັດກັ້ນ ແລະ ແກ້ໄຂການແຜ່ລະບາດຂອງພະຍາດ COVID-19 ຢ່າງເຄັ່ງຄັດ, ທີ່ແນໃສ່ປ້ອງກັນສຸຂະພາບ ແລະ ຊີວິດຂອງປະຊາຊົນ ເວົ້າລວມ, ໂດຍສະເພາະ ປົກປ້ອງເດັກນ້ອຍລາວບັນດາເຜົ່າ ທີ່ເປັນອະນາຄົດຂອງປະເທດຊາດ. ມາຮອດມື້ນີ້ ລັດຖະບານເຫັນວ່າ ການຄວບຄຸມພະຍາດລະບາດ COVID-19 ນັ້ນ ກໍ່ຄ່ອຍໆຜ່ອນຄາຍລົງແດ່ແລ້ວ, ດັ່ງນັ້ນ ຈຶ່ງມີຄຳແນະນຳຜ່ອນຜັນອອກມາຕື່ມ ຊຶ່ງນັບແຕ່ວັນທີ 2 ມີຖຸນາ ນີ້ ເປັນຕົ້ນໄປ ພວກລູກຫຼານຈຳນວນຫຼາຍ ຈະໄປເຂົ້າໂຮງຮຽນແລ້ວ.
ອີກດ້ານໜຶ່ງ, ການສະເຫຼີມສະຫຼອງວັນເດັກສາກົນ ວັນທີ 01 ມິຖຸນາ ໃນປີນີ້ ໄດ້ຈັດຂື້ນໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ, ທົ່ວກອງທັບ ແລະ ທົ່ວປວງຊົນລາວທັງຊາດ ກຳລັງສຸມໃສ່ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກປະຊາຊົນ ປະຕິວັດລາວ ແລະຈັດຕັ້ງປະຕິບັດໄລຍະທ້າຍຂອງແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VIII (2016-2020) ຢ່າງຕັ້ງໜ້າ ແລະ ເປັນຂະບວນການຟົດຟື້ນ. ເມື່ອເວົ້າເຖິງວຽກງານການສົ່ງເສີມ, ການປົກປ້ອງເດັກ, ການຕ້ານສະກັດກັ້ນ ແລະ ແກ້ໄຂການໃຊ້ຄວາມຮຸນແຮງຕໍ່ເດັກນ້ອຍ ໃນຊຸມປີຜ່ານມານັ້ນ ໄດ້ມີຜົນ ສຳເລັດຫຼາຍດ້ານ ອັນພົ້ນເດັ່ນ ແມ່ນການເຂົ້າຮ່ວມຂອງ ສປປ ລາວ ໃນໂອກາດວັນຄົບຮອບ 30 ປີ ຂອງສົນທິສັນຍາ ວ່າດ້ວຍສິດທິເດັກ (20 ພະຈິກ 1989-20 ພະຈິກ 2019) ແລະ ໃນເວທີສໍາຄັນຕ່າງໆ ເປັນຕົ້ນ ການນໍາພາຕົວແທນເດັກລາວເຂົ້າຮ່ວມເວທີສະພາສິດທິມະນຸດ ຂອງອົງການອົງການສະຫະປະຊາຊາດ, ທີ່ເມືອງ ເຈນນິວາ, ປະເທດສະວິດເຊີແລນ; ເວທີຄະນະກຳມະການສິດທິເດັກ ທີ່ນິວຢອກ, ປະເທດສະຫະລັດອາເມລິກາ; ເວທີພາກພື້ນອາຊີ-ປາຊີຟິກ ແລະ ເວທີພາກພື້ນອາຊຽນ ເປັນຕົ້ນ. ສໍາລັບຢູ່ ສປປ ລາວ ພວກເຮົາ ແມ່ນໄດ້ຈັດກອງປະຊຸມລະດັບສູງ ໃນໂອກາດວັນຄົບຮອບ 30 ປີຂອງສົນທິສັນຍາ ວ່າດ້ວຍສິດທິເດັກ ແລະ ວັນຖະແຫຼງການ ວ່າດ້ວຍສິດທິເດັກ ຄົບຮອບ 60 ປີ ເພື່ອສະຫຼຸບຕີລາຄາຄືນ ໝາກຜົນການຈັດຕັ້ງປະຕິບັດສົນທິສັນຍາສິດທິເດັກ ຕະຫຼອດໄລຍະ 30 ປີຜ່ານມາ ແລະ ກໍານົດທິດທາງການພັດທະນາເດັກນ້ອຍລາວ ບັນດາເຜົ່າ ລຸ້ນປີ 2030, ພ້ອມດຽວກັນນັ້ນ, ຫຼາຍພາກສ່ວນກໍ່ໄດ້ໃຫ້ຄວາມໝາຍໝັ້ນ ໃນການຈັດຕັ້ງປະຕິບັດສົນທິສັນຍາ ວ່າດ້ວຍສິດທິເດັກ ໂດຍການນຳໃຊ້ກາລະໂອກາດ ພັດທະນາທ່າແຮງ ຂອງເດັກນ້ອຍລາວບັນດາເຜົ່າ ແຕ່ນີ້ຮອດປີ 2030 ແລະ ການບັນລຸເປົ້າຫມາຍການພັດທະນາແບບຍືນຍົງ.
ຕໍ່ຜົນສຳເລັດຂ້າງເທິງນັ້ນ, ໃນນາມຕາງໜ້າລັດຖະບານ, ຂ້າພະເຈົ້າ ຂໍສະແດງຄວາມຍ້ອງຍໍຊົມເຊີຍ ແລະ ສະແດງຄວາມຂອບໃຈ ຄະນະກໍາມາທິການເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກທຸກຂັ້ນ, ອົງການຈັດຕ້ອງຂອງພັກ, ລັດ ແລະ ອົງການຈັດຕັ້ງມະຫາຊົນ ຂັ້ນສູນກາງ ແລະ ທ້ອງຖິ່ນ, ອົງການຈັດຕັ້ງສາກົນ, ພາກສ່ວນທຸລະກິດເອກະຊົນ ຕະຫຼອດຮອດຮອດພໍ່ແມ່ປະຊາຊົນລາວ ລວມທັງເດັກນ້ອຍລາວ ໃນທົ່ວປະເທດ ທີ່ໄດ້ສະໜັບສະໜູນ ແລະ ປະກອບສ່ວນຢ່າງຕັ້ງໜ້າ ຕໍ່ວຽກແມ່ ແລະ ເດັກ ທີ່ໄດ້ເຮັດໃຫ້ວຽກງານດັ່ງກ່າວ ໄດ້ຮັບການປັບປຸງດີຂຶ້ນ ແລະ ມີຜົນສໍາເລັດເປັນກ້າວໆມາ.
ບັນດາທ່ານ ທີ່ຮັກແພງທັງຫຼາຍ,
ລູກຫຼານອານຸຊົນ, ເຍົາວະຊົນລາວ ທີ່ຮັກແພງ,
ເຖິງແມ່ນວ່າວຽກສິດທິເດັກ, ປົກປ້ອງເດັກ ແລະ ການພັດທະນາເດັກ ຈະມີຜົນສໍາເລັດຫຼາຍດ້ານກໍຕາມ ແຕ່ພວກເຮົາ ຍັງປະເຊີນໜ້າກັບສິ່ງທ້າທາຍຫຼາຍດ້ານ ໂດຍສະເພາະ ບັນຫາຄວາມທຸກຍາກຂາດເຂີນຂອງເດັກນ້ອຍບັນດາເຜົ່າໃນຫຼາຍດ້ານ, ບັນຫາຂາດໂພຊະນາການ, ພາວະເດັກຂາດສານອາຫານ, ອັດຕາການເຂົ້າຮຽນໃນພາກການສຶກສາກ່ອນໄວຮຽນ ແລະ ການສຶກສາພາກບັງຄັບ, ການນໍາໃຊ້ສື່່ສັງຄົມອອນລາຍຂອງເດັກ, ບັນຫາຢາເສບຕິດ, ບັນຫາການຄ້າມະນຸດ ແລະ ບັນຫາອື່ນໆ ຍັງເປັນໄພຄຸກຄາມ ແລະ ຈໍາກັດການພັດທະນາຂອງເດັກຂອງພວກເຮົາ. ນອກຈາກນັັ້ນ, ຄວາມຮັບຮູ້ ແລະ ຄວາມເຂົ້າໃຈໃນສັງຄົມ ແລະ ໃນບາງຊົນເຜົ່າ ໂດຍສະເພາະໃນເຂດທຸກຍາກ, ເຂດຫ່າງໄກສອກຫຼີກ ຍັງຍຶດຖືທັດສະນະຄະຕິແບບຄອງເດີມ ແລະ ປ່ຽນແປງໄປທາງກ້າວໜ້າຊ້າ, ບັນຫາເຫຼົ່ານີ້ຈະຕ້ອງຮ່ວມແຮງຮ່ວມໃຈກັນແກ້ໄຂໃຫ້ນັບມື້ນັບຫຼຸດນ້ອຍຖອຍລົງ.
ພີ່ນ້ອງຮ່ວມຊາດທີ່ຮັກແພງທັງຫຼາຍ,
ໃນໂອກາດສະເຫຼີມສະຫຼອງວັນເດັກສາກົນ 01 ມິຖຸນາ ນີ້, ໃນນາມລັດຖະບານ, ຂ້າພະເຈົ້າ ຂໍຮຽກຮ້ອງມາຍັງ ບັນດາອົງການການຈັດຕັ້ງຂອງພັກ-ລັດ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ ແລະ ຫົວໜ່ວຍທຸລະກິດທັງພາກລັດ ແລະ ເອກະຊົນ ຕະຫຼອດເຖິງປະຊາຊົນ ໃນຂອບເຂດທົ່ວປະເທດ ຈົ່ງຍົກສູງຄວາມຮັບຜິດຊອບຂອງຕົນ ແລະ ເພີ່ມທະວີອອກແຮງປະຕິບັດວຽກງານແມ່ ແລະ ເດັກ ແລະ ແກ້ໄຂບັນຫາ, ສິ່ງທ້າທາຍ ແລະ ຂໍ້ຄົງຄ້າງໃນປະຈຸບັນ ກໍ່ຄືການດູແລເອົາໃຈໃສ່, ການປົກປ້ອງ, ການພັດທະນາ ແລະ ການມີສ່ວນຮ່ວມຮອບດ້ານເພື່ອສ້າງເງື່ອນໄຂ ແລະ ໂອກາດໃຫ້ເດັກໄດ້ຮັບການພັດທະນາ ແລະ ມີອະນາຄົດ ທີ່ສົດໃສ ກ້າວເປັນຜູ້ໃຫຍ່ທີ່ມີຄຸນນະພາບ, ເປັນກຳລັງຊັບພະຍາກອນມະນຸດ ທີ່ມີຄວາມເຂັ້ມແຂງຂອງຊາດ ເພື່ອສືບຕໍ່ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ຈະເລີນຮຸ່ງເຮືອງ.
ພ້ອມກັນນີ້, ໃນໄລຍະການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການແຜ່ລະບາດຂອງພະຍາດ COVID-19 ແລະ ການເຂົ້າຮຽນຄືນໃໝ່ ໃນວັນທີ 2 ມິຖຸນານີ້, ຂ້າພະເຈົ້າ ຂໍຮຽກຮ້ອງມາ ຍັງກະຊວງສຶກສາທິການ ແລະ ກິລາ ແລະ ພາກສ່ວນທີ່ກ່ຽວຂ້ອງ ກໍ່ຄືໂຮງຮຽນ, ສະຖານບັນການສຶກສາຕ່າງໆ ໃຫ້ເອົາໃຈໃສ່ຮັບປະກັນຄຸນນະພາບຂອງການສຶກສາ ໃນທຸກຊັ້ນຮຽນ ເພື່ອທົດແທນໄລຍະປິດການຮຽນ-ການສອນ ໃນໄລຍະທີ່ມີການລະບາດຂອງພະຍາດ ແລະ ຈັດການສອບເສັງ ໃຫ້ທັນຕາມກຳນົດເວລາເປີດສົກຮຽນໃໝ່, ເຂັ້ມງວດປະຕິບັດມາດຕະການສຸຂາອະນາໄມ, ຮັບປະກັນຄວາມປອດໄພຮອບດ້ານ ໃຫ້ລູກຫຼານຂອງພວກເຮົາ.
ໃຫ້ປະຊາຊົນ, ພະນັກງານ, ລັດຖະກອນ, ທະຫານ, ຕຳຫຼວດ, ຄູ, ອາຈານ, ນັກຮຽນ, ນັກ ສຶກສາ ກໍ່ຄືທຸກພາກສ່ວນໃນສັງຄົມ ຖືເອົາໂອກາດແລະ ເຫດການເກີດຂຶ້ນ ຂອງການແຜ່ລະບາດ ຂອງ COVID-19 ນີ້ ສ້າງໃຫ້ມີຄວາມຊິນເຄີຍ ຂອງການດຳລົງຊີວິດ ຫຼື ສ້າງວິຖີຊີວິດປົກກະຕິ ແບບໃໝ່ ໃຫ້ກາຍເປັນຊີວິດປະຈຳວັນຕໍ່ໆໄປ. ເພື່ອເປັນການປ້ອງກັນຕົວເອງໃຫ້ດີ, ບໍ່ໃຫ້ປະໝາດ ແລະ ມີຄວາມຮັບຜິດຊອບຕໍ່ຕົນເອງ, ຄອບຄົວ, ສັງຄົມ ແລະ ປະເທດຊາດ, ພ້ອມກັນປະຕິບັດບັນດາມາດຕະການປ້ອງກັນພະຍາດ COVID-19 ຢ່າງເຂັ້ມງວດ ຕໍ່ໄປເພື່ອບໍ່ໃຫ້ພະຍາດນີ້ ມາຄຸກຄາມຊີວິດ ຂອງປະຊາຊົນເຮົາ ແລະ ເດັກນ້ອຍ ທີ່ເຮົາຮັກ ແລະ ຫ່ວງໄຍ.
ໃນໂອກາດວັນເດັກສາກົນ ວັນທີ 01 ມິຖຸນາ ປີນີ້, ຂໍໃຫ້ເດັກລາວທຸກຄົນໃນຂອບເຂດທົ່ວປະເທດ ຈົ່ງມີສຸຂະພາບແຂງແຮງ, ເປັນເດັກຄຳຮູ້ຂອງພໍ່ແມ່, ເປັນນັກຮຽນດີ ຮຽນເກັ່ງຂອງຄູ, ອາຈານ ແລະ ເປັນລູກຫຼານທີ່ດີຂອງຊາດ.
ຂໍຂອບໃຈ
ທ້າວ ອະນຸລັກ ດາວົງ ໄດ້ຮັບລາງວັນທີ 3 ຈາກການປະກວດຮູບເງົາອາຊຽນ ຫຼື ASEAN YOUTH VIDEO CONTEST 2019 ໂດຍລາວໄດ້ສົ່ງຮູບເງົາເລື່ອງ "ການແຕ້ມຄວາມຝັນ" ຫຼື Drawing Dream ເຊິ່ງເປັນຜົນງານທຳອິດ ທີ່ລາວເຄີຍສົ່ງເຂົ້າປະກວດ ແລະ ສາມາດຍາດລາງວັນທີ 3 ໄດ້.
ສ່ວນລາງວັນທີ 2...
ໃນຕອນເຊົ້າຂອງວັນທີ 18 ທັນວາ 2018, ທ່ານ ສົມມາດ ພົນເສນາ ລັດຖະມົນຕີກະຊວງຊັບພະຍາກອນທຳ ມະຊາດ ແລະ ສິ່ງແວດລ້ອມ ໄດ້ສະເໜີຮ່າງກົດໝາຍ ວ່າດ້ວຍທີ່ດິນ ສະບັບປັບປຸງ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ VIII ເພື່ອເປັນການທາບທາມ ແລະ ເປີດໂອກາດໃຫ້ບັນດາສະມາຊິກສະ ພາແຫ່ງຊາດ(ສສຊ) ປະກອບຄຳຄິດຄຳເຫັນຢ່າງເລິກເຊິ່ງ ແລະ...