ໝົກໜໍ່ໄມ້ ເປັນອາຫານພື້ນບ້ານຂອງລາວຊະນິດໜຶ່ງ ທີ່ເຮົາຈະມັກເຫັນຫຼາຍໃນຊ່ວງລະດູຂອງໜໍ່ໄມ້ ການເຮັດໝົກໜໍ່ໄມ້ສາມາດໃຊ້ໜໍ່ໄມ້ຊະນິດໃດກໍ່ໄດ້ ນອກຈາກນີ້ຍັງສາມາດໃສ່ຊີ້ນສັດຊະນິດອື່ນໆ
ໝົກໜໍ່ໄມ້ມີຄຸນຄ່າທາງໂພສະນາການຫຼາຍໆຢ່າງ ເຊັ່ນ ນໍ້າໃບຢານາງ ຊ່ວຍສ້າງພູມຕ້ານພະຍາດໃນຮ່າງກາຍໃຫ້ແຂງແຮງ ໜໍ່ໄມ້ມີໃຍອາຫານຈໍານວນຫຼາຍ ຈຶ່ງເຮັດໃຫ້ລະບົບຂັບຖ່າຍດີ ນອກຈາກນີ້ ຫົວສີໃຄຍັງຊ່ວຍໃຫ້ກິນເຂົ້າແຊບ ບໍາລຸງຮ່າງກາຍ ແລະ ຊ່ວຍໃຫ້ເລືອດໄຫຼວຽນໄດ້ດີ
ມື້ນີ້ອິນໄຊລາວ ເລີຍເອົາວິທີເຮັດ ໝົກໜໍ່ໄມ້ ອາຫານລາວພື້ນບ້ານມາຝາກທຸກຄົນ
ສ່ວນປະກອບ
- ໜໍ່ໄມ້ຊອຍ ຖ້ວຍນ້ອຍໜຶ່ງ
- ໃບຕອງ
- ຊີ້ນໝູບົດ ½ ຖ້ວຍນ້ອຍ
- ເຫັດ ½ ຖ້ວຍນ້ອຍ
- ຜັກອີ່ຕູ່ ( ສະເພາະໃບ ແລະ ຍອດອ່ອນ) ½ ຖ້ວຍນ້ອຍ
- ຫົວສີໃຄ (ຊອຍບາງໆສະເພາະແຕ່ຫົວສີຂາວ) 1 ຫົວ
- ໝາກເຜັດຊອຍ (1-2 ໜ່ວຍ)
- ເກືອ
- ນໍ້າປາ
- ແປ້ງນົວ
- ເຂົ້າເບືອ 1 ບ່ວງແກງ
ວິທີປຸງແຕ່ງ
- ກຽມໃບຕອງຕັດເປັນຮູບສີ່ຫຼ່ຽວ 25*30 ຊມ, 10-12 ໃບ
- ຕົ້ມໜໍ່ໄມ້ໃຫ້ສຸກ ຊອຍເປັນຕ່ອນບາງນ້ອຍ ຫຼື ຊອຍເປັນເສັ້ນ

- ຕໍາເຂົ້າເບືອ ໝາກເຜັດ ຫົວສີໃຄ ໃຫ້ເຂົ້າກັນ

- ປະສົ້ມ ເຂົ້າເບືອ ໝາກເຜັດ ຫົວສີໃຄ ທີ່ຕໍາແລ້ວ ເຂົ້າກັບຊີ້ນໝູ ໜໍ່ໄມ້ຊອຍແລ້ວ ເຫັດ ຜັກອີ່ຕູ່

- ຄົນສ່ວນປະກອບທັງໝົດໃຫ້ເຂົ້າກັນ ຫຼັງຈາກນັ້ນກໍ່ໍຊິມ ແລະ ປຸງຣົດຕາມມັກ

- ນໍາມາຫໍ່ໃຫ້ເປັນໝົກ ຫຼັງຈາກນັ້ນນໍາໄປໜຶ້ງໃສ່ຊຶງ ຫຼື ຫວດໜຶ້ງເຂົ້າ ຫຼັງຈາກນັ້ນໜຶ້ງໃຫ້ສຸກ

ພຽງເທົ່ານີ້ ກໍ່ໄດ້ກິນໝົກໜໍ່ໄມ້ແບບສົດໆຮ້ອນໆແລ້ວ
Hits: 37