Thursday, February 12, 2026
Kbank Laos โอน รับ จ่าย

ຂັ້ນຕອນການເລີ່ມຕົ້ນທຸລະກິດ ສຳລັບຜູ້ລົງທຶນທັງພາຍໃນ ແລະ ຕ່າງປະເທດ ຢູ່ ສປປ ລາວ

ພາບປະກອບ

???ແຈ້ງການ ວ່າດ້ວຍ ຂັ້ນຕອນການເລີ່ມຕົ້ນທຸລະກິດ ສຳລັບ ຜູ້ລົງທຶນ ທັງພາຍໃນ ແລະ ຕ່າງປະ ເທດ ທີ່ມີຈຸດປະສົງ ຢາກເລີ່ມຕົ້ທຸລະກິດຢູ່ ສປປ ລາວ.

ສະບັບ ເລກທີ0115/ອຄ.ກທຄວ ລົງວັນທີ 29 ມັງກອນ 2020 ຂອງ ຫ້ອງການ ກະຊວງ ອຸດສາຫະກຳ ແລະ ການຄ້າ.

ແຈ້ງການ ເຖິງ: ຜູ້ລົງທຶນທັງພາຍໃນ ແລະ ຕ່າງປະເທດ ທີ່ມີຈຸດປະສົງຢາກເລີ່ມຕົ້ນທຸລະກິດ

ຢູ່ ສປປ ລາວ ເລື່ອງ: ຂັ້ນຕອນການເລີ່ມຕົ້ນທຸລະກິດ

– ອີງຕາມ ຄໍາສັ່ງ ເລກທີ 02/ຍນ, ລົງວັນທີ 01 ກຸມພາ 2018 ວ່າດ້ວຍການປັບປຸງ ລະບຽບການ ແລະ ກົນໄກປະສານງານໃນການດໍາເນີນທຸລະກິດ ຢູ່ ສປປ ລາວ.

ກະຊວງອຸດສາຫະກໍາ ແລະ ການຄ້າ ໃນຖານະພາກສ່ວນທີ່ໄດ້ຮັບມອບຫມາຍໃຫ້ເປັນໃຈກາງ ປະສານກັບກັບດາກະຊວງທີ່ກ່ຽວຂ້ອງໃນຂອດການເລີ່ມຕົ້ນທຸລະກິດ ເຊັ່ນ: ກະຊວງການເງິນ, ກະຊວງປ້ອງກັນຄວາມສະ ຫງົບ, ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແລະ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ພ້ອມກັນສຸມໃສ່ປັບປຸງ ແກ້ໄຂລົບລ້າງຂັ້ນຕອນ ທີ່ບໍ່ຈໍາເປັນແນໃສ່ສ້າງບັນຍາກາດການເລີ່ມຕົ້ນທຸລະກິດ ທີ່ສະດວກວ່ອງໄວ ຫຼຸດເວລາ ແລະ ຕົ້ນທຶນສໍາລັບການເລີ່ມຕົ້ນທຸລະກິດໃຫ້ເປັນຮູບປະທໍາ.

ບົນພື້ນຖານຜົນສໍາເລັດຂອງການປັບປຸງດັ່ງກ່າວ, ຫ້ອງການ, ກະຊວງອຸດສາຫະກໍາ ແລະ ການຄ້າ ແຈ້ງມາຍັງຜູ້ລົງທຶນ ທັງພາຍໃນ ແລະ ຕ່າງປະເທດ ທີ່ມີຈຸດປະສົງ ຢາກເລີ່ມຕົ້ນທຸລະກິດ ຢູ່ ສປປ ລາວ ຊາບກ່ຽວກັບຂັ້ນຕອນ ທີ່ໄດ້ຮັບການປັບປຸງ ແກ້ໄຂ ແລະ ຂັ້ນຕອນທີ່ຍັງເຫຼືອ ເພື່ອສ້າງຄວາມສະດວກໃນ ການຕິດຕໍ່ພົວພັນ ປະສານງານ ດັ່ງນີ້:

ພາບປະກອບ

1. ຂັ້ນຕອນການເລີ່ມຕົ້ນທຸລະກິດ ແມ່ນຂັ້ນຕອນຕ່າງໆ ທີ່ຕິດພັນກັບການຂຶ້ນທະບຽນສ້າງຕັ້ງວິ ສາຫະກິດສ່ວນບຸກຄົນ ຫຼື ນິຕິບຸກຄົນເທົ່ານັ້ນ ແລະ ບໍ່ລວມເອົາຂັ້ນຕອນການຂໍອະນຸຍາດລົງທຶນ ຫຼື ຂໍ ອະນຸຍາດດໍາເນີນທຸລະກິດ ຂອງບັນດາຂະແຫນງການ;

2. ຂັ້ນຕອນທີ່ໄດ້ຮັບການປັບປຸງ ແກ້ໄຂ ປະກອບດ້ວຍ:

• ການຂໍໃບຢັ້ງຢືນທີ່ຕັ້ງສໍານັກງານ ໄດ້ຖືກຍົກເລີກ ຕາມແຈ້ງການ ສະບັບເລກທີ 1596/ກທຄວ.ອຄ, ລົງວັນທີ 15 ພະຈິກ 2018 ເລື່ອງລົບລ້າງການນໍາໃຊ້ແບບຟອມໃບຢັ້ງຢືນທີ່ຕັ້ງ ນັກງານ ຫຼື ສາຂາ ຂອງວິສາຫະກິດ ແລະ ການແຈ້ງຂຶ້ນທະບຽນວິສາຫະກິດ ໃນກິດຈະການບໍລິການ ຂອງ ຂະແຫນງການທະນາຄານ;

– ການຈົດທະບຽນກົດລະບຽບບໍລິສັດ ໄດ້ຖືກຍົກໄປເປັນຂັ້ນຕອນພາຍຫຼັງການເລີ່ມຕົ້ນທຸລະ ກິດ ຕາມແຈ້ງການ ສະບັບເລກທີ 1618/ກງ, ລົງວັນທີ 30 ພຶດສະພາ 2019 ເລື່ອງການປັບປຸງກົນໄກ, ຂັ້ນຕອນ ການດໍາເນີນງານລະຫວ່າງ ການຈົດທະບຽນເອກະສານຂອງຂະແຫນງຊັບສິນ ແລະ ການອອກ ທະບຽນອາກອນ;

• ການຂໍເລກປະຈໍາຕົວຜູ້ເສຍອາກອນ ໄດ້ຖືກລວມເຂົ້າເປັນຂັ້ນຕອນດຽວກັນ ກັບຂັ້ນຕອນ ການຂຶ້ນທະບຽນວິສາຫະກິດ(ວິສາຫະກິດຈະໄດ້ຮັບໃບທະບຽນວິສາຫະກິດພ້ອມເລກຈໍາຕົວຜູ້ເສຍອາກອນ) ຕາມແຈ້ງການ ສະບັບເລກທີ 5489/ກສອ, ລົງວັນທີ 17 ຕຸລາ 2018 ເລື່ອງການເປີດນໍາໃຊ້ລະບົບຄຸ້ມ ຄອງລາຍຮັບສ່ວຍສາອາກອນ (TaxRis);

• ການປະຖົມນິເທດ ແລະ ມອບເລກປະຈໍາຕົວຜູ້ເສຍອາກອນ ໄດ້ຖືກຍົກໄປເປັນຂັ້ນຕອນ ພາຍຫຼັງການເລີ່ມຕົ້ນທຸລະກິດ ຕາມແຈ້ງການ ສະບັບເລກທີ 5489/ກສອ, ລົງວັນທີ 17 ຕຸລາ 2018 ເລື່ອງການເປີດນໍາໃຊ້ລະບົບຄຸ້ມຄອງລາຍຮັບສ່ວຍສາອາກອນ (TaxRIS) ແລະ ແຈ້ງການ ເລກທີ 0489/ຫກງ, ລົງວັນທີ 05 ມີນາ 2019 ເລື່ອງການອອກເລກປະຈໍາຕົວຜູ້ເສຍອາກອນ(TIN)

• ການຈົດທະບຽນອາກອນມູນຄ່າເພີ່ມ ໄດ້ຖືກຍົກເລີກ ອີງຕາມ ແຈ້ງການກະຊວງການເງິນ ສະບັບເລກທີ 2720/ຫກງ, ລົງວັນທີ 12 ພະຈິກ 2019 ກ່ຽວກັບການເຂົ້າໃນລະບົບອາກອນມູນຄ່າເພີ່ມ;

• ການຈົດທະບຽນນໍາໃຊ້ຕາປະທັບ ໄດ້ຖືກລວມເຂົ້າເປັນຂັ້ນຕອນດຽວກັນກັບ ຂັ້ນຕອນການ ຄວັດຕາປະທັບ (ວິສາຫະກິດຈະໄດ້ຮັບໃບອະນຸຍາດນໍາໃຊ້ຕາປະທັບ ພ້ອມຕາປະທັບ) ອີງຕາມ ຂໍ້ຕົກລົງ ສະບັບເລກທີ 1784/ປກສ, ລົງວັນທີ 02 ຕຸລາ 2018 ວ່າດ້ວຍການຄຸ້ມຄອງ ແລະ ຜະລິດຕາປະທັບວິ ສາຫະກິດ ແລະ ແຈ້ງການ ສະບັບເລກທີ 2140/ຫອຄ.ກທຄວ, ລົງວັນທີ 03 ຕຸລາ 2019;

– ການຂໍອະນຸຍາດເນື້ອໃນປ້າຍຊື່ວິສາຫະກິດ ໄດ້ຖືກຍົກເລີກ ຕາມສະໂນດນໍາສົ່ງ ເລກທີ 49/ຫກ, ລົງວັນທີ 10 ມິຖຸນາ 2019 ກ່ຽວກັບການປັບປຸງປ້າຍຊື່ວິສາຫະກິດ ຕາມແຈ້ງການຂອງຫ້ອງ ການ, ກະຊວງອຸດສາຫະກໍາ ແລະ ການຄ້າ ສະບັບເລກທີ 2823/ຫອຄ.ກທຄວ,ລົງວັນທີ 26ພະຈິກ2018.

ພາບປະກອບ

3. ຂັ້ນຕອນການເລີ່ມຕົ້ນທຸລະກິດ ທີ່ຍັງຕ້ອງໄດ້ປະຕິບັດ ມີພຽງ 3 ຂັ້ນຕອນ ຄື:

ຂັ້ນຕອນທີ 1 – ການແຈ້ງຂຶ້ນທະບຽນສ້າງຕັ້ງວິສາຫະກິດ ໃຊ້ເວລາສູງສຸດບໍ່ເກີນ 10 ວັນລັດຖະ ການ(ອີງຕາມ ຂໍ້ຕົກລົງສະບັບເລກທີ 0023/ອຄ.ກທຄວ, ລົງວັນທີ 09 ມັງກອນ 2013 ວ່າດ້ວຍການຂຶ້ນ ທະບຽນວິສາຫະກິດ);

່ ຂັ້ນຕອນທີ 2 – ການຄວັດຕາປະທັບ ແລະການອະນຸຍາດນໍາໃຊ້ຕາປະທັບ ໃຊ້ເວລາສູງສຸດບໍ່ເກີນ 5 ວັນລັດຖະການ ( ອີງຕາມ ຂໍ້ຕົກລົງ ສະບັບເລກທີ 1784/ປກສ, ລົງວັນທີ 02 ຕຸລາ 2018 ວ່າດ້ວຍ ການຄຸ້ມຄອງ ແລະ ຜະລິດຕາປະທັບ);

ຂັ້ນຕອນທີ 3 – ການຈົດທະບຽນປະກັນສັງຄົມ ໃຊ້ເວລາສູງສຸດບໍ່ເກີນ 2 ວັນລັດຖະການ (ອີງ ຕາມ ຄໍາແນະນໍາ ສະບັບເລກທີ 1206/ຮສສ, ລົງວັນທີ 23 ເມສາ 2019 ກ່ຽວກັບການຈັດຕັ້ງປະຕິບັດ ກົດຫມາຍວ່າດ້ວຍປະກັນສັງຄົມ-ສະບັບປັບປຸງ).

4. ການເລີ່ມຕົ້ນທຸລະກິດ ຢູ່ ສປປ ລາວ ຕ້ອງປະຕິບັດຕາມລະບຽບການ ທີ່ກ່ຽວຂ້ອງ ໃນ 3 ຂັ້ນຕອນດັ່ງທີ່ກ່າວມາໃນຂໍ້ 3 ຂ້າງເທິງນີ້. ກໍລະນີຫາກມີບຸກຄົນ ຫຼື ພາກສ່ວນໃດຮຽກຮ້ອງໃຫ້ຜູ້ລົງທຶນ ປະຕິບັດຂັ້ນຕອນໃດຫນຶ່ງເພີ່ມເຕີມດັ່ງທີ່ກ່າວມາໃນຂໍ້ 2 ຂອງແຈ້ງການສະບັບນີ້ ແມ່ນໃຫ້ແຈ້ງຕໍ່ຂະແຫນງ

ແຫຼ່ງຂໍ້ມູນ: ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

Vietjet ຊຸກຍູ້ການເຕີບໂຕຂອງການບິນໃນພາກພື້ນອາຊີ-ປາຊີຟິກ ໃນໄລຍະໃໝ່

ນະຄອນຫຼວງວຽງຈັນ, ວັນທີ 6 ກຸມພາ 2026 – ສາຍການບິນ Vietjet ໄດ້ປະກາດຜົນສຳເລັດທາງຍຸດທະສາດຢ່າງຕໍ່ເນື່ອງ ເພື່ອສະໜັບສະໜູນການຂະຫຍາຍຕົວໃນໄລຍະຍາວທົ່ວພາກພື້ນອາຊີ-ປາຊີຟິກ. ໂດຍ Vietjet ຈະມີບົດບາດເປັນຄູ່ຮ່ວມງານຂອງ “ສູນກາງການເງິນການບິນອາຊີ-ປາຊີຟິກ” (Asia-Pacific Aviation Financial Hub) ທີ່ຫາກໍ່ເປີດຕົວໃໝ່, ພ້ອມທັງມີຂໍ້ຕົກລົງກ່ຽວກັບເຄື່ອງຈັກເຮືອບິນໃໝ່ ແລະ ການຮ່ວມມືດ້ານການເງິນການບິນ.

🎨 ສີຜົມມຸງຄຸນ 2026 ຕາມວັນເກີດ: ປ່ຽນລຸກໃຫ້ງາມ, ເສີມດວງໃຫ້ເຮັງ ຮັບປີໃໝ່! 💆‍♀️🔮

ເລີ່ມຕົ້ນປີໃໝ່ທັງທີ ຫຼາຍຄົນຄົງກຳລັງຊອກຫາວິທີເສີມຄວາມໝັ້ນໃຈ ແລະ ໜຶ່ງໃນນັ້ນກໍຄື "ການປ່ຽນສີຜົມ"! ເພາະເຊື່ອກັນວ່າຈະຊ່ວຍເສີມພະລັງຊີວິດໃຫ້ດີຂຶ້ນ. ມື້ນີ້ເຮົາຈະພາໄປເຊັກສີຜົມມຸງຄຸນ 2569 ສຳລັບທັງ 7 ວັນ ເອົາໃຈສາຍມູທີ່ຢາກປ່ຽນລຸກໃໝ່ໄປພ້ອມກັບການເສີມດວງຊະຕາ! 🚀🌈

Vietjet ສ້າງຜົນງານຢ່າງແຂງແຮງໃນປີ 2025 ດ້ວຍການເຕີບໂຕຂອງລາຍຮັບໃນໄຕມາດ 4 ເຖິງ 47% ພ້ອມຂະຫຍາຍເຄືອຂ່າຍການບິນໄປທົ່ວໂລກ

ນະຄອນຫຼວງວຽງຈັນ, ວັນທີ 3 ກຸມພາ 2026 - ບໍລິສັດ ຮຸ້ນສ່ວນການບິນ ຫວຽດເຈັດ (Vietjet Aviation Joint Stock Company - HOSE: VJC) ໄດ້ລາຍງານການເຕີບໂຕຂອງລາຍຮັບ ແລະ ກຳໄລຢ່າງແຂງແຮງໃນໄຕມາດທີ 4 ແລະ ຕະຫຼອດສົກປີ 2025, ເຊິ່ງເປັນການຢືນຢັນເຖິງຂີດຄວາມສາມາດໃນການດຳເນີນງານທີ່ຄ່ອງຕົວ ແລະ ມີປະສິດທິພາບຂອງສາຍການບິນ. ໝາກຜົນເຫຼົ່ານີ້ໄດ້ກາຍເປັນພື້ນຖານທີ່ໝັ້ນຄົງໃຫ້ແກ່ Vietjet ໃນການກ້າວເຂົ້າສູ່ປີ 2026 ພ້ອມກັບຍຸດທະສາດການເຕີບໂຕໃນລະດັບສາກົນທີ່ທະເຍີທະຍານ.