ຂໍຂອບໃຈນຳຜູ້ສະໜັບສະໜູນ

ຫຼັງຈາກລັດຖະບານໄດ້ອອກປະກາດຫ້າມບໍ່ໃຫ້ມີການກັກຕຸນສິນຄ້າ ແລະ ອຸປະກອນການແພດທີ່ກ່ຽວຂ້ອງກັບການປ້ອງກັນໄວຣັສໂຄໂຣນາສາຍພັນໃໝ່ ມື້ນີ້ທີມງານອິນໄຊລາວຈຶ່ງໄດ້ລົງສໍາຫຼວດຮ້ານຂາຍຢາລາຍໃຫ່ຍຢູ່ນະຄອນຫຼວງວຽງຈັນ, ຄືຮ້ານຂາຍຢາໜູເຜືອກ ຂ້າງໂຮງໝໍມະໂຫສົດ ແລະ ຮ້ານຂາຍຢາໃສສະອາດ ບໍລິເວນໂຮງໝໍ 103, ໂດຍພະນັກງານຂາຍໄດ້ບອກເປັນສຽງດຽວກັນວ່າ ສິນຄ້າແມ່ນຂາດຕະຫຼາດມາໄດ້ປະມານ 2 ອາທິດແລ້ວ ແລະ ຍັງບໍ່ຮູ້ວ່າສິນຄ້າງວດໃໝ່ຈະເຂົ້າມາມື້ໃດ

ທັງນີ້, ກ່ອນສິນຄ້າຈະຂາດຕະຫຼາດ ຍັງບໍ່ມີການຂຶ້ນລາຄາແຕ່ຢ່າງໃດ ໂດຍສາເຫດທີ່ສິນຄ້າຂາດຕະຫຼາດແມ່ນ ເນື່ອງຈາກວ່າປະຊາຊົນຜູ້ຊື້ໜ້າກາກອະນາໄມ ທັງຄົນລາວ ແລະ ຄົນຕ່າງປະເທດ ສ່ວນຫຼາຍແມ່ນຊື້ກັບໄປເປັນຈໍານວນຫຼາຍ ເພື່ອໃຊ້ໄລຍະຍາວ

ຈາກການສອບຖາມປະຊາຊົນໃນນະຄອນຫຼວງວຽງຈັນ ບາງສ່ວນໃຫ້ສໍາພາດວ່າ: ຈໍາເປັນຕ້ອງໃສ່ໜ້າກາກອະນາໄມເມື່ອອອກໄປນອກບ້ານ ໂດຍສະເພາະບ່ອນທີ່ເປັນຊຸມຊົນ ແລະ ຄົນຫຼາຍ

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ໃນຂະນະດຽວກັນ ປະຊາຊົນທີ່ບໍ່ໃສ່ໜ້າກາກອະນາໄມ ໄດ້ບອກວ່າ ຕອນທໍາອິດທີ່ມີຂ່າວອອກມາກໍ່ຍັງຮູ້ສຶກສະບາຍໄດ້ຢູ່ວ່າ ພະຍາດນີ້ຈະຍັງບໍ່ລະບາດໃນບ້ານເຮົາ ແຕ່ມາຫຼັງໆທີ່ມີຂ່າວຄົນຈີນທີ່ມາທ່ຽວລາວ ແລ້ວກວດພົບວ່າເປັນພະຍາດໄວຣັສໂຄໂຣນາ ກໍ່ຮູ້ສຶກຢ້ານທັນທີ ແຕ່ຕອນນີ້ ໜ້າກາກອະນາໄມແມ່ນຫາຊື້ບໍ່ມີແລ້ວ.​

ທັງນີ້, ໜ້າກາກອະນາໄມທີ່ມີຄວາມສາມາດປ້ອງກັນໄວຮັສທີ່ຖືກຕ້ອງ ຕ້ອງເປັນແບບ Surgical Mask ທີ່ເບື້ອງໜຶ່ງເປັນສີຂຽວ ຫຼື ຟ້າ ກັນນໍ້າໄດ້ ຈະຊ່ວຍປ້ອງກັນການແຜ່ ຫຼື ຮັບເຊື້ອຕ່າງໆຈາກໄວຣັສ ທີ່ມາກັບລະອອງນໍ້າ ຫຼື ນໍ້າມູກທີ່ກະຈາຍມາໃນລັດສະໝີກວ້າງເວລາໄອ ຫຼື ຈາມ

ແນວໃດກໍ່ຕາມ ອິນໄຊລາວຂໍສະແດງຄວາມເປັນຫ່ວງເປັນໃຍຕໍ່ປະຊາຊົນລາວທົ່ວປະເທດ ແລະ ໃຫ້ພາກັນຮັກສາສຸຂະພາບ ລ້າງມື້ຊໍ້າທຸກຄັ້ງ ເມື່ອອອກຈາກເຂດຊຸມຊົນ ຫຼື ເມື່ອກັບຮອດເຮືອນ. ພ້ອມກັນນີ້, ຊ່ວຍກັນເປັນຫູເປັນຕາ ແລະ ແລກປ່ຽນຂໍ້ມູນຂ່າວສານເຊິ່ງກັນແລະກັນ ໃນເລື່ອງຂອງລາຄາສິນຄ້າທີ່ກ່ຽວຂ້ອງ ຫາກພົບເຫັນຮ້ານໃດທີ່ຂາຍໜ້າກາກອະນາໄມ ແລະ ອຸປະກອນທີ່ກ່ຽວຂ້ອງ ໃນລາຄາທີ່ບໍ່ເໝາະສົມໃຫ້ເຕືອນກັນ ຫຼື ໂທສາຍດ່ວນ 1510 ພະແນກປົກປ້ອງຜູ້ຊົມໃຊ້

Hits: 7

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້