Monday, June 23, 2025
Kbank Laos โอน รับ จ่าย

ໄຊຍະບູລີ ໃຫ້ 279 ບໍລິສັດເຊົ່າ ແລະ ສໍາປະທານທີ່ດິນ ພາຍໃນແຂວງ

ທ່ານ ບຸນລັບ ແສງອາພອນ

ທ່ານ ບຸນລັບ ແສງອາພອນ ຫົວໜ້າພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງໄຊຍະບູລີ ໃຫ້ຮູ້ວ່າ: ເພື່ອໃຫ້ສອດຄ່ອງ ຖືກຕ້ອງກັບລະບຽບກົດໝາຍ ໃນການຄຸ້ມຄອງທີ່ດິນທີ່ໄດ້ກໍານົດໄວ້ໃນວຽກງານເຊົ່າ-ສໍາປະທານທີ່ດິນຂອງລັດ;

ຜ່ານການຈັດຕັ້ງປະຕິບັດກວດກາເຫັນວ່າ ທົ່ວແຂວງມີຫົວໜ່ວຍການເຊົ່າ-ສໍາປະທານທີ່ດິນລັດທັງໝົດ 279 ຫົວໜ່ວຍ, ມີ 420 ຕອນ ເນື້ອທີ່ 192.603,29 ເຮັກຕາ; ໃນນີ້ກິດຈະການເຊົ່າມີ 159 ຫົວໜ່ວຍ, ມີ 278 ຕອນ, ມີເນື້ອທີ່ 124,58 ເຮັກຕາ ແລະ ບໍ່ມີການເຄື່ອນໄຫວມີ 71 ໂຄງການ 74 ຕອນດິນ, ມີເນື້ອທີ່ 565,50 ເຮັກຕາ.

ພາບປະກອບ

ຄຽງຄູ່ກັນນີ້ກໍ່ໄດ້ສໍາເລັດການສໍາຫຼວດຈັດສັນທີ່ດິນຂັ້ນບ້ານຕາມຕົວເລກແຜນທີ່ຕັ້ງໄວ້ໃນປີ 2019 ໃຫ້ໄດ້ 82 ບ້ານ ແຕ່ປະຕິບັດຕົວຈິງໄດ້ 48 ບ້ານ ເທົ່າກັບ 59%. ໃນການຈັດສັນດິນຂັ້ນບ້ານຕິດພັນກັບການຈັດສັນດິນ 8 ປະເພດ ເລີ່ມປະຕິບັດແຕ່ປີ 2009 ເຖິງປະຈຸບັນສໍາເລັດແລ້ວ 258 ບ້ານ ເທົ່າກັບ 60% ຂອງບ້ານທັງໝົດ ໃນທົ່ວແຂວງ 432 ບ້ານ, ມີເນື້ອທີ່ 718.961,97 ເຮັກຕາ ເທົ່າກັບ 44% ຂອງເນື້ອທີ່ທັງໝົດໃນທົ່ວແຂວງ; ສ່ວນບ້ານທີ່ຍັງບໍ່ໄດ້ຈັດສັນມີ 174 ບ້ານ ເທົ່າກັບ 40% ມີເນື້ອທີ່ 919.938,03 ເຮັກຕາ ເທົ່າກັບ 56%.

ພ້ອມດຽວກັນນີ້ໄດ້ຂຶ້ນທະບຽນອອກໃບຕາດິນຕາມຕົວເລກແຜນປີຕັ້ງໄວ້ 125.500 ຕອນ ປະຕິບັດໄດ້ 13.300 ຕອນ ເທົ່າກັບ 106% ຮອດປັດຈຸບັນທົ່ວແຂວງອອກໃບຕາດິນໄດ້ທັງໝົດ 102.252 ຕອນ, ມີເນື້ອທີ່ 277.746,769 ຕາແມັດ.

ພາບປະກອບ

ນອກນີ້ຍັງໄດ້ສໍາເລັດການສ້າງແຜນຍຸດທະສາດ ການຄຸ້ມຄອງອ່າງຮັບນໍ້າ 10 ປີແຕ່ປີ 2016-2025 ແຜນຄຸ້ມຄອງອ່າງຮັບນໍ້າແບບເຊື່ອມສານ 5 ປີ 2016-2020 ໃນນີ້ສຸມໃສ່ 2 ອ່າງບຸລິມະສິດ ເກັບກໍາຂໍ້ມູນການນໍາໃຊ້ນໍ້າ ແລະ ຊັບພະຍາກອນນໍ້າ, ສໍາຫຼວດສະຖານທີ່ຕິດຕັ້ງສະຖານີອຸຕຸນິຍົມ ແລະ ອຸທົກກະສາດຢູ່ 7 ເມືອງ ຈໍານວນ 10 ແຫ່ງຄື:

ອຸຕຸນິຍົມ 7 ແຫ່ງ, ສະຖານີອຸທົກກະສາດ 3 ແຫ່ງ ໃນນີ້ໄດ້ສໍາເລັດການກໍ່ສ້າງສະຖານີອຸທົກກະສາດຢູ່ 2 ແຫ່ງຄື: ນໍ້າຮຸ່ງ ເມືອງໄຊຍະບູລີ ແລະ ນໍ້າຂອງ ຈຸດເມືອງປາກລາຍ; ສ້າງສະຖານີວັດແທກແຜ່ນດິນໄຫວ 2 ແຫ່ງຄື: ຢູ່ເມືອງຫົງສາ ແລະ ເມືອງປາກລາຍ ໂດຍໄດ້ຮັບທຶນຊ່ວຍເຫຼືອຈາກ ສປ ຈີນ.

ພາບປະກອບ

ທ່ານຍັງໃຫ້ຮູ້ຕື່ມວ່າ ເພື່ອສືບຕໍ່ຜັນຂະຫຍາຍຍຸດທະສາດ, ແຜນພັດທະນາເສດຖະກິດ-ສັງຄົມ ຂອງຂະແໜງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໃຫ້ປະສົບຜົນສຳເລັດຕາມທິດ ສີຂຽວຍືນຍົງ ໃນປີ 2020 ຈະຕ້ອງສຸມໃສ່ຈັດສັນທີ່ດິນ 8 ປະເພດຂັ້ນເມືອງໃຫ້ໄດ້ 3 ເມືອງຄື: ເມືອງຊຽງຮ່ອນ, ເມືອງທົ່ງມີໄຊ ແລະ ເມືອງໄຊສະຖານ ພ້ອມຈັດສັນທີ່ດິນຂັ້ນບ້ານໃຫ້ໄດ້ 55 ບ້ານ, ຂຶ້ນທະບຽນທີ່ດິນ-ອອກໃບຕາດິນໃຫ້ໄດ້ 6.000 ຕອນ, ສ້າງຖານຂໍ້ມູນດ້ານສິ່ງແວດລ້ອມ

ຊຸກຍູ້ບັນດາໂຄງການ, ກິດຈະການໃຫ້ມີແຜນຄຸ້ມຄອງສິ່ງແວດລ້ອມ ພ້ອມທັງອອກໃບຢັ້ງຢືນດ້ານສິ່ງແວດລ້ອມໃຫ້ໄດ້ 400 ຫົວໜ່ວຍ, ຕິດຕາມປະເມີນຜົນການເຊື່ອມສານວາງແຜນຄຸ້ມຄອງສິ່ງແວດລ້ອມແບບຮອບດ້ານ (ISP) ທົ່ວແຂວງ, ສ້າງມາດຕະຖານຕົວເມືອງສີຂຽວ, ສະອາດສວຍງາມ ໃຫ້ມີຄວາມຍືນຍົງທາງດ້ານສິ່ງແວດລ້ອມໃນທົ່ວແຂວງ ໂດຍສຸມໃສ່ 4 ເມືອງເປົ້າໝາຍຄື: ເມືອງໄຊຍະບູລີ, ເມືອງປາກລາຍ, ເມືອງແກ່ນທ້າວ ແລະ ເມືອງຫົງສາ.

ແຫຼ່ງຂໍ້ມູນ: ຂ່າວ: ບຸນທີ, Media Laos

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ຢ່າມົວເຮັດວຽກຈົນລືມໄປທ່ຽວ ກັບ 5 ສະຖານທີ່ທ່ຽວໃນລະດູຝົນ

ເມື່ອເວົ້າເຖິງລະດູຝົນແລ້ວ ຫຼາຍຄົນອາດຄິດວ່າ ບໍ່ເໝາະສຳລັບການທ່ອງທ່ຽວ ຫຼື ແຄ້ມປິ້ງ ເພາະຝົນເຮັດໃຫ້ການເດີນທາງລຳບາກ, ປຽກ ແລະ ເປື້ອນ ແຕ່ຮູ້ບໍ່ວ່າຊ່ວງຝົນນີ້ລະ ເປັນອີກລະດູການທີ່ໜ້າທ່ຽວທີ່ສຸດໂດຍສະເພາະທ່ຽວທຳມະຊາດ ເພາະເຮົາຈະໄດ້ສຳຜັດກັບອາກາດທີ່ເຢັນສະບາຍ, ໃບໄມ້ທີ່ຂຽວງາມ, ໝອກທີ່ຈາງໆ ໃນຍາມເຊົ້າ, ຝົນຝອຍທີ່ຍ້ອຍລົງມາ ເຮັດໃຫ້ຮູ້ສຶກດີ ຜ່ອນຄາຍໄດ້ຫຼາຍທີ່ສຸດ.

“ວັດໂຕະໂມະ” ເມືອງປະທຸມພອນ ແຂວງຈຳປາສັກ

ວັດໂຕະໂມະ ທີ່ຕັ້ງຢູ່ບ້ານໂຕະໂໝະທ່າ, ເມືອງປະທຸມພອນ, ແຂວງຈຳປາສັກ ແມ່ນກຸ່ມສະຖານບູຮານ ທີ່ຕັ້ງຢູ່ທາງທິດຕາເວັນອອກຂອງແມ່ນໍ້າຂອງ ແລະ ຢູ່ຫ່າງຈາກວັດພູໄປທາງທິດຕາເວັນ ອອກສ່ຽງໃຕ້ 11ກມ ຮ່ອງຮອຍຂອງສະຖານບູຮານແຫ່ງນີ້ໄດ້ກະແຈກກະຈາຍຢູ່ຕາມພັກທັງສອງທີ່ໄດ້ຮັບການກໍ່ສ້າງຂື້ນຢູ່ໃນ ກາງປ່າທີ່ເຕັມໄປດ້ວຍຕົ້ນໄມ້ໃຫຍ່, ເທິງແຄມຝັ່ງຫ້ວຍນ້ຳໂຕະໂມະ ທີ່ເປັນອີກສາຂາໜຶ່ຂອງແມ່ນໍ້າຂອງ. ວັດໂຕະໂມະເປັນວັດ ແຫ່ງດຽວຂອງຊາວຂະແມທີ່ຕັ້ງຢູ່ທາງຝັ່ງຊ້າຍຂອງແມ່ນ້ຳຂອງ.

4 ພະຍາດຮ້າຍ ທີ່ມັກມາກັບລະດູຝົນ.

ລະດູຝົນເປັນຊ່ວງເວລາທີ່ທຸກຄົນລໍຖ້າ ເພາະຝົນຈະມາຊ່ວຍບັນເທົາຄວາມຮ້ອນ, ເຮັດໃຫ້ອາກາດເຢັນສະບາຍ ພ້ອມທັງເປັນສັນຍານເຕືອນໃຫ້ເຂົ້າສູ່ລະດູການເຮັດນາ, ທຳການຜະລິດຕ່າງໆ... ແຕ່ໃນຂະນະດຽວກັນ, ລະດູຝົນກໍເປັນໄລຍະທີ່ເຊື້ອພະຍາດຕ່າງໆ ແຜ່ລະບາດໄດ້ງ່າຍທີ່ສຸດ ແລະ ເປັນອັນຕະລາຍຕໍ່ສຸຂະພາບຂອງພວກເຮົາ.