ພິທີຖະແຫຼງຂ່າວງານເທສະການອາຫານລາວປະຈຳປີ 2019, ຊຶ່ງຈະຈັດຂຶ້ນໃນລະຫວ່າງວັນທີ 23-26 ມັງກອນ, ຢູ່ເດີ່ນສວນເຈົ້າອານຸວົງບໍລິເວນແຄມຂອງ (ຕໍ່ໜ້າດຈັນ), ເມືອງຈັນທະບູລີນະຄອນຫຼວງວຽງຈັນ, ໄດ້ຈັດຂຶ້ນ ທີ່ສະພາການຄ້າແລະອຸດສາຫະກຳແຫ່ງຊາດ, ໂດຍການເຂົ້າຮ່ວມຂອງທ່ານນາງຈັນທະຈອນວົງໄຊປະທານສະມາຄົມນັກທຸລະກິດແມ່ຍິງ, ປະທານຄະນະກຳມະການຈັດງານ, ທ່ານນາງບົວຈັນສີຫານາດຮອງປະທານສູນກາງສະຫະພັນແມ່ຍິງລາວ, ທ່ານນາງແສງແກ້ວພຸດທະວົງຮອງຫົວໜ້າພະແນກຄຸ້ມຄອງກອງທຶນສົ່ງເສີມທຸລະກິດຂະໜາດນ້ອຍ ແລະກາງ, ທ່ານດາວອນຈັນທະວົງຮອງປະທານສະພາການຄ້າ ແລະອຸດສາຫະກຳແຫ່ງຊາດ, ທ່ານຈັນສະໝອນຜອງຈັນທາຫົວໜ້າຝ່າຍການຕະຫຼາດບໍລິສັດເບຍລາວ.
ທ່ານນາງຈັນທະຈອນວົງໄຊກ່າວວ່າ: ງານເທສະການອາຫານລາວປີ 2019 ນີ້ແມ່ນເພື່ອສືບຕໍ່ຊຸກຍູ້ແລະສົ່ງເສີມຫົວໜ່ວຍທຸລະກິດຂອງແມ່ຍິງນັບທັງການຜະລິດ, ການປູກພືດກະສິກຳ, ລ້ຽງສັດ,...
ຫຼັງຈາກທີ່ເລີ່ມມີການລະບາດຂອງພະບາດໂຄວິດ-19 ໃນ ສປປ ລາວອີກຄັ້ງ. ກໍ່ໄດ້ມີເລື່ອງລາວທີ່ໜ້າປະທັບໃຈຫຼາຍຢ່າງ ໜື່ງໃນນັ້ນ, ກໍ່ແມ່ນເລື່ອງລາວຂອງຕູ້ແບ່ງປັນຄວາມສຸກ ແລະ ຖ້າທຸກຄົນຍັງຈື່ໄດ້ ເມື່ອປີກາຍ ໃນຂະນະທີ່ທົ່ວສັງຄົມກຳລັງພົບກັບວິກິດຂອງໂຄວິດ-19 ກໍ່ໄດ້ມີການຕິດຕັ້ງຕູ້ແບ່ງປັນຄວາມສຸກຂຶ້ນໃນຫຼາຍໆຈຸດ ໂດຍຫຼາຍພາກສ່ວນ
ແລະ ມື້ນີ້, ຕູ້ແບ່ງປັນຄວາມສຸກ ທີ່ຕັ້ງຢູ່ປ້າຍລົດເມ ໜ້າຫໍພັກ ດົງໂດກ ກໍ່ໄດ້ຮັບກັນປັດຝຸ່ນອະນາໄມອີກຄັ້ງ ໂດຍກຸ່ມນັກສຶກພາຍໃນ ມຊ ເພື່ອເປັນການແບ່ງປັນນໍ້າໃຈເລັກໆນ້ອຍໆຈາກຄົນລາວນຳ ໃນເວລາທີ່ປະເທດຊາດກຳລັງປະເຊີນກັບສະພາບການລະບາດຂອງພະຍາດໂຄວິດ-19
ສຳລັບ, ທ່ານໃດ ທີ່ມີຈຸດປະສົງຢາກຈະເອົາອາຫານແຫ້ງ ຫຼື ເຄື່ອງໃຊ້ຈຳເປັນຕ່າງໆໄປໃສ່ໄວ້ ເພື່ອໃຫ້ຜູ້ທີ່ຂາດແຄ້ນ ກໍ່ສາມາດເອົາໄປໃສ່ໄດ້
ແລະ ສຳລັບຜູ້ທີ່ໄປເອົາ ກໍ່ຂໍຄວາມຮ່ວມມືນຳ ໃຫ້ເອົາໃນປະລິມານທີ່ພໍດີ, ເພື່ອແຜ່ໃຫ້ຜູ້ທີ່ບໍ່ມີອີກຫຼາຍໆຄົນ
ທະນາຄານພັດທະນາອາຊີ (ADB) ໄດ້ສະໜອງເງິນກູ້ດອກເບ້ຍຕ່ຳ ເພື່ອຊ່ວຍປັບປຸງມາດຕະຖານການດໍາລົງຊີວິດຂອງປະຊາຊົນ ຢູ່ບ້ານຍໍ້, ເມືອງແບງ, ແຂວງອຸດົມໄຊ ໂດຍອຳນວຍຄວາມສະດວກ ໃນການຝຶກອົບຮົມວິຊາຊີບ ແລະ ການມີວຽກເຮັດທີ່ໝັ້ນຄົງ, ເຊິ່ງ ADB ໄດ້ເຮັດວຽກຢ່າງໃກ້ຊິດ ກັບພະນັກງານຂັ້ນແຂວງ ເພື່ອຊ່ວຍປັບປຸງສະພາບການດຳລົງຊີວິດຂອງປະຊາຊົນທ້ອງຖິ່ນ ໂດຍສະເພາະຄອບຄົວທີ່ມີລາຍຮັບຕ່ຳ.
ທ່ານ ໄມຈັນ ອ້ວນຈັນທະວົງ ນາຍບ້ານຍໍ້, ເມືອງແບງ ໄດ້ໃຫ້ສຳພາດ ໃນໂອກາດທີ່ສື່ມວນຊົນ ລົງຢ້ຽມຢາມໂຄງການພັດທະນາການທ່ອງທ່ຽວແບບຍືນຍົງ...
ເມື່ອເວົ້າເຖີງເຂົ້າປຸ້ນນໍ້າແຈ່ວ ກໍເປັນອາຫານອີກເຍື່ອງໜຶ່ງ ທີ່ຫລາຍຄົນນິຍົມຊົມຊອບ ໂດຍສະເພາະແມ່ນແມ່ຍິງທີ່ມີການລອງຜິດ, ລອງຖືກ ຊອກຫາຮ້ານທີ່ຖືກໃຈ ເພື່ອຈະໄດ້ກິນອາຫານທີ່ຕົນມັກ ດັ່ງນັ້ນ, ຄໍລໍາ ສົ່ງເສີມທຸລະກິດ ສະບັບນີ້ ຈະມາແນະນໍາ ຮ້ານເຂົ້າປຸ້ນນໍ້າແຈ່ວແຊບໆ ບັນຍາກາດດີ ແລະ ມີເອກະລັກ ທີ່ໜ້າສົນໃຈ ເໝາະສໍາລັບພາຄົນທີ່ຮັກມານັ່ງກິນ.
ທ່ານ ອາລິຍະ ປັນຍາຜົນ ເຈົ້າຂອງຮ້ານ ໄດ້ເວົ້າໃຫ້ຟັງວ່າ: ຈຸດເລີ່ມຕົ້ນຂອງຮ້ານເຂົ້າແມ່ນ ຕົນເປັນຄົນທີ່ມັກກິນເຂົ້າປຸ້ນ ແລະ ແມ່ເຖົ້າ ຫລື ຮ້ອງກັນອີກແບບວ່າ ແມ່ຂອງແມ່ ເພີ່ນເປັນຄົນທີ່ເຮັດເຂົ້າປຸ້ນແຊບຕາມສູດດັ້ງເດີມມາແຕ່ດົນນານ...