Monday, February 10, 2025

ມາຮູ້ຈັກ!!! ​ສາຍການບິນໃນຕໍານານຂອງລາວ “Lao Central Airlines“

ພາບປະກອບ

ກຸ່ມທະນາຄານພົງສະຫວັນຈໍາກັດ ຊື້ກິດຈະການການບິນ Lao Capricorn Air ເຊິ່ງລວມເຖິງລິຂະສິດຈາກເອກກະຊົນຕ່າງປະເທດທີ່ມາເຮັດການບິນຢູ່ລາວ ,ທີ່ເປັນບໍລິສັດນ້ອຍ ໆ ມີຍົນເກົ່າ 1ລຳ ,ຫຼັງຈາກນັ້ນຈື່ງໄດ້ປ່ຽນຊື່ມາເປັນພົງສະຫວັນແອຣ໌ລາຍ.

ພາບປະກອບ

ພັກ-ລັດຖະບານ ເວລານັ້ນ ກໍ່ຢາກສະໜັບສະໜູນການໃນປະເທດເລັງເຫັນຄວາມສໍາຄັນ ແລະ ສາຍພົວພັນລະຫວ່າງລາວ-ລັດເຊຍ ເພື່ອໃຫ້ໄດ້ຊື່ເປັນໜ້າຕາຂອງປະເທດຊາດ ,ຄະນະບໍລິຫານສາຍການບິນຈຶ່ງປັບປຸງ rebrand ສາຍການບິນ Phongsavanh Airlines ມາເປັນ Lao Central Airlines

ພາບປະກອບ

ຈຸດປະສົງຫຼັກ ໆຂອງບໍລິສັດນີ້ແມ່ນ ຈະຊື້ເຮືອບິນ ໃໝ່ SuKhoi Super Jet 100 ທີ່ສຸດທັນສະໄໝຈາກລັດເຊຍເພື່ອຈະນຳໃຊ້ບິນເປັນຫຼັກ, “ເບື້ອງຕົ້ນບໍລິສັດໄດ້ປະກາດເປັນທາງການວ່າໃນປີ2011 ໄດ້ສັ່ງຊື້ຍົນSukhoi ເປັນຈຳນວນ 6ລຳ “ໃນສັນຍາໄດ້ຕົກລົງກັນວ່າຮອດປີ 2015 ບໍລິສັດຈະຊື້ແລະໄດ້ຮັບຍົນ Sukhoiທັງໝົດເປັນຈຳນວນ 9 ລຳ ໃນຊ່ວງໄລຍະເວລາທີ່ລໍຖ້າຍົນຜະລິດໃໝ່ອ່ຽມຢູ່ນັ້ນ.

ບໍລິສັດໄດ້ຕັດສິນໃຈຄັ້ງສໍາຄັນທີ່ຈະເຮັດໃຫ້ສາຍການບິນນີ້ປ່ຽນໄປຕະຫຼອດການ ,ກໍ່ຄືການຊື້ເຮືອບິນ Boeing 737-400 ສອງລຳທີ່ເກົ່າ ແລະ ຫຼາຍສ່ວນປະກອບຂອງເຮືອບິນກໍ່ໃກ້ຈະໝົດອາຍຸການໃຊ້ງານ ມາບິນພາຍໃນເປັນ( ການຊົ່ວຄາວ ) ເຊິ່ງນີ້ແມ່ນຈຸດເລີ່ມຕົ້ນຂອງການຫັນປ່ຽນທິດຂອງບໍລິສັດເອງ

ພາບປະກອບ

ມາຮອດ ປີ 2015 ເຮືອບິນ Sukhoi ທີ່ໄດ້ສັ່ງຊື້ ໃດ້ມາບິນໃນບໍລິສັດພຽງ 1ລຳ ຈາກທີ່ສັ່ງ9ລຳ ເຮືອບິນ Boeing 737-400 ທີ່ມີແຜນການຈະບິນພາຍໃນຊົ່ວຄາວ ໃດ້ກາຍເປັນຍົນທີ່ບິນຫຼັກໆໃຫ້ບໍລິສັດ.

ເຮືອບິນ Sukhoi Super jet 100 ,ລໍາທໍາອິດ ຕອ້ງຈອດໄວ້ເພຶ່ອລໍຖ້າບໍລິສັດແມ່ຄືລັດເຊຍ ມາເກັບຄືນ ຍ້ອນຫຼາຍຂໍ້ບໍ່ໄດ້ເປັນໄປຕາມທີ່ຕົກລົງກັນໄວ້…

ພາບປະກອບ

ສ່ວນ Boeing 737 ສອງລຳກໍຕ້ອງໄດ້ລໍຖ້າເພຶ່ອຮັບການສ້ອມແປງໃຫ່ຍ……ຖ້າບໍ່ດັ່ງນັ້ນກໍ່ຕ້ອງໃດ້ຂາຍເປັນເຫຼັກເສດ ຖ້າຫາກບໍລິສັດຈະຟື້ນຟູການບິນຄືນ ຕ້ອງໃດ້ຟື້ນຄືນເອກກະສານພາຍໃນຫຼາຍອັນທີ່ສຸດ “ເຊີ່ງຍາກກົ່ວການສ້າງຕັ້ງບໍລິສັດໃໝ່ເສຍອີກ….”

ຫັວງຢ່າງຍິ່ງວ່າ ສາຍການບິນຈະກັບມາອີກຄັ້ງເພາະຄົນຮັກການບິນຍັງຄິດເຖິງ ແລະ ພ້ອມທີ່ຈະສະໜັບສະໜູນອຸດສາຫະກໍາການບິນລາວ ໃຫ້ມີຫຼາຍສີສັນ ….

ແຫຼ່ງຂໍ້ມູນ: AeroLaos

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

VietJet ລາຍງານຜົນປະກອບການທຸລະກິດສູງສຸດນັບແຕ່ Covid-19 ໃນປີ 2024

(ນະຄອນຫຼວງວຽງຈັນ, ວັນທີ 07 ກຸມພາ 2025) – VietJet ສໍາເລັດການເຕີບໂຕທາງທຸລະກິດທີ່ໜ້າປະທັບໃຈໃນປີ 2024, ຂະຫຍາຍເຄື່ອຂ່າຍການບິນສາກົນ ແລະ ຝູງເຮືອບິນທີ່ທັນສະໄໝ ຂະນະດຽວກັນກໍ່ຍັງສ້າງລາຍໄດ້ ແລະ ກໍາໄລໃນລະດັບສູງສຸດເປັນປະຫວັດສາດ. ຄວາມສໍາເລັດຢ່າງຕໍ່ເນື່ອງຂອງສາຍການບິນແມ່ນ ບາດກ້າວອັນສໍາຄັນໃນການຟື້ນຕົວ ແລະ ຂະຫຍາຍໂຕຫຼັງຈາກໂລກລະບາດ Covid-19.

ເລີ່ມຕົ້ນປີດ້ວຍການປ່ຽນແປງຕົນເອງ ເພື່ອເປັນຄົນໃໝ່ທີ່ດີກວ່າ

ໃນຊ່ວງປີໃໝ່ແບບນີ້ຫຼາຍຄົນກໍມັກຈະຖືໂອກາດຕັ້ງເປົ້າໝາຍໃຫ້ຕົນເອງ ເພື່ອການປ່ຽນແປງທີ່ດີກວ່າປີທີ່ຜ່ານມາບໍ່ວ່າຈະເປັນດ້ານຄວາມຄິດ, ຄວາມສຳພັນ ແລະ ສັກກາຍະພາບ ຄວາມຮູ້ ຄວາມສາມດຂອງຕົນເອງ ຖ້າໃຜຍັງບໍ່ຮູ້ຈະຕັ້ງເປົ້າໝາຍໃຫ້ກັບຕົນເອງແນວໃດລອງມາເບິ່ງ 10 ວິທີງ່າຍໆໃນການພັດທະນາຕົນເອງທີ່ໃຜໆກໍເຮັດໄດ້:

ເປັນຫຍັງ? ຜົມຈຶ່ງຫງອກກ່ອນໄວ

ມັນເປັນເລື່ອງປົກກະຕິທີ່ເຮົາອາຍຸຫຼາຍຂຶ້ນຜົມຈະຫງອກຂາວໄປຕາມທຳມະຊາດຂອງການເຕີບໂຕ ແຕ່ຖ້າອາຍຸຍັງນ້ອຍແຕ່ຊ້ຳພັດມີຜົມຂາວແລ້ວ ມັນເປັນຍ້ອນຫຍັງແທ້? ປັດຈຸບັນ ໄວໜຸ່ມບາງຄົນອາຍຸຍັງບໍ່ຮອດເລກສາມເທື່ອ ແຕ່ມີຜົມຂາວເປັນຈຳນວນຫຼາຍ ລອງມາເບິ່ງສາເຫດທີ່ພົບເຫັນໄດ້ຫຼາຍນຳກັນ: